1 / 32

Management Information System: MIS

Management Information System: MIS. ບົດທີ 2. ບົດບາດຍຸດທະສາດຂອງລະບົບຂ່າວສານຂໍ້ມູນ (The Strategic Role of Information Systems). ເນື້ອໃນບົດຮຽນ. 2.1 ການນຳໃຊ້ລະບົບໃນອົງກອນ 2.1.1 ປະເພດຕ່າງໆຂອງລະບົບຂ່າວສານຂໍ້ມູນ (4 ລະບົບ ) 2.1.2 ປະເພດຕົ້ນຕໍຂອງລະບົບຂ່າວສານ

korbin
Download Presentation

Management Information System: MIS

An Image/Link below is provided (as is) to download presentation Download Policy: Content on the Website is provided to you AS IS for your information and personal use and may not be sold / licensed / shared on other websites without getting consent from its author. Content is provided to you AS IS for your information and personal use only. Download presentation by click this link. While downloading, if for some reason you are not able to download a presentation, the publisher may have deleted the file from their server. During download, if you can't get a presentation, the file might be deleted by the publisher.

E N D

Presentation Transcript


  1. Management Information System: MIS ອຈ. ອາອມນ ຈັນທະພາວົງ

  2. ບົດທີ 2 ບົດບາດຍຸດທະສາດຂອງລະບົບຂ່າວສານຂໍ້ມູນ (The Strategic Role of Information Systems) ອຈ. ອາອມນ ຈັນທະພາວົງ

  3. ເນື້ອໃນບົດຮຽນ 2.1 ການນຳໃຊ້ລະບົບໃນອົງກອນ 2.1.1 ປະເພດຕ່າງໆຂອງລະບົບຂ່າວສານຂໍ້ມູນ (4 ລະບົບ) 2.1.2 ປະເພດຕົ້ນຕໍຂອງລະບົບຂ່າວສານ 2.1.3 ຄວາມສຳພັນລະຫວ່າງລະບົບຕ່າງໆ (ການລວມລະບົບ) 2.2 ບົດບາດຍຸດທະສາດຂອງລະບົບຂ່າວສານຂໍ້ມູນ(Strategic Roles of Information System) 2.2.1 ນິຍາມຂອງລະບົບຂ່າວສານຂໍ້ມູນຍຸດທະສາດ (Definition of a Strategic Information System) ອຈ. ອາອມນ ຈັນທະພາວົງ

  4. ເນື້ອໃນບົດຮຽນ (ຕໍ່) 2.2.2 ການປະເຊີນກັບພະລັງງານການແຂ່ງຂັນ (Countering Competitive Forces) 2.3 ການສົ່ງເສີມຄຸນນະພາບດ້ວຍລະບົບຂ່າວສານຂໍ້ມູນ (Quality Promotion by Information System) 2.3.1 ນິຍາມຂອງຄຸນນະພາບ (Definition of Quality) 2.3.2 ການປະກອບສ່ວນຂອງລະບົບຂ່າວສານຂໍ້ມູນເຂົ້າໃນການຄຸ້ມຄອງຄຸນນະພາບແບບສົມບູນ ອຈ. ອາອມນ ຈັນທະພາວົງ

  5. 2.1 ການນຳໃຊ້ລະບົບໃນອົງກອນ • ແຕ່ລະອົງກອນມີຄວາມແຕກຕ່າງກັນທາງດ້ານຄວາມສົນໃຈ, ຄວາມຖະໜັດແລະລະດັບຊັ້ນ. ດັ່ງນັ້ນຕ້ອງເລືອກໃຊ້ລະບົບຂ່າວສານຂໍ້ມູນໃຫ້ເທດເໝາະກັບແຕ່ລະພາກສ່ວນ, ເພາະວ່າບໍ່ມີລະບົບໃດໆໃນໂລກທີ່ສົມບູນແບບ ສາມາດໃຊ້ກັບທຸກອົງກອນໄດ້ຢ່າງຄົບຖ້ວນ. ອຈ. ອາອມນ ຈັນທະພາວົງ

  6. 2.1.1 ປະເພດຕ່າງໆຂອງລະບົບຂ່າວສານຂໍ້ມູນ • 1.ລະບົບຂັ້ນດຳເນີນການ (Operational Systems) ລະບົບນີ້ໃຊ້ສະໜັບສະໜູນຜູ້ຈັດການຝ່າຍດຳເນີນການຕົວຈິງເພື່ອຕິດຕາມທຸກການເຄື່ອນໄຫວພື້ນຖານເຊັ່ນ: ການຊື້, ການຂາຍ, ການອອກບິນຮັບເງິນ, ການຖອກເງິນຂອງລູກຄ້າ, ບັນຊີເງິນເດືອນພະນັກງານ, ການຕິດຕາມວັດຖຸດິບເພື່ອປ້ອນໂຮງງານ. ໂດຍແນໃສ່ແກ້ໄຂການປະຕິບັດວຽກງານໃນຊີວິດປະຈຳວັນທົ່ວໆໄປ. ອຈ. ອາອມນ ຈັນທະພາວົງ

  7. 2.1.1 ປະເພດຕ່າງໆຂອງລະບົບຂ່າວສານຂໍ້ມູນ (ຕໍ່) • 2. ລະບົບຂັ້ນຄວາມຮູ້ (Knowledge Systems) ລະບົບນີ້ໃຊ້ເພື່ອສະໜັບສະໜູນພະນັກງານທີ່ມີຄວາມຮູ້ ທີ່ສາມາດຄວບຄຸມຂໍ້ມູນຂອງອົງກອນໄດ້, ໂດຍແນໃສ່ໃຫ້ບໍລິສັດໄດ້ນຳເອົາຄວາມຮູ້ໃໝ່ໆ ເຂົ້າມາພັດທະນາອົງກອນຂອງຕົນເພື່ອສ້າງແຮງຜັກດັນໃຫ້ບໍລິສັດມີທ່າແຮງໃນການແຂ່ງຂັນກັບບໍລິສັດຄູ່ແຂ່ງ. ລະບົບນີ້ຈະບັນຈຸເອົາກຳມະກອນທີ່ມີຄວາມຮູ້ (Knowledge Workers) ເຊັ່ນ: ວິສະວະກອນ, ນັກອອກແບບ, ສະຖາປະນິກ. ອຈ. ອາອມນ ຈັນທະພາວົງ

  8. 2.1.1 ປະເພດຕ່າງໆຂອງລະບົບຂ່າວສານຂໍ້ມູນ (ຕໍ່) • 3. ລະບົບຂັ້ນຄຸ້ມຄອງ (Management Systems) ລະບົບນີ້ໃຊ້ເພື່ອສະໜັບສະໜູນການດູແລ, ການຄວບຄຸມ, ການຕັດສິນໃຈແລະການເຄື່ອນໄຫວບໍລິຫານຕ່າງໆຂອງຜູ້ຈັດການລະດັບກາງ, ເຊິ່ງແນໃສ່ການເຄື່ອນໄຫວຂອງບໍລິສັດແບບລວມໆວ່າທຸລະກິດນີ້ດຳເນີນໄປດ້ວຍດີຫຼືບໍ່? ໂດຍຈະໄດ້ລາຍງານໃຫ້ຂັ້ນເທິງເປັນແຕ່ລະໄລຍະ, ພ້ອມທັງສ້າງຂ່າວສານເພື່ອໃຫ້ຜູ້ບໍລິຫານລະດັບສູງໃຊ້ໃນການຕັດສິນໃຈເຊັ່ນ: ເມື່ອເພີ່ມຈຳນວນການຜະລິດຂຶ້ນອີກ 2 ເທື່ອຂອງການຜະລິດໃນປັດຈຸບັນຈະເຮັດໃຫ້ມີການກະທົບຕໍ່ບັນຫາໃດແດ່? ອຈ. ອາອມນ ຈັນທະພາວົງ

  9. 2.1.1 ປະເພດຕ່າງໆຂອງລະບົບຂ່າວສານຂໍ້ມູນ (ຕໍ່) • 4. ລະບົບຂັ້ນຍຸດທະສາດ (Strategic Systems) ລະບົບນີ້ໃຊ້ເພື່ອສະໜັບສະໜູນການເຮັດວຽກຂອງຜູ້ບໍລິຫານລະດັບສູງ, ເພື່ອແກ້ໄຂບັນຫາດ້ານຍຸດທະສາດແລະທ່າອ່ຽງໃນໄລຍະຍາວ, ໂດຍເລັງໃສ່ແກ້ໄຂປັນຫາໃຫ້ອົງກອນສາມາດປັບຕົວເຂົ້າກັບການປ່ຽນແປງໃໝ່ຈາກພາຍນອກທີ່ມີຜົນກະທົບຕໍ່ອົງກອນຂອງຕົນ ເພື່ອໃຫ້ອົງກອນສາມາດຄົງຕົວແລະຂະຫຍາຍຕົວຕໍ່ໄປໄດ້. ອຈ. ອາອມນ ຈັນທະພາວົງ

  10. 2.1.2 ປະເພດຕົ້ນຕໍຂອງລະບົບຂ່າວສານ(ມີ 6 ປະເພດ) • ລະບົບປະມວນຜົນການຜັນປ່ຽນ (Transaction Processing Systems:TPS) • ລະບົບຄວາມຮູ້ ແລະຫ້ອງການອັດຕະໂນມັດ (KWS & OAS) ຫຼືລະບົບຄອບຄຸມຂະບວນການຜະລິດແລະລະບົບການປະສານງານໃນທຸລະກິດ (Process Control Systems & Enter price Collaboration Systems) • ລະບົບຄຸ້ມຄອງຂ່າວສານຂໍ້ມູນ(MIS) • ລະບົບສະໜັບສະໜູນການຕັດສິນໃຈ(DSS) • ລະບົບສະໜັບສະໜູນຜູ້ບໍລິຫານ(ESS) ອຈ. ອາອມນ ຈັນທະພາວົງ

  11. ແຜນວາດ6 ປະເພດຕົ້ນຕໍຂອງລະບົບຂ່າວສານ ອຈ. ອາອມນ ຈັນທະພາວົງ

  12. ຕົວແບບຂອງບັນຊີເງິນເດືອນຂອງລະບົບTPSຕົວແບບຂອງບັນຊີເງິນເດືອນຂອງລະບົບTPS ຂໍ້ມູນ ບັນຊີ ເຂົ້າບັນຊີບໍລິສັດ:ເງິນເດືອນ-ຄ່າແຮງງານ ລະບົບບັນຊີເງິນເດືອນ ລາຍງານຄະນະ ຜູ້ບໍລິຫານ ຂໍ້ມູນພະນັກງານຈາກ ທຸກຂະແໜງການ ເງິນເດືອນແມ່ ສ່ວນປະກອບຂໍ້ມູນ ໃນແຟ້ມເງິນເດືອນແມ່ນ ພະນັກງານ ເລກກົດ ຊື່ : ທີ່ຢູ່ : ພະແນກ : ໜ້າທີ່ : ຫັກຄ່າພາສີລາຍໄດ້ : ຫັກສະຫວັດດີການສັງຄົມ: ສົ່ງຂໍ້ມູນ-ເອກະສານໃຫ້ລັດ ຈ່າຍເຊັກໃຫ້ພະນັກງານ ລາຍການບັນຊີເງິນເດືອນ ບັນຊີເງິນເດືອນ ເລກກົດ ຊື່ ເງິນເດືອນພ/ຖ ຫັກ ເງິນຕົວຈິງ 12354 ທ.ກຂຄ 152000 8200 143800 2.1.2 ປະເພດຕົ້ນຕໍຂອງລະບົບຂ່າວສານ (ຕໍ່) • ລະບົບປະມວນຜົນການຜັນປ່ຽນ (Transaction Processing System) ແມ່ນລະບົບພື້ນຖານຂອງທຸລະກິດເຊັ່ນ: ການສັ່ງຊື້ສິນຄ້າການເຮັດບັນຊີເງິນເດືອນພະນັກງານ, ການຈັດສົ່ງສິນຄ້າ, … ຊັບພະຍາກອນ, ເປົ້າໝາຍໄດ້ຖືກກຳນົດໄວ້ກ່ອນແລ້ວ. ໂດຍຈະແນໃສ່ຮັບໃຊ້ 5 ໜ່ວຍງານຍ່ອຍເຊັ່ນ: ໜ່ວຍງານຂາຍແລະການຕະຫຼາດ, ໜ່ວຍງານຜະລິດ, ໜ່ວຍງານການເງິນ, ໜ່ວຍງານບັນຊີແລະໜ່ວຍງານຊັບພະຍາກອນມະນຸດ. ອຈ. ອາອມນ ຈັນທະພາວົງ

  13. 2.1.2 ປະເພດຕົ້ນຕໍຂອງລະບົບຂ່າວສານ (ຕໍ່) • ລະບົບວຽກອີງໃສ່ຄວາມຮູ້ ແລະລະບົບຫ້ອງການອັດຕະໂນມັດ(Knowledge Work and Office Automation System) ແມ່ນຖືກນຳໃຊ້ໃນຂັ້ນຄວາມຮູ້ຂອງອົງກອນເພື່ອໃຫ້ຄວາມຮູ້ໃໝ່ໆ ແກ່ພະນັກງານໃນອົງກອນ. ໂດຍໃຫ້ຄວາມຮູ້ຕ່າງໆຈາກຫຼາຍຂະແໜງການເຂົ້າມາລວມສູນຢູ່ທີ່ດຽວ, ສ່ວນວຽກຫ້ອງການອັດຕະໂນມັດແມ່ນຜົນການນຳໃຊ້ເທັກໂນໂລຊີຂໍ້ມູນຂ່າວສານຕົວຈິງໃນການເພີ່ມປະສິດທິພາບຂອງພະນັກງານຂໍ້ມູນດ້ວຍການສະໜັບສະໜູນການປະສານງານຕິດຕໍ່ສື່ສານກັນຂອງແຕ່ລະຫ້ອງການ, ນອກນັ້ນຍັງມີການຕິດຕໍ່ສື່ສານກັບລູກຄ້າ, ຜູ້ສະໜອງວັດຖຸດິບແລະອົງກອນອື່ນໆ. ເຊິ່ງລະບົບຫ້ອງການອັດຕະໂນມັດເປັນການຈັດການກ່ຽວກັບເອກະສານຕ່າງໆ ໂດຍໃຊ້ໂປຣແກຣມສຳເລັດຮູບຕ່າງໆເຊັ່ນ: Office, ໂປຣແກຣມນຳໃຊ້ວຽກສະເພາະດ້ານຕ່າງໆ. ອຈ. ອາອມນ ຈັນທະພາວົງ

  14. 2.1.2 ປະເພດຕົ້ນຕໍຂອງລະບົບຂ່າວສານ (ຕໍ່) • ລະບົບຄຸ້ມຄອງຂ່າວສານຂໍ້ມູນ(Management Information System) ເປັນລະບົບຄຸ້ມຄອງຂໍ້ມູນແລະສະໜອງລາຍງານໃຫ້ຜູ້ບໍລິຫານລະດັບສູງ, ເພື່ອຮັບໃຊ້ໃນການວາງແຜນ, ຄວບຄຸມບັນຊາແລະການຕັດສິນໃຈໃນຂັ້ນຄຸ້ມຄອງ, ເຊິ່ງລະບົບນີ້ຕ້ອງເປັນຕົວສ້າງລາຍງານປະຈຳວັນ, ປະຈຳເດືອນ, ປະຈຳປີໂດຍສ່ວນໃຫຍ່ແມ່ນເປັນລາຍງານແບບຊ້ຳໆຊາກໆເຊັ່ນ: ການສະຫຼຸບຜົນ, ການປຽບທຽບຂໍ້ມູນຕ່າງໆ. ລະບົບນີ້ຈະອີງໃສ່ຂໍ້ມູນໃນອົງກອນເພື່ອການວາງແຜນແລະການລາຍງານ. ອຈ. ອາອມນ ຈັນທະພາວົງ

  15. ລະບົບຄຸ້ມຄອງຂ່າວສານຂໍ້ມູນ MIS ລະບົບປະມວນຜົນຊື້ຂາຍ TPS ຜູ້ຈັດການ ແຟ້ມ ສັ່ງຊື້ ຂໍ້ມູນ ການຂາຍ ລະບົບປະມວນ ຜົນການສັ່ງຊື້ ຂໍ້ມູນຕົ້ນທຶນ ການຜ/ລຕໍ່ໜ່ວຍ ແຟ້ມ ການຜະ ລິດແມ່ MIS ລະບົບວາງແຜນ ແຫຼ່ງອຸປະກອນ ຂໍ້ມູນການປ່ຽນ ແປງການຜ/ລ ແຟ້ມ ບັນຊີ ລະບົບບັນຊີ ທົ່ວໄປ ຂໍ້ມູນການ ໃຊ້ຈ່າຍ 2.1.2 ປະເພດຕົ້ນຕໍຂອງລະບົບຂ່າວສານ (ຕໍ່) ຕົວຢ່າງລະບົບຄຸ້ມຄອງຂ່າວສານຂໍ້ມູນ • MISໃຫ້ການສະໜັບສະໜູນຂັ້ນປະຕິບັດການ, ຂັ້ນຄຸ້ມຄອງບັນຊາແລະການວາງແຜນຂອງຜູ້ບໍລິຫານລະດັບສູງ. • MISເລັງໃສ່ການລາຍງານແລະການຄວບຄຸມ. • MISແມ່ນອີງໃສ່ຂໍ້ມູນທີ່ມີໃນອົງກອນ • MISມີຄວາມສາມາດໃນການວິເຄາະຕ່ຳ. • MISຊ່ວຍໃນການຕັດສິນໃຈໂດຍອາໃສຂໍ້ມູນໃນປັດຈຸບັນແລະອະດີດ • MISມີລັກສະນະບໍ່ຢືດຢຸນ. • MISເລັງໃສ່ແກ້ບັນຫາພາຍໃນ. ອຈ. ອາອມນ ຈັນທະພາວົງ

  16. 2.1.2 ປະເພດຕົ້ນຕໍຂອງລະບົບຂ່າວສານ (ຕໍ່) ລະບົບສະໜັບສະໜູນການຕັດສິນໃຈ(Decision Support System) • DSSມີຄວາມຢືດຢຸນ, ສາມາດປ່ຽນແປງຕາມຄວາມຕ້ອງການຂອງຜູ້ໃຊ້ ແລະໃຫ້ຄຳຕອບໄວທັນໃຈ. • DSSສາມາດໃຊ້ໄດ້ງ່າຍໂດຍອາໃສການປຶກສາຈາກນັກຂຽນໂປຣແກຣມພຽງເລັກນ້ອຍ. • DSSຊ່ວຍໃນການຕັດສິນໃຈແລະແກ້ບັນຫາຕ່າງໆ ໂດຍບໍ່ມີຄຳຕອບໄວ້ລ່ວງໜ້າ. • DSSໃຊ້ວິເຄາະຂໍ້ມູນທີ່ທັນສະໄໝແລະມີອຸປະກອນໃນການສ້າງຕົວແບບ. DSSເປັນເຄື່ອງມືຊະນິດນຶ່ງເຊັ່ນComputer Programmທີ່ຖືກໃຊ້ໃນການຄຸ້ມຄອງອົງກອນຊ່ວຍໃນການຕັດສິນໃຈຕ່າງໆທີ່ມີລັກສະນະຕົວຈິງ, ມີການປ່ຽນແປງຢ່າງວ່ອງໄວໂດຍນຳໃຊ້ຂ່າວສານຂໍ້ມູນຈາກTPS, MISແລະນຳເອົາຂໍ້ມູນຈາກທາງນອກເຊັ່ນ: ລາຄາສິນຄ້າຂອງຄູ່ແຂງໂດຍລະບົບດັ່ງກ່າວມີລັກສະນະດັ່ງນີ້: ອຈ. ອາອມນ ຈັນທະພາວົງ

  17. 2.1.2 ປະເພດຕົ້ນຕໍຂອງລະບົບຂ່າວສານ (ຕໍ່) ລະບົບສະໜັບສະໜູນຜູ້ບໍລິຫານ (Executive Support System : ESS) ESSໄດ້ຖືກນຳໃຊ້ເຂົ້າໃນການຕັດສິນໃຈຂັ້ນຍຸດທະສາດຂອງອົງກອນ, ໂດຍກ່ຽວຂ້ອງກັບການຕັດສິນໃຈແບບບໍ່ມີໂຄງສ້າງ, ມີການຄຳນວນແບບສັງລວມແລະມີການຕິດຕໍ່ສື່ສານກັບສະພາບແວດລ້ອມ, ເຊິ່ງລະບົບດັ່ງກ່າວຖືກສ້າງຂຶ້ນເພື່ອສັງລວມເອົາເຫດການຈາກຂ້າງນອກເຊັ່ນ: ກົດໝາຍ, ພາສີ, ຄູ່ແຂ່ງໃໝ່, ແຕ່ ESSຍັງໄດ້ນຳໃຊ້ຂໍ້ມູນຈາກMISແລະDSSໂດຍມີການກັ່ນຕອງ, ຄັດຈ້ອນແລະຕິດຕາມຂໍ້ມູນທີ່ມີລັກສະນະວິກິດຕ່າງໆ. ESSຕ້ອງໃຊ້ໂປຣແກຣມກຣາຟິກທີ່ທັນສະໄໝແລະສາມາດໃຫ້ຂໍ້ມູນຈາກຫຼາຍແຫຼ່ງຢ່າງວ່ອງໄວ. ອຈ. ອາອມນ ຈັນທະພາວົງ

  18. ຕົວແບບຂອງລະບົບສະໜັບສະໜູນຜູ້ຕັດສິນໃຈ ESS ຄອມພິວເຕີລະບົບ ESS -ເມນູ -ກຣາຟິກ -ຕິດຕໍ່ສື່ສານ ຄອມພິວເຕີລະບົບ ESS -ເມນູ -ກຣາຟິກ -ຕິດຕໍ່ສື່ສານ ຄອມພິວເຕີລະບົບ ESS -ເມນູ -ກຣາຟິກ -ຕິດຕໍ່ສື່ສານ • ຂໍ້ມູນພາຍໃນ • ຂໍ້ມູນ TPS / MIS • ຂໍ້ມູນການເງິນ • ລະບົບຫ້ອງການ • ຕົວແບບວິເຄາະ • ຂໍ້ມູນພາຍນອກ • Dow jores • Gattup poll • Standard and • Poor’s 2.1.2 ປະເພດຕົ້ນຕໍຂອງລະບົບຂ່າວສານ (ຕໍ່) Executive Support System :ESS ອຈ. ອາອມນ ຈັນທະພາວົງ

  19. ການພົວພັນລະຫວ່າງລະບົບການພົວພັນລະຫວ່າງລະບົບ ລະບົບສະໜັບ ສະໜູນຜູ້ ບໍລິຫານ ລະບົບ ຄຸ້ມຄອງ (MIS) ລະບົບສະໜັບ ສະໜູນການຕັດ ສິນໃຈ (DSS) ລະບົບ ຄວາມຮູ້ (ESS & OAS) ລະບົບ ປະມວນຜົນ ຊື້-ຂາຍ (TPS) 2.1.3 ຄວາມສຳພັນລະຫວ່າງລະບົບຕ່າງໆ (ການລວມລະບົບ) ເປັນການພົວພັນແລະຂຶ້ນຕໍ່ ກັນລະຫວ່າງລະບົບຍ່ອຍຕ່າງໆ ໃນອົງກອນໂດຍທີ່ TPSເປັນແຫຼ່ງຂໍ້ມູນຕົ້ນຕໍໃຫ້ແກ່ລະບົບອື່ນໆ, ESSເປັນບ່ອນເກັບຂໍ້ ມູນຈາກລະບົບຂັ້ນທີ່ຕ່ຳກວ່າ, ສ່ວນລະບົບອື່ນໆແມ່ນມີການແລກປ່ຽນຂໍ້ມູນລະຫວ່າງກັນຢາກສ້າງລະບົບນີ້ຕ້ອງສິ້ນເປືອງຄ່າໃຊ້ຈ່າຍສູງ, ຫຍຸ້ງຍາກສັບສົນແລະໃຊ້ເວລາຫຼາຍດັ່ງນັ້ນອົງກອນຕ້ອງຕັດສິນໃຈເອງວ່າມັນຈຳເປັນແທ້ບໍ່ ແລະຄຸ້ມຄ່າຫຼືບໍ່? ອຈ. ອາອມນ ຈັນທະພາວົງ

  20. 2.2 ບົດບາດຍຸດທະສາດຂອງລະບົບຂ່າວສານຂໍ້ມູນ(Strategic Roles of Information System) ລະບົບຕ່າງໆນັ້ນສາມາດຊ່ວຍແກ້ໄຂບັນຫາຕ່າງໆຂອງອົງກອນໄດ້ ເພາະໃນອະດີດບາງລະບົບໄດ້ຊ່ວຍແກ້ໄຂບັນຫາໃນອົງກອນຕ່າງໆ ເຮັດໃຫ້ບໍລິສັດຕ່າງໆສາມາດດຳເນີນກິດຈະການແລະມີການຂະຫຍາຍຕົວໃນສັງຄົມ, ລະບົບທີ່ມີເຄື່ອງມືເຂັ້ມແຂງສາມາດເຮັດໃຫ້ອົງກອນຂຶ້ນໄປຢືນຢູ່ແຖວໜ້າໃນການແຂ່ງຂັນກັບສາກົນ. ອຈ. ອາອມນ ຈັນທະພາວົງ

  21. 2.2.1 ນິຍາມຂອງລະບົບຂ່າວສານຂໍ້ມູນຍຸດທະສາດ (Definition of a Strategic Information System) ລະບົບຂ່າວສານຂໍ້ມູນຍຸດທະສາດສາມາດປ່ຽນແປງເປົ້າໝາຍ, ການດຳເນີນການ, ຜະລິດຕະພັນຫຼືການພົວພັບກັບຂ້າງນອກຂອງອົງກອນເພື່ອຊ່ວຍໃຫ້ອົງກອນມີຄວາມໄດ້ປຽບໃນການແຂ່ງຂັນໂດຍລະບົບດັ່ງກ່າວນີ້ໄດ້ຖືກນຳໃຊ້ກັບພະນັກງານທຸກຂັ້ນ, ເພື່ອຕ້ອງການໃຊ້ລະບົບຂ່າວສານຂໍ້ມູນເປັນອາວຸດໃນການແຂ່ງຂັນກ່ອນອື່ນເຮົາຕ້ອງຊອກຫາໂອກາດຍຸດທະສາດທາງທຸລະກິດໄດ້ຈາກໃສ ? ໂດຍມີ 2 ຕົວແບບໃຫ້ເລືອກຄື: ຕົວແບບຂອງພະລັງງານການແຂ່ງຂັນແລະຕົວແບບຕ່ອງໂສ້ມູນຄ່າ. ອຈ. ອາອມນ ຈັນທະພາວົງ

  22. 2.2.2 ການປະເຊີນກັບພະລັງງານການແຂ່ງຂັນ (Countering Competitive Forces) ທຸກໆວິສະຫະກິດລ້ວນແຕ່ມີໂອກາດ, ການຂົ່ມຂູ່ຈາກພາຍນອກເຊັ່ນ : ການເຂົ້າຕະຫຼາດໃໝ່ຂອງຜູ້ຜະລິດ, ຄວາມກົດດັນຈາກສິນຄ້າແລະການບໍລິການທົດແທນ, ການຕໍ່ລອງຂອງລູກຄ້າ, ການຕໍ່ລອງຂອງຜູ້ສະໜອງວັດຖຸແລະທີ່ຕັ້ງຂອງຄູ່ແຂ່ງເກົ່າເພື່ອຕ້ອງການເອົາຊະນະສິ່ງເຫຼົ່ານີ້ ບໍລິສັດຕ້ອງດຳເນີນຕາມ 4 ຍຸດທະສາດການແຂ່ງຂັນພື້ນຖານດັ່ງນີ້: ຄວາມແຕກຕ່າງຂອງສິນຄ້າ (Differentiation), ຄວາມແຕກຕ່າງຂອງຈຸດສຸມ (Focused Differentiation), ພັດທະນາຄວາມສຳພັນຢ່າງຊະນິດແໜ້ນກັບລູກຄ້າແລະຜູ້ສະໜອງ, ເປັນຜູ້ຜະລິດທີ່ມີຕົ້ນທຶນຕ່ຳ. ອຈ. ອາອມນ ຈັນທະພາວົງ

  23. ຕົວແບບພະລັງການແຂ່ງຂັນຂອງ Porter ຜູ້ເຂົ້າສູ່ຕະຫຼາດ ຄົນໃໝ່ ສິນຄ້າການບໍລິ ການທົດແທນ ວິສາ ຄູ່ແຂ່ງ ຫະກິດ ດັ່ງເດີມ ຜູ້ສະໜອງ ລູກຄ້າ • 2.2.2 ການປະເຊີນກັບພະລັງງານການແຂ່ງຂັນ (Countering Competitive Forces) (ຕໍ່) ອຈ. ອາອມນ ຈັນທະພາວົງ

  24. 2.2.3 ຍົກລະດັບເທັກໂນໂລຊີໃນຕ່ອງໂສ້ມູນຄ່າ(Leveraging Technology in The Value Chain) ຕົວແບບຂອງຕ່ອງໂສ້ມູນຄ່າແມ່ນການເຄື່ອນໄຫວສະເພາະດ້ານໃນທຸລະກິດ, ເຊິ່ງສາມາດເພີ່ມພະລັງໃນການແຂ່ງຂັນໂດຍໃຫ້ຮູ້ຈຸດງັດວິສະຫະກິດສາມາດໃຊ້ເທັກໂນໂລຊີຂ່າວສານຢ່າງມີປະສິດທິພາບໃນການປັບປຸງຖານະທີ່ຕັ້ງການແຂ່ງຂັນຂອງວິສະຫະກິດເຊັ່ນ: ຈະໄດ້ຮັບກຳໄລສູງສຸດຈາກລະບົບຂ່າວສານຂໍ້ມູນຍຸດທະສາດຢູ່ບ່ອນໃດ, ຈະໃຊ້ການເຄື່ອນໄຫວຂະໜາດໃດເພື່ອສ້າງສິນຄ້າແລະການບໍລິການໃໝ່, ເພື່ອປັບປຸງການຕີຕະຫຼາດ, ເພື່ອຜູກມັດລູກຄ້າແລະຜູ້ສະໜອງແລະເພື່ອຫຼຸດຕົ້ນທຶນໃນການດຳເນີນການ. ການເຄື່ອນໄຫວເຫຼົ່ານີ້ເປັນການເຄື່ອນໄຫວເບື້ອງຕົ້ນ (Primary Activity) ຫຼືການເຄື່ອນໄຫວສະໜັບສະໜູນ (Support Activities). ອຈ. ອາອມນ ຈັນທະພາວົງ

  25. 2.3 ການສົ່ງເສີມຄຸນນະພາບດ້ວຍລະບົບຂ່າວສານຂໍ້ມູນ (Quality Promotion by Information System) ການແຂ່ງຂັນໃນຍຸກໂລກາວິວັດໄດ້ບີບບັງຄັບໃຫ້ວິສະຫະກິດຕ່າງໆຕ້ອງໄດ້ນຳໃຊ້ຄຸນນະພາບເຂົ້າໃນຍຸດທະສາດການແຂ່ງຂັນ. ເຊິ່ງລະບົບຂ່າວສານຂໍ້ມູນຈະຊ່ວຍເຮັດໃຫ້ສິນຄ້າ, ການບໍລິການແລະການດຳເນີນການຂອງອົງກອນສາມາດບັນລຸຄຸນະພາບລະດັບສູງໄດ້. ອຈ. ອາອມນ ຈັນທະພາວົງ

  26. 2.3.1 ນິຍາມຂອງຄຸນນະພາບ (Definition of Quality) • ທັດສະນະຂອງຜູ້ຜະລິດ ຄຸນະພາບໝາຍເຖິງຄວາມສອດຄ່ອງກັບລາຍລະອຽດທີ່ໄດ້ລະບຸໄວ້ຂອງສິນຄ້າຫຼືການບໍລິການ (Specification of product & Services). • ສຳຫຼັບຜູ້ບໍລິໂພກ ຄຸນະພາບມີຄວາມໝາຍກວ້າງກວ່າໂດຍເລີ່ມຈາກຄຸນະພາບທາງກາຍຍະພາບເຊັ່ນ: ຄວາມທົນທານ, ຄວາມປອດໄພ, ຄວາມແຂງແກ່ນ. ຕໍ່ມາແມ່ນສົນໃຈຕໍ່ກັບຄຸນະພາບຂອງການບໍລິການເຊັ່ນ: ຄວາມຊັດເຈນ, ຕົວຈິງ, ການບໍລິການຫຼັງການຂາຍແລະສິ່ງສຸດທ້າຍຄືຄວາມສຳນຶກກ່ຽວກັບຄຸນນະພາບຂອງລູກຄ້າ. ໂດຍລວມເອົາທັງຄວາມຮູ້ຂອງທຸລະກິດໃນການຜະລິດສິນຄ້າ, ການຕ້ອນຮັບແລະທ່າທີຂອງພະນັກງານຂາຍແລະພະນັກງານບໍລິການພ້ອມທັງຊື່ສຽງຂອງສິນຄ້າ. ອຈ. ອາອມນ ຈັນທະພາວົງ

  27. 2.3.2 ການປະກອບສ່ວນຂອງລະບົບຂ່າວສານຂໍ້ມູນເຂົ້າໃນການຄຸ້ມຄອງຄຸນນະພາບແບບສົມບູນ ລະບົບຂ່າວສານໄດ້ປະກອບສ່ວນອັນສຳຄັນເຂົ້າໃນການຄຸ້ມຄອງຄຸນະພາບເຊັ່ນ: • ເຮັດໃຫ້ຂະບວນວິວັດການຜະລິດງ່າຍຂື້ນ. • ສະດວກໃນການກວດສອບມາດຕະຖານ. • ສາມາດປັບປຸງສິນຄ້າແລະການບໍລິການຕາມຄວາມຕ້ອງການຂອງລູກຄ້າ. • ຫຼຸດຮອບວຽນການຜະລິດລົງ. • ສະດວກໃນການປັບປຸງຄຸນະພາບແລະຄວາມຊັດເຈນໃນການອອກແບບ. • ເພີ່ມຄວາມແມ່ນຢຳໃນການຜະລິດ. ອຈ. ອາອມນ ຈັນທະພາວົງ

  28. ເຮັດໃຫ້ຂະບວນວິວັດການຜຼິດງ່າຍຂື້ນເຮັດໃຫ້ຂະບວນວິວັດການຜຼິດງ່າຍຂື້ນ ລະບົບຂໍ້ມູນຂ່າວສານໃຫ້ຄວາມສາມາດແກ່ຜູ້ຜະລິດໄດ້ຮູ້ລະອຽດຂັ້ນຕອນແລະວິທີການໃນການຜະລິດ, ເຫັນຂໍ້ຜິດພາດແລະວິທີການແກ້ໄຂງ່າຍຂື້ນ. ອຈ. ອາອມນ ຈັນທະພາວົງ

  29. ສະດວກໃນການກວດສອບມາດຕະຖານສະດວກໃນການກວດສອບມາດຕະຖານ • ການເຮັດວຽກຮ່ວມກັນລະຫວ່າງນັກວິຊາການດ້ານທຸລະກິດແລະນັກວິຊາການດ້ານຂ່າວສານຂໍ້ມູນເພື່ອກວດສອບມາດຕະຖານຂອງການຜະລິດທີ່ກ່ຽວຂ້ອງກັບຄຸນະພາບຂອງລະບົບຂ່າວສານຂໍ້ມູນຈະສ້າງຄວາມດວກຂື້ນຫຼາຍກວ່າ. ອຈ. ອາອມນ ຈັນທະພາວົງ

  30. ຫຼຸດຮອບວຽນການຜຼິດລົງ(Reducing Cycle Time) ການໃຊ້ລະບົບຂ່າວສານຂໍ້ມູນຈະເຮັດໃຫ້ໄລຍະຮອບວຽນຂອງການຜະລິດຫຼຸດລົງຍ້ອນການມີຂໍ້ມູນລະອຽດແລະຈະກວດພົບຂໍ້ຜິດພາດໃນການຜະລິດແຕ່ເບື້ອງຕົ້ນ. ອຈ. ອາອມນ ຈັນທະພາວົງ

  31. ສະດວກໃນການປັບປຸງຄຸນະພາບແລະຄວາມຊັດເຈນໃນການອອກແບບສະດວກໃນການປັບປຸງຄຸນະພາບແລະຄວາມຊັດເຈນໃນການອອກແບບ • ການປັບປຸງຄຸນະພາບແລະຄວາມຊັດເຈນຂອງຜົນຜະລິດແມ່ນຂື້ນຢູ່ກັບການວິເຄາະແລະການອອກແບບລະບົບໂດຍໃຊ້ລະບົບຂ່າວສານຂໍ້ມູນເຂົ້າມາຊ່ວຍເຊັ່ນ: software (CAD) ຊ່ວຍໃນການອອກແບບລົດໃຫຍ່, ອາຄານ. ຕຼອດຮອດວັດຖຸຊິ້ນນ້ອຍໆ. ອຈ. ອາອມນ ຈັນທະພາວົງ

  32. ເພີ່ມຄວາມແມ່ນຢຳໃນການຜະລິດ (Increase the Precision of Production) • ການນຳໃຊ້ software CAM (Computer Aided Manufacturing) ເພື່ອອ່ານຕົວແບບທີ່ສ້າງຂື້ນຈາກຄອມພິວເຕີແລ້ວນຳເອົາຂໍ້ມູນຕ່າງໆ ເພື່ອມາສັ່ງໃຫ້ຫຸ່ນຍົນຈັກຊ່ຽນສ້າງຊິ້ນສ່ວນຜະລິດຕະພັນໃດໜຶ່ງແມ່ນມີຄວາມລະອຽດ ແລະແມ່ນຢຳກ່ວາຄົນເຮົາເຮັດດ້ວຍມືຫຼາຍເທົ່າ. ອຈ. ອາອມນ ຈັນທະພາວົງ

More Related