330 likes | 752 Views
ວິຊາການບໍລິຫານການຜະລິດແລະການປະຕິບັດການ. ບົດທີ 6 ຊັບພະຍາກອນມະນຸດໃນການດຳເນີນງານ. 6.1: ຫລັກການຈັດສັນພະນັກງານ. ການຈັດຄົນໃຫ້ເໜາະກັບງານ ການກຳນົດຄວາມຮັບຜິດຊອບ ການຝຶກອົບຮົມ ການກຳນົດມາດຕະຖານການປະຕິບັດວຽກ ການຄວບຄຸມ ການຕິດຕໍ່ສື່ສານ ແລະ ການມີສ່ວນຮ່ວມຂອງພະນັກ ງານ ການໃຊ້ສິ່ງຈູງໃຈ. 6.2: ການອອກແບບງານ.
E N D
ວິຊາການບໍລິຫານການຜະລິດແລະການປະຕິບັດການວິຊາການບໍລິຫານການຜະລິດແລະການປະຕິບັດການ ບົດທີ 6ຊັບພະຍາກອນມະນຸດໃນການດຳເນີນງານ
6.1: ຫລັກການຈັດສັນພະນັກງານ • ການຈັດຄົນໃຫ້ເໜາະກັບງານ • ການກຳນົດຄວາມຮັບຜິດຊອບ • ການຝຶກອົບຮົມ • ການກຳນົດມາດຕະຖານການປະຕິບັດວຽກ • ການຄວບຄຸມ • ການຕິດຕໍ່ສື່ສານ ແລະ ການມີສ່ວນຮ່ວມຂອງພະນັກ ງານ • ການໃຊ້ສິ່ງຈູງໃຈ
6.2: ການອອກແບບງານ • ວັດຖຸປະສົງທີ່ສຳຄັນປະການໜື່ງຄືເພື່ອການປັບປຸງການເພີ່ມຜົນຜະລິດຂອງກິດຈະກຳໂດຍທົ່ວໄປ • ປະສິດທິພາບການເຮັດວຽກແນວຄິດນີ້ໄດ້ຮັບການສະເໜີໄວ້ຕັ້ງແຕ່ສະໄໜການຈັດຕັ້ງເຊີງວິທະຍາສາດ (Scientific man Agement) ໃນປີ 1911
1. ຈາກອະດິດຈົນເຖີງປະຈຸບັນໄດ້ມີການສະເໜີແນວຄິດຊ່ວຍການອອກແບບວຽກຄື: • ການເຮັດວຽກສະເພາະຢ່າງ (Job Specialization) • ຕາມທີ່ກຳນົດໄວ້ ແລະ ມີການກະທຳຊ້ຳຢູ່ສະເໜີໂດຍມີການສົມມຸດວ່າການເຮັດວຽກຊ້ຳຊ່ວຍໃຫ້ເກີດມີການປັບປຸງ ແລະ ເປັນການເພີ້ມປະສິດທິພາບຂອງວຽກ.
2. ໃນປະຈຸບັນການອອກແບບວຽກໄດ້ປຽນໄປຈາກອະດິດໂດຍເນັ້ນການເຮັດວຽກແບບເປັນກຸ້ມຫລາຍ ຊື່ພະນັກງານຕ້ອງມີຄວາມສາມາດຄື • ການຂະຫຍາຍຂອບເຂດຂອງວຽກ(Job Enlargement) • ການເພີ່ມຄຸນຄ່າຂອງວຽກ (Job Enrichment) • ການຊັບປ່ຽນວຽກ (Job Rotation) • ເສັ້ນໂຄງການຮຽນຮູ້ (Learning Curve) • ວິທີການທາງວິສະວະກຳ (Method Engineering) • ວິສາວະກຳມະນຸດສາດ (Human Factor Engineering)
6.3: ມາດຕະການການປະຕິບັດງານ • ການກຳນົດຕົ້ນທຶນ ແລະ ລາຄາ • ການຈູງໃຈພະນັກງານ • ການປະເມີນຜົນການປະຕິບັດງານ • ຂະບວນການຜະລິດສິນຄ້າ ແລະ ບໍລິການ
6.4: ການວັດງານ • ການສຶກສາການປະຕິບັດງານ (Time Study) • ການໃຊ້ຂໍ້ມູນທີ່ກຳນົດໄວ້ລ່ວງໜ້າ (Predetermind Data) • ການສຸ່ມຕົວຢ່າງງານ (Work Sampling)
6.4.1: ການສຶກສາການປະຕິບັດງານ (Time Study) • ຈຳແນກງານທີ່ຕ້ອງການກຳນົດເວລາມາດຕະຖານອອກເປັນສ່ວນຍ່ອຍໆ • ກຳນົດວິທີການທີ່ຈະໃຊ້ໃນການນັບເວລາການປະຕິບັດງານສ່ວນຍ່ອຍແຕ່ລະງານ • ຄັດເລືອກພະນັກງານ ແລະ ຝຶກອົບຮົມພະນັກງານເພື່ອປະຕິບັດສວ່ນຍ່ອຍຕ່າງໆ • ຈັດເວລາໃນການປະຕິບັດງານຍ່ອຍແຕ່ລະງານ • ລວມເວລາທີ່ໃຊ້ໃນການປະຕິບັດງານສ່ວນຍ່ອຍທັງໜົດເພື່ອກຳນົດເວລາມາດຕະຖານ
ການຄຳນວນເວລາມາດຕະຖານທີ່ໃຊ້ໃນການປະຕິບັດງານໃຊ້ສູດດັ່ງນີ້:ການຄຳນວນເວລາມາດຕະຖານທີ່ໃຊ້ໃນການປະຕິບັດງານໃຊ້ສູດດັ່ງນີ້: ສູດ NT = (AT) x (PR) ST= NT(1+PFD/100) ກຳນົດໃຫ້: AT= ເວລາຈີງທີ່ໃຊ້ໃນການປະຕິບັດງານ (Actual time) NT= ເວລາປົກະຕິທີ່ທີ່ໃຊ້ໃນການປະຕິບັດງານ (Normal Time) ST= ເວລາມາດຕະຖານທີ່ໃຊ້ໃນການປະຕິບັດງານ(Standard time) PFD= ຄ່າສູນເປົ່າໃນການປະຕິບັດງານ(Personal ,Fatigue, and Delay allowance) PR= ຄ່າປະເມີນຜົນການປະຕິບັດງານ (Performance Rating :PR)
ຕົວຢ່າງ6.1: ຈາກການສຶກສາການຈັບເວລາການປະຕິບັດງານຂອງ ພະນັກງານປ້ອນຂໍ້ມູນຈາກໃບບິນຮັບເງິນເຂົ້າເຄື່ອງຄອມ ພິວເຕີເຫັນວ່າງານດັ່ງກ່າວສາມາດແບ່ງແຍກອອກເປັນ ສ່ວນຍ່ອຍໆໄດ້ດັ່ງນີ້: • ຕຽມການປ້ອນຂໍ້ມູນໂດຍນຳໃບຮັບເງິນແຕ່ລະໃບວາງລົງຂ້າງເຄື່ອງຄອມພິວເຕີ • ປ້ອມຂໍ້ມູນຈາກໃບຮັບເງິນເຂົ້າເຄື່ອງຄອມພິວເຕີ • ວ່າງໃບຮັບເງິນທີ່ປ້ອມຂໍ້ມູນແລ້ວໄວ້ອີກຂ້າງໜື່ງ • ທຳຂັ້ນຕອນ 1 – 3 ຊ້ຳ
ຕົວຢ່າງ6.1: (ຕໍ່) 5. ເມື່ອຄົບ 5 ໃບເກັບລວບລວມເອກະສານໄວ້ດ້ວຍກັນ ແລ້ວຈື່ງກັບໄປເລີ້ມຂັ້ນຕອນທີ່ໜື່ງໃໜ່ຂໍ້ມູນໃນຕາຕະ ລາງທີ່ກຳນົດໃຫ້ເປັນການຈັບເວລາປ້ອນຂໍ້ມູນໃບຮັບເງິນ ຕັ້ງແຕ່ໃບທີ່ 1-6 ກຳນົດໃຫ້ຄ່າ PFD=15% ຈົ່ງ ຄຳນວນເວລາມາດຕະຖານໃນການປະຕິບັດງານຂອງ ພະນັກງານ
ວິທີແກ້: ຄຳນວນຫາຖ້ຽນທີ່ໃຊ້ສຳລັບງານທີ່ 1 ມີດັ່ງນີ້: 1. AT(1) =(0.07+0.06+0.07+0.05+0.07+0.08)/6 = 0.4/6 =0.067ນາທີ /ໃບ • NT(1)=ATxPR = (0.067)x(0.95 )= 0.063 ນາທີ/ໃບ 2. AT(2)= (0.5+0.49+0.52+0.55+0.48+0.48)/6 = 0.503 ນາທີ /ໃບ • NT(2)= 0.503x1.05 = 0.529 ນາທີ/ໃບ
ວິທີແກ້: 3. AT(3)=(0.06+0.07+0.08+0.07+0.07+0.06)/6 = 0.068 ນາທີ/ໃບ • NT(3)=0.068x1.00=0.068 ນາທີ/ໃບ 4. AT(4)=(0.15)/5 = 0.03 ນາທີ/ໃບ • NT(4)=0.03x1.00= 0.03 ນາທີ/ໃບ • Total NT =0.063 + 0.529 + 0.068 + 0.03 = 0.690 ນາທີ/ໃບ ST = NT(1+PFD/100) = 0.690(1+0.15) =0.794 ນາທີ/ໃບ
6.4.2: ການໃຊ້ຂໍ້ມູນທີ່ກຳນົດໄວ້ລ່ວງໜ້າ (Predetermined Data) • ແບ່ງງານອອກເປັນກິດຈະກຳຍອ່ຍໆຕາມຕາມລັກສະນະການເຄື່ອນໄຫວພື້ນຖານ (Basic micromotions) • ຊື່ງໄດ້ມີການຄຳນວນເວລາມາດຕະຖານໄວ້ລ່ວງໜ້າແລ້ວຈື່ງສາມາດນຳມາຄຳນວນເວລາມາດຕະຖານຂອງການປະຕິບັດງານແຕ່ລະງານໄດ້ເລີຍ • ສາມາດກຳນົດເວລາມາດຕະຖານສຳລັບກິດຈະການຍ່ອຍໄວ້ລ່ວງໜ້າ ແລະ ບໍ່ຈຳເປັນຕ້ອງກຳນົດຄ່າ PR ສຳລັບແຕ່ລະງານແຕ່ລະຢ່າງ
ຂະບວນການໃຊ້ຂໍ້ມູນເວລາຂອງການ ເຄື່ອນໄຫວທີ່ກຳນົດລ່ວງໜ້າມີ 5 ຂັ້ນຕອນດັ່ງນີ້: • ແບ່ງວຽກທີ່ຕ້ອງການສຶກສາອອກເປັນກິດຈະກຳຍ່ອຍໃຫ້ຢູ່ໃນຮູບຂອງການເຄື່ອນໄຫວພຶ້ນຖານ • ກຳນົດລະດັບຄວາມຍາກງ່າຍ (Degree of difficulty) ສຳລັບການເຄື່ອນໄຫວພຶ້ນຖານຂອງແຕ່ລະກິດຈະກຳຍ່ອຍທີ່ໄດ້ແບ່ງໄວ້ • ກຳນົດເວລາທີ່ໃຊ້ສຳລັບການເຄື່ອນໄຫວພຶ້ນຖານຂອງແຕ່ລະກິດຈະກຳໂດຍອາໃສຂໍ້ມູນຈາກຕາຕະລາງເວລາມາດຕະຖານ
6.4.3: ການຊຸມຕົວຢ່າງ(Work Sampling) • ລະບຸກິດຈະກຳທີ່ຕ້ອງການສືກສາ • ກຳນົດກຸ້ມຕົວຢ່າງທີ່ຕ້ອງການສຶກສາ • ກຳເວລາໃນການຊຸມຕົວຢ່າງ • ສັງເກດການເຮັດວຽກຂອງກິດຈະກຳທີ່ຕ້ອງການສຶກສາ ແລະ ບັນທຶກຂໍ້ມູນ • ຕັດສິນໃຈວ່າຈະຕ້ອງມີການຊຸ້ມຕົວຢ່າງເພີ້ມເຕີມ ຫລື ບໍ່ • ຄິດໄລ່ເວລາທີ່ໃຊ້ໃນການປະຕິບັດງານຂອງກິດຈະກຳທີ່ຈະຕ້ອງສຶກສາ
6.5: ການໃຊ້ສິ່ງຈູງໃຈ • ການຈູງໃຈດ້ານການເງິນ (Financial Incentives) • ຜົນປະໂຫຍດຕ່າງໆ (Fringe benefits)
6.5.1:ການຈູງໃຈດ້ານການເງິນ (Financial Incentives) • ວິທີການຈ່າຍຄ່າແຮງງານຫລາຍ (Piece Rate Method) • ວິທີຊົ່ວໂມງມາດຕະຖານ (Standard Hour Method)
1. ວິທີການຈ່າຍຄ່າແຮງງານຫລາຍ (Piece Rate Method) ສູດPWRi= WRi/SPRi Epw = (Ni)x(PWRi) ກຳນົດໃຫ້ • PWRi= ອັດຕາຄ່າແຮງງານຕໍ່ອັນ(Piece Wage Rate)ຂອງສິນຄ້າ I • WRi = ອັດຕາຄ່າແຮງຕໍ່ຊົ່ວໂມງ (Wage Rate) ຂອງສິນຄ້າ I • SPRi= ອັດຕາການຜະລິດມາດຕະຖານ(Standard Production Rate )ຂອງສິນຄ້າ I (ອັນຕໍ່ຊົ່ວໂມງ) • Epw= ຄ່າແຮງງານທັງໜົດທີ່ໄດ້ຮັບ Entire Piece Wage • Ni= ຈຳນວນອັນຂອງສິນຄ້າ I ທີ່ຜະລິດໄດ້
ຕົວຢ່າງ 6.2: ທ່ານ ສົມໄຊຮັບຈ້າງຫໍສິນຄ້າໄດ້ຄ່າແຮງງານຊົ່ວໂມງ ລະ 6 ບາດ ແລະ ມາດຕະຖານໃນການຫໍສິນຄ້າ ປະເພດນີ້ເທົ່າກັບ 60 ອັນຕໍ່ຊົ່ວໂມງ, ມື້ທຳອິດທ່ານ ສົມໄຊຫໍໄດ້ສິນຄ້າ A ໄດ້ 500 ອັນ ຈົ່ງຊອກຫາລາຍ ໄດ້ຂອງທ່ານສົມໄຊ ມີເທົ່າໃດ ? ໂດຍໃຊ້ວິທີການ ຄຳນວນອັດຄ່າແຮງງານຫລາຍຢ່າງ
ວິທີແກ້ 6.2: • ຄ່າແຮງງານຕໍ່ຊົ່ວໂມງ (WRi)= 6 ບາດຕໍ່ຊົ່ວໂມງ • ອັດຕາການຜະລິດມາດຕະຖານ(SPRi)=60ອັນ/ຊົ່ວໂມງ PWR= WRi /SPRi = 6/60 PWR = 0.1 ບາດ/ອັນ Epw = (Ni)x(PWRi) = 500(0.1) Epw = 50 ບາດ/ມື້ ດັ່ງນັ້ນ, ໃນການວັກແທນທ່ານສົມໄຊມີລາຍໄດ້ທັງໜົດ 50 ບາດ
ຕົວຢ່າງ 6.3: ຈາກຕົວຢ່າງທີ່ 6.2: ສົມມຸດວ່າໃນມື້ທີ່ 2 ທ່ານສົມ ໄຊຫໍ່ສິນຄ້າ A ໄດ້ 400 ອັນ, ຄ່າແຮງງານຊົ່ວໂມງລະ 6 ບາດ, ມາດຕະຖານໃນການຫໍ່ສິນຄ້າປະເພດນີ້ເທົ່າກັບ 60 ອັນຕໍ່ຊົ່ວໂມງແລະສິນຄ້າ B ໄດ້ 120ອັນ, ຄ່າແຮງ ງານຊົ່ວໂມງລະ 6 ບາດແລະມາດຕະຖານໃນການຫໍ່ສິນ ຄ້າ B ເທົ່າກັບ 40 ອັນຕໍ່ຊົ່ວໂມງຈົ່ງຊອກຫາໃນມື້ທີ່ 2 ທ່ານສົມໄຊມີລາຍໄດ້ທັງໜົດເທົ່າໃດ ?
ວິທິແກ້ 6.3: Ni(A)= 400; PWRi(A)= 6/60 = 0.1 Ni(B)= 120; PWRi(B)= 6/40 = 0.15 Epw=[Ni(A)xPWRi(A)]+[Ni(B)xPWRi(B)] = (0.1)(400) + (0.15)(120) = 58 ບາດ/ມື້ ດັ່ງນັ້ນໃນມື້ທີ່ສອງທ່ານສົມໄຊມີລາຍໄດ້ທັງໜົົດ 58 ບາດ
2. ວິທີຊົ່ວໂມງມາດຕະຖານ (Standard Houi Method) ສູດ Esh = (SHE) x (WR) SHEi = Ni / SPRi ກຳນົດໃຫ້: Esh= ຄ່າແຮງທັງໜົດທີ່ໄດ້ຮັບຈາກການຄຳນວນໂດຍວິທີຊົ່ວໂມງມາດຕະຖານ Entire Standard Hour SHEi= ຈຳນວນຊົ່ວໂມງມາດຕະຖານທັງໜົດຂອງການຜະລິດສິນຄ້າ I Standard Hour WRi= ອັດຕາຄ່າແຮງຕໍ່ຊົ່ວໂມງຂອງການຜະລິດສິນຄ້າ I Ni= ຈຳນວນຂອງສິນຄ້າ I ທີ່ຜະລິດໄດ້ SPRi= ອັດຕາມາດຕະຖານຂອງການຜະລິດສິນຄ້າ I ຕໍ່ 1 ຊົ່ວໂມງ
ຕົວຢ່າງ 6.4: ຈາກຕົວຢ່າງ 6.2: ຈົ່ງຄິດໄລ່ລາຍໄດ້ຂອງທ່ານ ສົມ ໄຊ ໂດຍໃຊ້ວິທີຊົ່ວໂມງມາດຕະຖານ
ວິທີແກ້ ກຳນົດໃຫ້: Ni = 500 ອັນ WRi = 6 ບາດຕໍ່ຊົ່ວໂມງ SPRi = 60 ອັນຕໍ່ ຊົ່ວໂມງ SHEi = Ni / SPRi = 500 / 60 = 8.33 ຊົ່ວໂມງ Esh = (SHE )/(Wri) = 8.33 x 6 Esh= 50 ບາດ/ມື້
ຕົວຢ່າງ 6.5: ຈາກຕົວຢ່າງ 6.3: ຈົ່ງຄິດໄລ່ລາຍໄດ້ຂອງທ່ານ ສົມ ໄຊ ໂດຍໃຊ້ວິທີຊົ່ວໂມງມາດຕະຖານ
ວິທິແກ້ 6.5: N(A)= 400 ອັນ ; N(B)= 120 ອັນ WR(A) = 6 ບາດ/h; WR(B) = 6 ບາດ/h; SPR(A) = 60 ອັນ/h; SPR(B) = 40 ອັນ/h SHE= N/SPR SHE(A)= 400/60 = 6,66 h SHE(B)= 120/40 = 3 h Esh=[SHE(A) x WR(A) ]+[SHE(B) x WR(B) ] = (6,66)(6) + (3)(6) = 58 ບາດ/ມື້ ດັ່ງນັ້ນໃນມື້ທີ່ສອງທ່ານສົມໄຊມີລາຍໄດ້ທັງໜົົດ 58 ບາດ