270 likes | 1.25k Views
ຍິນດີຕ້ອນຮັບສູ່ງານພົບປະ ປະຈຳປີ2009. 04 ກໍລະກົດ 2009 ໂຮງແຮມດອນຈັນພາເລດ. ສະຫລຸບວຽກງານ 1ປີຜ່ານມາ. ເວລາໃນການສະເຫນີ 30ນາທີ, 18.00-18.30 ເນື້ອໃນ: ປະຫວັດຄວາມເປັນມາຂອງສະມາຄົມ ສະມາຊິກຂອງສະມາຄົມ ຈຸດປະສົງຂອງກິດຈະກຳ ການບໍລິຫານງານ ແຫລ່ງທຶນ ຜົນງານ1ປີຜ່ານມາ (ເດືອນ7ປີ2008 - ເດືອນ6ປີ2009)
E N D
ຍິນດີຕ້ອນຮັບສູ່ງານພົບປະປະຈຳປີ2009ຍິນດີຕ້ອນຮັບສູ່ງານພົບປະປະຈຳປີ2009 04ກໍລະກົດ2009 ໂຮງແຮມດອນຈັນພາເລດ
ສະຫລຸບວຽກງານ 1ປີຜ່ານມາ • ເວລາໃນການສະເຫນີ 30ນາທີ, 18.00-18.30 • ເນື້ອໃນ: • ປະຫວັດຄວາມເປັນມາຂອງສະມາຄົມ • ສະມາຊິກຂອງສະມາຄົມ • ຈຸດປະສົງຂອງກິດຈະກຳ • ການບໍລິຫານງານ • ແຫລ່ງທຶນ • ຜົນງານ1ປີຜ່ານມາ (ເດືອນ7ປີ2008 - ເດືອນ6ປີ2009) • ແຜນງານໃນຕໍ່ຫນ້າ (ເດືອນ7ປີ2009 - ເດືອນ6ປີ2010) • ລາຍງານກ່ຽວກັບ ການກະກຽມງານພົບປະປະຈຳປີ2009
1. ຄວາມເປັນມາຂອງສະມາຄົມ (1) • ການໄປສຶກສາຢູ່ປະເທດຍີ່ປຸ່ນຂອງນັກສຶກສາລາວ • ຊຸມປີ1960, ປີລະ2-3ຄົນ ເຊັ່ນ: ທ່ານລັງສີ ໄຊວິສິດ (ພະນັກງານບຳນານ) • ຊຸມປີ1970, ປີລະ2-3ຄົນ ເຊັ່ນ: ທ່ານບົວຄຳ ສີສຸລາດ (ຜູ້ວ່າເຂດ ເສດຖະກິດພິເສດສະຫວັນເຊໂນ) • ຊຸມປີ1988-ປັດຈຸບັນ, ຈຳນວນນັກສຶກສາໃນແຕ່ລະປີ ແມ່ນເພີ່ມມາຕະຫລອດ, ປະມານ50ຄົນ ຕໍ່ປີ • ທຶນ Monbusho, 20ກວ່າຄົນ (ອະຊີວະ, ປ.ຕີ, ປ.ໂທ ແລະປ.ເອກ) • ທຶນ JDS, 20-25ຄົນ (ປ.ໂທ) • ທຶນ Asean Youth Fellowship (AYF), 2-3ຄົນ (ປ.ໂທ ແລະ/ຫລື ປ.ເອກ) • ທຶນເຝິກອົບຮົມໄລຍະຍາວ JICA, 2-3ຄົນ (ປ.ໂທ ຫລື ປ.ເອກ) • ທຶນ Young LeaderProgram (YLP), 2-3ຄົນ (ປ.ໂທ) • ທຶນສ່ວນຕົວ
1. ຄວາມເປັນມາຂອງສະມາຄົມ (2) • ເງື່ອນໄຂ ແລະສາເຫດທີ່ພາໃຫ້ມີການສະເຫນີສ້າງຕັ້ງສະມາຄົມ • ສາເຫດພາຍໃນ • ນັກສຶກສາທີ່ກັບມາ ມີຈຳນວນເພີ່ມຂຶ້ນປີຕໍ່ປີ, ຢາກມີການພົບປະ ແລະແລກປ່ຽນນຳກັນ • ຢາກເປັນສະມາຄົມ ເພື່ອສະດວກໃນການປະກອບສ່ວນ ເຂົ້າໃນວຽກງານພັດທະນາເສດຖະກິດ-ສັງຄົມລາວ • ຢາກເປັນສະມາຄົມ ເພື່ອສະດວກໃນການປະກອບສ່ວນ ເສີມສ້າງສາຍພົວພັນລາວ-ຍີ່ປຸ່ນ • ສາເຫດພາຍນອກ • ປະເທດເຮົາເຂົ້າ ASEAN, ເຂົ້າຮ່ວມຂະບວນການຮ່ວມມື ASEAN+3 • ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການສະຫນັບສະຫນູນ ນັກສຶກສາຈົບຈາກຍີ່ປຸ່ນ ຜ່ານສະຖານທູດ • ພັກ ແລະລັດເຮົາ ໃຫ້ຄວາມສຳຄັນ ແກ່ການຮ່ວມມືລາວ-ຍີ່ປຸ່ນ ກໍ່ຄືນັກສຶກສາຈົບຈາກຍີ່ປຸ່ນ • ສະມາຄົມມິດຕະພາບລາວ-ຍີ່ປຸ່ນສູນກາງ • ຕົກລົງໃຫ້ສ້າງຕັ້ງສະມາຄົມອະດີດນັກສຶກສາ ໃນວັນທີ11/05/2001 • ແຕ່ງຕັ້ງຄະນະສະມາຄົມ ໃນວັນທີ30/05/2003
1. ຄວາມເປັນມາຂອງສະມາຄົມ (3) • ຄະນະສະມາຄົມຊຸດທີ1 (ແຕ່ງຕັ້ງທາງການ 30/05/2003) • ທ່ານ ດຣ ພອນແກ້ວ ຈັນທະມາລີ ຫົວຫນ້າພະແນກສົ່ງເສີມການຄົ້ນຄວ້າວິທະຍາສາດ, ມະຫາວິທະຍາໄລແຫ່ງຊາດ, ເປັນປະທານ • ທ່ານ ສີຫັດຖະ ຣາຊະພົນ ຫົວຫນ້າບໍລິສັດທີ່ປຶກສາຈຳປາລາວ, ເປັນຮອງປະທານ • ທ່ານ ຄຳມ່ວນ ຊົມສີຫາປັນຍາ ຮອງຜູ້ອຳນວຍການໃຫຍ່ ລັດວິສາຫະກິດໂທລະຄົມລາວ, ເປັນຮອງປະທານ • ທ່ານ ພຸດທາ ເພັດໃບສີ ພະນັກງານສັງກັດອົງການໄຈກາ, ເປັນກຳມະການ • ທ່ານ ວັນທາ ແສງເມືອງ ພະນັກງານກະຊວງຕ່າງປະເທດ, ເປັນກຳມະການ • ທ່ານ ທອງວັນ ເທບໄກສອນ ທຸລະກິດສ່ວນຕົວ, ເປັນກຳມະການ • ທ່ານນາງ ດວງມາລາ ກຸນຊະນະ ອາຈານສອນທີ່ຄະນະວິສະວະກຳສາດ, ເປັນເລຂານຸການ • ທ່ານນາງ ບົວສອນ ວົງຖາວອນ ພະນັກງານສັງກັດສະຖານທູດຍີ່ປຸ່ນ, ເປັນເລຂານຸການ • ທ່ານ ລັງສີ ໄຊວິສິດ ຫົວຫນ້າກົມຊົນລະປະທານ, ກະຊວງກະສິກຳ-ປ່າໄມ້ ເປັນທີ່ປຶກສາ • ທ່ານ ດຣ ເກດແກ້ວ ພວງເພັດ ຮອງຫົວຫນ້າພະແນກວິຊາການ ກົມປູກຝັງ, ກະຊວງກະສິກຳ-ປ່າໄມ້ ເປັນທີ່ປຶກສາ
1. ຄວາມເປັນມາຂອງສະມາຄົມ (4) • ຄະນະສະມາຄົມຊຸດທີ2 (ແຕ່ງຕັ້ງທາງການ 15/05/2007) • ທ່ານນາງ ປາລີມາ ເພັດສິລິແສງ ອຳນວຍການເຮືອນພັກວິນລາທາດຫລວງ, ເປັນປະທານ • ທ່ານ ດຣ ບຸນລ້ວນ ດ້ວງເງິນ ຮອງຜູ້ອຳນວຍການສູນຮ່ວມມືພັດທະນາຊັບພະຍາກອນ ມະນຸດ ລາວ-ຍີ່ປຸ່ນ, ມຊ, ເປັນຮອງປະທານ • ທ່ານ ປັນຍາ ຈັນທະວົງ ອາຈານສອນທີ່ຄະນະວິສະວະກຳສາດ, ມຊ ເປັນຮອງປະທານ • ທ່ານ ສີຫັດຖະ ຣາຊະພົນ ປະທານບໍລິສັດທີ່ປຶກສາສີໄຊ, ເປັນກຳມະການ • ທ່ານ ຈັນຊະນະ ສີຈັນທອງທິບ ຮອງຫົວຫນ້າພະແນກເສດຖະກິດ, ຄະນະເລຂາທິການ ລັດຖະບານ ສຳນັກງານນາຍົກ, ເປັນກຳມະການ • ທ່ານ ລັດສະດາກອນ ສຸດາຈັນ ທຸລະກິດສ່ວນຕົວ, ເປັນກຳມະການ • ທ່ານນາງ ບົວສອນ ວົງຖາວອນ ທີ່ປຶກສາດ້ານການບໍລິຫານບໍລິສັດເວັສເທິນ, ເປັນເລຂານຸການ
1. ຄວາມເປັນມາຂອງສະມາຄົມ (5) • ຄະນະສະມາຄົມຊຸດທີ3 (ແຕ່ງຕັ້ງທາງການ 08/04/2009) • ທ່ານ ປັນຍາ ຈັນທະວົງ ຮອງຜູ້ອຳນວຍການສູນຮັບປະກັນຄຸນນະພາບການສຶກສາ, ກະຊວງສຶກສາທິການ, ເປັນປະທານ • ທ່ານ ບັນດາໄຊ ລໍວັນໄຊ ຄະນະອຳນວຍການບໍລິສັດບີລາວ, ເປັນຮອງປະທານຜູ້ທີ1 • ທ່ານ ດຣ ບຸນລ້ວນ ດ້ວງເງິນ ຮອງຜູ້ອຳນວຍການສູນຮ່ວມມືພັດທະນາຊັບພະຍາກອນ ມະນຸດ ລາວ-ຍີ່ປຸ່ນ, ມຊ, ເປັນຮອງປະທານຜູ້ທີ2 • ທ່ານນາງ ປາລີມາ ເພັດສິລິແສງ ອຳນວຍການກຸ່ມເຮືອນພັກວິນລາທາດຫລວງ, ເປັນຄະນະຝ່າຍພົວພັນຍີ່ປຸ່ນ • ທ່ານນາງ ບົວສອນ ວົງຖາວອນ ທີ່ປຶກສາດ້ານການບໍລິຫານບໍລິສັດເວັສເທິນຍູນຽນ, ເປັນຄະນະຝ່າຍບັນຊີ • ທ່ານ ມິດທະວີສຸກ ລັດຕະນະ ຜູ້ບໍລິຫານໂຄງການ, ອົງການສະຫະປະຊາຊາດ, ເປັນຄະນະຝ່າຍກິດຈະກຳ • ທ່ານ ອາໂນລັກ ຈັນປະສິດ ຜູ້ປະສານງານໂຄງການ, ອົງການໄຈກ້າ, ເປັນຄະນະຝ່າຍປະຊາສຳພັນ • ທ່ານນາງ ເພັດມະນີວອນ ທັດຕະມະນີວົງ ຫ້ອງການໄຈກາເຟ, ເປັນຄະນະຝ່າຍປະຊາສຳພັນ • ທ່ານນາງ ສາລີພອນ ອຸດທະຈັກ ວິຊາການສູນສະຖິຕິ, ກະຊວງສຶກສາທິການ, ເປັນເລຂານຸການ
2. ສະມາຊິກຂອງສະມາຄົມ (1) • ເງື່ອນໄຂເຂົ້າເປັນສະມາຊິກ • ໄດ້ສຶກສາ ຫລື ເຝິກອົບຮົບໄລຍະຍາວຢູ່ປະເທດຍີ່ປຸ່ນ ເກີນ 1ປີ • ຂັ້ນຕອນການເຂົ້າເປັນສະມາຊິກ • ຂຽນໃບສະຫມັກ ແລ້ວສົ່ງໃຫ້ຄະນະສະມາຄົມ • ເສຍຄ່າທຳນຽມ 100,000ກີບ (ໄດ້ຍົກເວັ້ນຊົ່ວຄາວ ປີ2008ເປັນຕົ້ນມາ) • ຂັ້ນຕອນການລາອອກ • ບໍ່ມີເທື່ອ...
4. ການບໍລິຫານ • ສອງປີໃດຄັດເລືອກເທື່ອຫນຶ່ງ, ຊຸດທີ4ແມ່ນກາງປີ2010
6. ຜົນງານ1ປີຜ່ານມາ (ເດືອນ7ປີ2008-ເດືອນ6ປີ2009) • ເພື່ອບໍ່ເປັນການເສຍເວລາ ກະລຸນາຊອກຫາຂໍ້ມູນເພີ່ມຕື່ມໄດ້ຈາກ: • ເວັບໄຊ http://www.jaol-group.org/ • ອີເມວ info@jaol-group.org • ສິ່ງພິມ ຫ້ອງການ Jicafe, ບ້ານວັດຈັນ • ຂໍ້ມູນອື່ນໆ ຄະນະບໍລິຫານງານຊຸດ3
7. ແຜນງານໃນຕໍ່ຫນ້າ (ເດືອນ7ປີ2009-ເດືອນ6ປີ2010) ຍັງເຫລືອພຽງແຕ່ລາວເຮົາທີ່ບໍ່ທັນໄດ້ເຂົ້າເປັນສະມາຊິກ!!!
8. ການກະກຽມງານພົບປະຄັ້ງນີ້ ?
ຂໍສະແດງຄວາມຂອບໃຈມາຍັງ ບັນດາຜູ້ສະຫນັບສະຫນູນ • ຄະນະຮັບຜິດຊອບກະກຽມ ງານພົບປະປະຈຳປີ2009 • ທ່ານ ປັນຍາ ຈັນທະວົງ ສັງລວມ • ທ່ານ ບັນດາໄຊ ລໍວັນໄຊ ການເຊື້ອເຊີນ ແລະສື່ມວນຊົນ • ທ່ານນາງ ປາລີມາ ເພັດສິລິແສງ ສະຖານທີ່+ອາຫານການກິນ • ທ່ານນາງ ບົວສອນ ວົງຖາວອນ ທຶນຮອນ ແລະ ລາງວັນ • ທ່ານ ຈັນຊະນະ ສີຈັນທອງທິບ ລາຍການມ່ວນຊື່ນ • ທ່ານ ຄຳມ່ວນ ຊົມສີຫາປັນຍາ ທີ່ປຶກສາທຸກໆດ້ານ
ຂໍສະແດງຄວາມຂອບໃຈມາຍັງ ບັນດາຜູ້ສະຫນັບສະຫນູນ • ສະມາຊິກທຸກຄົນທີ່ໄດ້ສຸມເຫື່ອເທແຮງ ເຂົ້າໃນກະກຽມຄັ້ງນີ້ • ຂໍໂທດນຳຫລາຍໆ, • ຍ້ອນມີຫລາຍຄົນໂພດ ຂຽນຊື່ແຈ້ງຢູ່ທີ່ນີ້ບໍ່ຫມົດ...
ຂໍສະແດງຄວາມຂອບໃຈມາຍັງ ບັນດາຜູ້ສະຫນັບສະຫນູນ • ຜູ້ສະຫນັບສະຫນູນງົບປະມານ • ບໍລິສັດBelao (ທ່ານຄຳສະໄຫວ, ທ່ານບັນດາໄຊ) 200 • ບໍລິສັດ Safety shoe 100 • ບໍລິສັດIndochina Research (ທ່ານຈັນສະດາ ສຸວັນລາສີ) 300 • ບໍລິສັດETL (ທ່ານຄຳມ່ວນ ຊົມສີຫາປັນຍາ) 300 • ສະຖານທູດຍີ່ປຸ່ນປະຈຳລາວ 500 • ບໍລິສັດເບກາເບ (ທ່ານໂກ້ ອາດີດນັກສຶກສາຢູ່ໂອສະກະ) 1000 • ບໍລິສັດເບຍໄທເກີ (ທ່ານຖະຫນອມໄຊ ບຸດດາຄຳ) ເບຍສົດທັງຫມົດ • ບໍລິສັດດາວເຮືອງ (ທ່ານໂອນິຖາ) ເຄື່ອງດື່ມ-ເຫລົ້າ • ບໍລິສັດລາວດີ (ທ່ານສີຫະຖະ ລາຊະພົນ) ເຄື່ອງດື່ມ-ເຫລົ້າ
ຂໍສະແດງຄວາມຂອບໃຈມາຍັງ ບັນດາຜູ້ສະຫນັບສະຫນູນ • ຜູ້ສະຫນັບສະຫນູນລາງວັນ • ສະຖານທູດຍີ່ປຸ່ນປະຈຳລາວ ຂອງທີ່ລະນຶກ • ບໍລິສັດໂອຈິ ຜະລິດຕະພັນທິຊຸ ແລະເຈ້ຍອະນາໄມຄຸນນະພາບ • ຮ້ານອາຫານໂອສະກະ, ມີໄຊ ບັດອາຫານຍີ່ປຸ່ນ • ບໍລິສັດETL ເສື້ອ, ກະເປົາ, ຄັນຫົ່ມ, ຊີມ • ບໍລິສັດ BK computer USB 2G • ກຸ່ມວິນລາທາດຫລວງ ບັດຫລຸດ50% Ecologe resort ທີ່ວັງວຽງ • ສະມາຄົມ ເສື້ອທີ່ລະນຶກຈາກສະມາຄົມ
ຂໍສະແດງຄວາມຂອບໃຈມາຍັງ ບັນດາຜູ້ສະຫນັບສະຫນູນ ບັນດາ ອາດີດນັກສຶກສາຈາກຍີ່ປຸ່ນ ຫມົດທຸກຄົນ ທີ່ສະຫລະເວລາອັນມີຄ່າ ເຂົ້າມາຮ່ວມງານໃນຄັ້ງນີ້!!!!!
ຕໍ່ໄປ, ຂໍເຊີນເຂົ້າສູ່ ງານພົບປະປະຈຳປີ2009 ເລີ່ມເວລາ 18.30ໂມງ