260 likes | 800 Views
ບົດສະເໜີກ່ຽວກັບ ການນຳໃຊ ້ ຊຸດແບບຟອມ ເກັບກຳຂໍ້ມູນ ຂອງໂຮງຮຽນ. ໂດຍ: ກົມການເງິນ, ກະຊວງສຶກສາທິການ ແລະ ກິລາ 2013. ຫົວບົດທີ່ສະເໜີ. ຄວາມຈຳເປັນໃນການສ້າງຖານຂໍ້ມູນດ້ານການເງິນຂອງໂຮງຮຽນ ລະບົບການບັນທຶກເກັບກຳຂໍ້ມູນດ້ານການເງິນຂອງໂຮງຮຽນ ແບບຟອມເກັບກຳຂໍ້ມູນຂອງໂຮງຮຽນ. ຖານຂໍ້ມູນດ້ານການເງິນລະດັບໂຮງຮຽນ.
E N D
ບົດສະເໜີກ່ຽວກັບການນຳໃຊ້ ຊຸດແບບຟອມເກັບກຳຂໍ້ມູນຂອງໂຮງຮຽນ ໂດຍ: ກົມການເງິນ, ກະຊວງສຶກສາທິການ ແລະ ກິລາ 2013
ຫົວບົດທີ່ສະເໜີ ຄວາມຈຳເປັນໃນການສ້າງຖານຂໍ້ມູນດ້ານການເງິນຂອງໂຮງຮຽນ ລະບົບການບັນທຶກເກັບກຳຂໍ້ມູນດ້ານການເງິນຂອງໂຮງຮຽນ ແບບຟອມເກັບກຳຂໍ້ມູນຂອງໂຮງຮຽນ
ຖານຂໍ້ມູນດ້ານການເງິນລະດັບໂຮງຮຽນຖານຂໍ້ມູນດ້ານການເງິນລະດັບໂຮງຮຽນ ໃນທົ່ວປະເທດມີ: • 16 ແຂວງ + 1 ນະຄອນຫຼວງ • 145 ເມືອງ • ມີໂຮງຮຽນ (ອະນຸບານ, ປະຖົມ, ມັດທະຍົມ, ອາຊີວະ, ສູນ,...) ປະມານ 10,000 ແຫ່ງ ເພື່ອໃຫ້ສາມາດບໍລິຫານຈັດການຂໍ້ມູນໄດ້ຢ່າງມີປະສິດທິ ພາບ ແລະ ປະສິດທິຜົນໃນທົ່ວປະເທດ ຈຳເປັນຕ້ອງສ້າງຖານຂໍ້ມູນທີ່ເຮັດວຽກດ້ວຍລະບົບຄອມພິວເຕີ ທີ່ມີຖານຢູ່ໃນເວບໄຊທ໌ ເທິງອິນເຕີເນັດ
ຖານຂໍ້ມູນດ້ານການເງິນລະດັບໂຮງຮຽນ (ຕໍ່) ໃນລະບົບຖານຂໍ້ມູນນີ້.... • ໂຮງຮຽນເປັນຜູ້ຕື່ມ ແບບຟອມສັງລວມຂໍ້ມູນງົບປະມານ-ລາຍຈ່າຍ ທັງໝົດຂອງໂຮງຮຽນສົ່ງໃຫ້ຫ້ອງການສຶກສາທິການ ແລະ ກິລາເມືອງ • ເມືອງເປັນຜູ້ສັງລວມຂໍ້ມູນຂອງທຸກໂຮງຮຽນໃນຂອບເຂດຮັບຜິດຊອບຂອງຕົນ ປ້ອນຂໍ້ມູນແບບອອນລາຍ ເຂົ້າໃນຖານຂໍ້ມູນ ທີ່ມີຖານຢູ່ເທິງເວບໄຊທ໌ ໃນລະບົບອິນເຕີເນັດ • ແຂວງ ສາມາດຄຸ້ມຄອງບໍລິຫານ, ຕິດຕາມ, ກວດກາ ແລະ ປະເມີນຜົນ ບົນຖານຂໍ້ມູນ ຈາກລະດັບ ເມືອງ ຈົນເຖິງ ລະດັບໂຮງຮຽນແບບອອນລາຍ ໄດ້ຕະຫຼອດເວລາ • ສູນກາງ (ກົມການເງິນ) ສາມາດຄຸ້ມຄອງບໍລິຫານ, ຕິດຕາມ, ກວດກາ ແລະ ປະເມີນຜົນ ບົນຖານຂໍ້ມູນ ແບບອອນລາຍ ຈາກລະດັບແຂວງ, ເມືອງ ຈົນເຖິງ ລະດັບໂຮງຮຽນ ໄດ້ຕະຫຼອດເວລາ
ຊຸດແບບຟອມເກັບກຳຂໍ້ມູນຂອງໂຮງຮຽນຊຸດແບບຟອມເກັບກຳຂໍ້ມູນຂອງໂຮງຮຽນ ກົມການເງິນ ໄດ້ພັດທະນາຊຸດແບບຟອມເກັບກຳຂໍ້ມູນຂອງໂຮງຮຽນ ປະກອບມີ 2 ແບບຟອມຫຼັກ: ແບບຟອມເກັບກຳຂໍ້ມູນທົ່ວໄປ ແບບຟອມເກັບກຳຂໍ້ມູນດ້ານງົບປະມານ-ລາຍຈ່າຍ
I. ແບບຟອມເກັບກຳຂໍ້ມູນທົ່ວໄປ
ຕົວຢ່າງແບບຟອມເກັບກຳຂໍ້ມູນທົ່ວໄປຕົວຢ່າງແບບຟອມເກັບກຳຂໍ້ມູນທົ່ວໄປ
ການຕື່ມແບບຟອມເກັບກຳຂໍ້ມູນທົ່ວໄປການຕື່ມແບບຟອມເກັບກຳຂໍ້ມູນທົ່ວໄປ ໃຫ້ຕື່ມຂໍ້ມູນ ຫຼື ໝາຍກາກະບາດ ໃສ່ຕາມຄວາມເໝາະສົມກັບຂໍ້ມູນຕົວຈິງຂອງໂຮງຮຽນ ໃນ 6 ຫົວຂໍ້: • ປະເພດຂອງໂຮງຮຽນ • ທີ່ຕັ້ງຂອງໂຮງຮຽນ • ຜູ້ບໍລິຫານໂຮງຮຽນ • ບຸກຄະລາກອນ • ນັກຮຽນ • ການສະໜັບສະໜູນຈາກພາຍນອກ
ການຕື່ມແບບຟອມເກັບກຳຂໍ້ມູນທົ່ວໄປການຕື່ມແບບຟອມເກັບກຳຂໍ້ມູນທົ່ວໄປ • ປະເພດຂອງໂຮງຮຽນ ໃນທີ່ນີ້ໃຫ້ໝາຍ ຫຼື ຕື່ມຂໍ້ມູນກ່ຽວກັບພາກຮຽນ, ສົກຮຽນ ຊື່ ແລະ ລະຫັດໂຮງຮຽນ, ບ້ານ, ເມືອງ, ແຂວງ ຂໍ້ມູນເຫຼົ່ານີ້ສາມາດເບິ່ງໄດ້ຈາກ ແບບຟອມເກັບກຳຂໍ້ມູນສະຖິຕິ ຂອງໂຮງຮຽນ
ການຕື່ມແບບຟອມເກັບກຳຂໍ້ມູນທົ່ວໄປການຕື່ມແບບຟອມເກັບກຳຂໍ້ມູນທົ່ວໄປ 2. ທີ່ຕັ້ງຂອງໂຮງຮຽນ ໃນທີ່ນີ້ໃຫ້ໝາຍ ຫຼື ຕື່ມຂໍ້ມູນກ່ຽວກັບທີ່ຕັ້ງຂອງໂຮງຮຽນ ວ່າ ຢູ່ໃນ ຫຼື ນອກເຂດເທດສະບານ, ແຄມທາງໃຫ່ຍ ຫຼື ທາງຮ່ອມ, ແລະ ຢູ່ຫ່າງຈາກຫ້ອງການສຶກສາທິການ ແລະ ກິລາເມືອງ ຈັກກິໂລແມດ
ການຕື່ມແບບຟອມເກັບກຳຂໍ້ມູນທົ່ວໄປການຕື່ມແບບຟອມເກັບກຳຂໍ້ມູນທົ່ວໄປ 3. ຜູ້ບໍລິຫານໂຮງຮຽນ ໃນທີ່ນີ້ໃຫ້ໝາຍ ຫຼື ຕື່ມຂໍ້ມູນກ່ຽວກັບຜູ້ບໍລິຫານໂຮງຮຽນ ເຊັ່ນ ຜູ້ສັ່ງການແມ່ນໃຜ, ຂໍ້ມູນຕ່າງໆ ຂອງຜູ້ອຳນວຍການໂຮງຮຽນ
ການຕື່ມແບບຟອມເກັບກຳຂໍ້ມູນທົ່ວໄປການຕື່ມແບບຟອມເກັບກຳຂໍ້ມູນທົ່ວໄປ 4. ບຸກຄະລາກອນ ໃນທີ່ນີ້ໃຫ້ໝາຍ ຫຼື ຕື່ມຂໍ້ມູນກ່ຽວກັບຈຳນວນຄູອາຈານທັງໝົດ ແລະ ຈຳນວນທີ່ເປັນເພດຍິງ ໂດຍແຍກເປັນ ພະນັກງານລັດ ແລະ ພະນັກງານສັນຍາຈ້າງ
ການຕື່ມແບບຟອມເກັບກຳຂໍ້ມູນທົ່ວໄປການຕື່ມແບບຟອມເກັບກຳຂໍ້ມູນທົ່ວໄປ 5. ນັກຮຽນ ໃນທີ່ນີ້ໃຫ້ໝາຍ ຫຼື ຕື່ມຂໍ້ມູນກ່ຽວກັບນັກຮຽນ ເຊັ່ນຈຳນວນນັກຮຽນທັງໝົດ, ນັກຮຽນເພດຍິງ, ຈຳນວນນັກຮຽນຄ້າງຫອງ, ປະລະການຮຽນ, ອັດຕາສ່ວນນັກຮຽນ ຕໍ່ ຊຸດປື້ມແບບຮຽນ
ການຕື່ມແບບຟອມເກັບກຳຂໍ້ມູນທົ່ວໄປການຕື່ມແບບຟອມເກັບກຳຂໍ້ມູນທົ່ວໄປ 6. ການສະໜັບສະໜູນຈາກພາຍນອກ ໃນກໍລະນີທີ່ ໂຮງຮຽນໄດ້ຮັບການຊ່ວຍເຫຼືອຈາກໂຄງການ ຫຼື ອົງການການຈັດຕັ້ງສາກົນຕ່າງໆ ເຊັ່ນ ໂຄງການສຶກສາເພື່ອທຸກຄົນ (FTI), ໂຄງການຊີດ (CIED) ຂອງອົງການJICA), ອົງການ ຢູນີເຊບ (UNICEF), ອົດສະເອດ (AusAID), GIZ, ທະນາຄານໂລກ (WB), ທະນາຄານພັດທະນາອາຊີ (ADB) ຫຼື ອົງການຈັດຕັ້ງສາກົນທີ່ບໍ່ຂື້ນກັບລັດຖະບານ (INGO) ...
II. ແບບຟອມເກັບກຳຂໍ້ມູນ ດ້ານງົບປະມານ-ລາຍຈ່າຍຂອງໂຮງຮຽນ
ແຫຼ່ງງົບປະມານຂອງໂຮງຮຽນແຫຼ່ງງົບປະມານຂອງໂຮງຮຽນ ໃນປະຈຸບັນງົບປະມານໃນການດຳເນີນງານຂອງໂຮງຮຽນແມ່ນມາຈາກ 2 ແຫຼ່ງຕົ້ນຕໍຄື: • ງົບປະມານຂອງລັດ (ເງິນບໍລິຫານໂຮງຮຽນ) • ການປະກອບສ່ວນຂອງຊຸມຊົນ ແລະ ອື່ນໆ • ການປະກອບສ່ວນຂອງຊຸມຊົນ • ການສະໜັບສະໜູນຈາກອົງການຈັດຕັ້ງສາກົນຕ່າງໆ • ລາຍຮັບທີ່ໂຮງຮຽນຫາໄດ້ເອງ
ແຫຼ່ງງົບປະມານຂອງໂຮງຮຽນແຫຼ່ງງົບປະມານຂອງໂຮງຮຽນ 1. ງົບປະມານຂອງລັດ (ເງິນບໍລິຫານໂຮງຮຽນ) ໝາຍເຖິງເງິນບໍລິຫານໂຮງຮຽນທີ່ລັດສະໜອງໃຫ້ ສຳລັບການໃຊ້ຈ່າຍບໍລິຫານປົກກະຕິພາກ 12 ຕາມລາຍການທີ່ໄດ້ກຳນົດໄວ້. • ຄິດໄລ່ອີງຕາມຈຳນວນນັກຮຽນຕົວຈິງຂອງສົກຮຽນກ່ອນ • ຈ່າຍເປັນ 2 ຄັ້ງ, ຄັ້ງລະ 50% ຂອງຈຳນວນເງິນ
ແຫຼ່ງງົບປະມານຂອງໂຮງຮຽນແຫຼ່ງງົບປະມານຂອງໂຮງຮຽນ 2. ການປະກອບສ່ວນຂອງຊຸມຊົນ ແລະ ອື່ນໆ • ການປະກອບສ່ວນຂອງຊຸມຊົນ ເຊັ່ນ: • ຄອບຄົວ/ສະມາຄົມພໍ່ແມ່ນັກຮຽນ, ຊຸມຊົນອ້ອມແອ້ມໂຮງຮຽນ • ບຸກຄົນ, ປະຊາຊົນທົ່ວໄປ • ອົງກອນທຸລະກິດ, ອົງການຈັດຕັ້ງພາຍໃນຕ່າງໆ • ການສະໜັບສະໜູນຈາກອົງການຈັດຕັ້ງສາກົນຕ່າງໆເຊັ່ນ: • ອົດສະເອດ (AusAID), ໄຈກາ (JICA), ຈີໄອແຊດ (GIZ) • ຢູນີເຊບ, ອີຢູ, ທະນາຄານໂລກ, ທະນາຄານພັດທະນາອາຊີ • ອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດຖະບານ (INGO) ຕ່າງໆ • ໂຄງການຊ່ວຍເຫຼືອຈາກສາກົນ ອື່ນໆ • ລາຍຮັບທີ່ໂຮງຮຽນຫາໄດ້ເອງ: • ກິດຈະກຳສ້າງລາຍຮັບເຊັ່ນ ການຜະຫຼິດ ແລະ ຈຳໜ່າຍສິນຄ້າຫັດຖະກຳ, ກະສິກຳ... • ການປະມູນຮ້ານຂາຍເຄື່ອງ, ຮ້ານອາຫານໃນສະຖານທີ່ໂຮງຮຽນ....
ແຫຼ່ງງົບປະມານຂອງໂຮງຮຽນແຫຼ່ງງົບປະມານຂອງໂຮງຮຽນ ການປະກອບສ່ວນຂອງຊຸມຊົນ ແລະ ພາກສ່ວນອື່ນໆ ເປັນລາຍຮັບທີ່ ບໍ່ຄົງທີ່, ອາດຈະໄດ້ມາໃນຮູບແບບຕ່າງໆ ເຊັ່ນ: • ເປັນເງິນສົດ • ເປັນວັດຖຸ • ເປັນແຮງງານ ຫຼື ການບໍລິການ ໝາຍເຫດ ການປະກອບສ່ວນທີ່ບໍ່ແມ່ນເງິນແມ່ນໃຫ້ປະເມີນມູນຄ່າເປັນຈຳນວນ ເງິນຕາມລາຄາຕົວຈິງໃນທ້ອງຖິ່ນ ແລະ ຕ້ອງມີການຈົດບັນທຶກເຂົ້າ ໃນບັນຊີລາຍຮັບ-ລາຍຈ່າຍຂອງໂຮງຮຽນຢ່າງຄົບຖ້ວນ ແລະຈະແຈ້ງ
ການຕື່ມແບບຟອມເກັບກຳຂໍ້ມູນ ດ້ານງົບປະມານ-ລາຍຈ່າຍຂອງໂຮງຮຽນ ໃນຕົ້ນປີ ຫຼື ຕົ້ນພາກຮຽນ ໂຮງຮຽນອາດຈັດກອງປະຊຸມວາງແຜນພັດທະນາໂຮງຮຽນ ຮ່ວມກັບ ຄພສບ ເພື່ອ: • ກຳນົດແຫຼ່ງງົບປະມານ ແຜນງົບປະມານ • ກຳນົດກິດຈະກຳ ແຜນລາຍຈ່າຍ ຈາກນັ້ນ ໂຮງຮຽນດຳເນີນງານຕາມແຜນການທີ່ວາງໄວ້ ເມື່ອເຖິງທ້າຍພາກຮຽນ ຫຼື ທ້າຍປີໂຮງຮຽນຈະ: • ສະຫຼຸບສັງລວມ ລາຍຈ່າຍຕົວຈິງ • ສະຫຼຸບສັງລວມ ລາຍຮັບ-ລາຍຈ່າຍ, ຜິດດ່ຽງ (ຍອດຍົກໄປພາກຮຽນໜ້າ) ໝາຍເຫດ: ສຳລັບຍອດຍົກໄປພາກຮຽນໜ້າ ອາດມີຄ່າເປັນ + ຖ້າມີເງິນຄົງເຫຼືອ, ເທົ່າ 0 ຖ້າໃຊ້ງົບປະມານຈົນໝົດ ແລະສາມາດມີຄ່າເປັນ ລົບ (-) ຖ້າໃຊ້ເກີນງົບ, ໝາຍວ່າ ອາດມີການໃຊ້ລ່ວງໜ້າ ຫຼື ຄ້າງເປັນໜີ້ໄວ້
ການຕື່ມແບບຟອມເກັບກຳຂໍ້ມູນ ດ້ານງົບປະມານ-ລາຍຈ່າຍຂອງໂຮງຮຽນ ໃນແບບຟອມເກັບກຳຂໍ້ມູນດ້ານງົບປະມານ-ລາຍຈ່າຍ ຂອງແຕ່ລະພາກຮຽນ ຈະປະກອບມີ 4 ພາກຄື: • ແຜນງົບປະມານ • ແຜນລາຍຈ່າຍງົບປະມານ • ລາຍການໃຊ້ຈ່າຍຕົວຈິງ • ສັງລວມລາຍຮັບ-ລາຍຈ່າຍ
ການຕື່ມແບບຟອມເກັບກຳຂໍ້ມູນ ດ້ານງົບປະມານ-ລາຍຈ່າຍຂອງໂຮງຮຽນ • ແຜນງົບປະມານ ໃນຕອນຕົ້ນພາກຮຽນ, ໂຮງຮຽນອາດມີເງິນຍອດຍົກມາຈາກພາກຮຽນກ່ອນ ຢູ່ແລ້ວຈຳນວນໜຶ່ງ. ຈາກນັ້ນໂຮງຮຽນຈະວາງແຜນວ່າ ສຳລັບພາກຮຽນນີ້ ຈະໄດ້ງົບປະມານຈາກລັດ, ຈາກຊຸມຊົນ ແລະ ອື່ນໆ ມາເພີ່ມເຕີມເທົ່າໃດ. ຍອດຍົກມາຈາກພາກຮຽນກ່ອນ: ຈຳນວນເງິນຜິດດ່ຽງ (ເງິນຄົງເຫຼືອ) ຈາກພາກຮຽນກ່ອນ ແຜນງົບປະມານສຳລັບພາກຮຽນນີ້: ສັງລວມມາຈາກແຜນພັດທະນາໂຮງຮຽນ ລວມ:ໝາຍເຖິງລວມຍອດຈຳນວນເງິນໃນແຜນງົບປະມານ
ການຕື່ມແບບຟອມເກັບກຳຂໍ້ມູນ ດ້ານງົບປະມານ-ລາຍຈ່າຍຂອງໂຮງຮຽນ II. ແຜນລາຍຈ່າຍງົບປະມານ ເມື່ອມີຕົວເລກລວມຍອດເງິນງົບປະມານໃນແຜນແລ້ວ ໂຮງຮຽນສາມາດ ຈັດສັນງົບປະມານສຳລັບກິດຈະກຳຕ່າງໆ ທີ່ວາງແຜນໄວ້ແລະ ສ້າງເປັນແຜນລາຍຈ່າຍງົບປະມານ ລວມຍອດແຜນລາຍຈ່າຍ (ທີ່ທາສີໄວ້) ຈະຕ້ອງເທົ່າກັບ ລວມຍອດ ແຜນງົບປະມານ (ທີ່ທາສີໄວ້) ໃນຕາຕະລາງທີ I ຂ້າງເທິງ ລາຍການທີ່ບໍ່ອະນຸຍາດໃຫ້ໃຊ້ເງິນບໍລິຫານ ຂອງລັດ ຈະໝາຍກາກະບາດ ໄວ້ (ສາມາດໃຊ້ເງິນຊຸມຊົນ) (ຄຳອະທິບາຍຂອງແຕ່ລະລາຍການໃຊ້ຈ່າຍແມ່ນໃຫ້ເບິ່ງໃນເອກະສານຄຳແນະນຳ)
ການຕື່ມແບບຟອມເກັບກຳຂໍ້ມູນ ດ້ານງົບປະມານ-ລາຍຈ່າຍຂອງໂຮງຮຽນ III. ລາຍການໃຊ້ຈ່າຍຕົວຈິງ ໃນຕາຕະລາງນີ້ ໂຮງຮຽນຈະຕື່ມຂໍ້ມູນລາຍການໃຊ້ຈ່າຍຕົວຈິງທັງໝົດທີ່ເກີດຂຶ້ນໃນພາກຮຽນ ໂດຍສັງລວມຈາກປື້ມບັນຊີລາຍຮັບ- ລາຍຈ່າຍປະຈຳວັນ ແລະ ປື້ມບັນຊີໃຫຍ່ຂອງໂຮງຮຽນ (ຄຳອະທິບາຍຂອງແຕ່ລະລາຍການໃຊ້ຈ່າຍແມ່ນໃຫ້ເບິ່ງໃນເອກະສານຄຳແນະນຳ)
ການຕື່ມແບບຟອມເກັບກຳຂໍ້ມູນ ດ້ານງົບປະມານ-ລາຍຈ່າຍຂອງໂຮງຮຽນ IV. ສັງລວມລາຍຮັບ-ລາຍຈ່າຍ ຍອດຍົກມາຈາກພາກຮຽນກ່ອນ: ຈຳນວນເງິນຄົງເຫຼືອ ຈາກພາກຮຽນກ່ອນ ລາຍຮັບຕົວຈິງທີ່ໄດ້ຮັບໃນພາກຮຽນນີ້: ເງິນທີ່ໄດ້ຮັບຕົວຈິງທັງໝົດໃນພາກຮຽນນີ້ ລວມຍອດງົບປະມານທີ່ມີຕົວຈິງ: ເງິນໄດ້ຮັບຕົວຈິງທັງໝົດ + ຍອດຍົກມາຈາກພາກຮຽນກ່ອນ ລວມຍອດລາຍຈ່າຍຕົວຈິງ: ມູນຄ່າລວມການໃຊ້ຈ່າຍຕົວຈິງ ໃນຕາຕະລາງທີ III ຂ້າງເທິງ ຜິດດ່ຽງ (ຍອດຍົກໄປພາກຮຽນໜ້າ): ເງິນຄົງເຫຼືອ ທີ່ຈະຍົກຍອດໄປພາກຮຽນໜ້າ