1 / 11

ບົດທີ 16 ການອອກຈາກວຽກງານຫຼືການພົ້ນຈາກວຽກງານ

ບົດທີ 16 ການອອກຈາກວຽກງານຫຼືການພົ້ນຈາກວຽກງານ. ການໃຫ້ບຸກຄົນທີ່ເຮດວຽກງານບໍ່ໄດ້ຜົນ ຫຼືຂາດປະສິດທິພາບ , ຂາດການປັບປຸງຕົນເອງໃຫ້ພົ້ນອອກຈາກວຽກງານເປັນເລື່ອງ ທີ່ປົກກະຕິຊຶ່ງ ຢູ່ ຫຼາຍປະເທດໄດ້ປະຕິບັດກັນມາແຕ່ສໍາລັບຢູ່ໃນ ສັງຄົມລາວ ພວກເຮົາ ເປັນ ເລື່ອງ ທີ່ປະຕິບັດໄດ້ຍາກ ໂດຍສະເພາະຢູ່ ໃນຂົງເຂດ ພາກລັດ ຫຼື

oakes
Download Presentation

ບົດທີ 16 ການອອກຈາກວຽກງານຫຼືການພົ້ນຈາກວຽກງານ

An Image/Link below is provided (as is) to download presentation Download Policy: Content on the Website is provided to you AS IS for your information and personal use and may not be sold / licensed / shared on other websites without getting consent from its author. Content is provided to you AS IS for your information and personal use only. Download presentation by click this link. While downloading, if for some reason you are not able to download a presentation, the publisher may have deleted the file from their server. During download, if you can't get a presentation, the file might be deleted by the publisher.

E N D

Presentation Transcript


  1. ບົດທີ 16ການອອກຈາກວຽກງານຫຼືການພົ້ນຈາກວຽກງານ ການໃຫ້ບຸກຄົນທີ່ເຮດວຽກງານບໍ່ໄດ້ຜົນຫຼືຂາດປະສິດທິພາບ, ຂາດການປັບປຸງຕົນເອງໃຫ້ພົ້ນອອກຈາກວຽກງານເປັນເລື່ອງທີ່ປົກກະຕິຊຶ່ງ ຢູ່ຫຼາຍປະເທດໄດ້ປະຕິບັດກັນມາແຕ່ສໍາລັບຢູ່ໃນສັງຄົມລາວພວກເຮົາເປັນ ເລື່ອງທີ່ປະຕິບັດໄດ້ຍາກໂດຍສະເພາະຢູ່ໃນຂົງເຂດພາກລັດຫຼື ພະນັກງານສັງກັດລັດ, ໃນພາກເອກະຊົນການໃຫ້ບຸກຄົນອອກຈາກງານ ປະຕິບັດໄດ້ບໍ່ຍາກຄືກັບພະນັກງານຢູ່ໃນຂົງເຂດພາກລັດ, ດ້ວຍເຫດນີ້ ພາລະອັນໜັກໜ່ວງໃນການບໍລິຫານຊັບພະຍາກອນມະນຸດຈຶ່ງຢູ່ທີ່ການຮັບ ຄົນເຂົ້າມາໃນເບື້ອງຕົ້ນຄືຕ້ອງແນ່ໃຈວ່າຈະຕ້ອງຄັດເລືອກໃຫ້ໄດ້ຄົນດີມີ ຄວາມຮູ້ຄວາມສາມາດທີ່ແນ່ນອນ.

  2. 1. ຄວາມໝາຍຂອງການໃຫ້ພົ້ນຈາກງານ: ການໃຫ້ບຸກຄະລາກອນພົ້ນຈາກງານມີຫຼາຍວິທີດັ່ງນີ້: + ການອອກໂດຍຄວາມສະໝັກໃຈຂອງບຸກຄົນເອງ + ໃຫ້ອອກເພາະອົງກອນບໍ່ມີເງິນຈ້າງ + ອອກຕາມວາລະເມື່ອຄົບຕາມທີ່ສັນຍາຈ້າງຫຼືອອກເມື່ອຄົບກະສຽນ + ໃຫ້ອອກເພາະມີຄວາມຜິດ 2. ເປົ້າໝາຍທີ່ສໍາຄັນໃນການໃຫ້ບຸກຄົນພົ້ນອອກຈາກວຽກງານ: ການໃຫ້ບຸກຄົນພົ້ນອອກຈາກງານມີເປົ້າໝາຍຫຼາຍຢ່າງດັ່ງນີ້: + ເພື່ອຈັດຫຼືປັບປຸງຄົນທີ່ຂາດປະສິດທິພາບຫຼືເຮັດວຽກງານບໍ່ໄດ້. + ເພື່ອຈະໄດ້ປ່ຽນແປງນໍາເອົາຄົນລຸ້ນໃໝ່ເຂົ້າມາແທນທີ່ ເຮັດໃຫ້ອົງ ກອນມີຄົນງານທີ່ມີປະສິດທິພາບເພີ່ມຂຶ້ນ. + ເພື່ອຈັດໃຫ້ຄົນງານເຮັດວຽກງານໄດ້ກົງກັບຄວາມສາມາດເພາະ ໃນບາງກໍລະນີຄົນງານບາງຄົນບໍ່ເໝາະສົມກັບງານຈຶ່ງຕ້ອງໃຫ້ລາ ອອກໄປຫຼືໂອນໄປເຮັດວຽກງານຢູ່ໜ່ວຍງານອື່ນ.

  3. + ເພື່ອສົ່ງເສີມຄວາມກ້າວໜ້າຕາມຄວາມສາມາດຂອງແຕ່ລະບຸກຄົນແທນທີ່ຄົນທີ່ອອກໄປ.+ ເພື່ອເສີມສ້າງຄວາມໝັ້ນຄົງໃຫ້ແກ່ໜ່ວຍງານແລະສົ່ງເສີມຄວາມສຸກຂອງຄົນງານ. 3. ທີ່ມາຂອງສາຍເຫດການອອກຈາກວຽກງານຂອງພະນັກງານ: ສິ່ງທີ່ຜູ້ບໍລິຫານຄວນຈະພິຈາລະນາສາຍເຫດການອອກຈາກວຽກງານຂອງ ພະນັກງານຈະຕ້ອງໄດ້ຄໍານຶງເຖິງປະກົດການທີ່ໄດ້ສະແດງອອກດັ່ງນີ້: + ສັງເກດເບິ່ງພຶດຕິກໍາທີ່ສະແດງອອກຂອງຄົນງານ. ( ມາການຊ້າ, ແຍກຕົວອອກຈາກກຸ່ມ, ບໍ່ປະຕິບັດງານຕາມທີ່ໄດ້ມອບໝາຍແລະ ອື່ນໆ ). + ຄ່າຈ້າງຫຼືຜົນປະໂຫຍດທີ່ຄົນງານໄດ້ຮັບ. + ໃນເມື່ອພະນັກງານຄົນໃດຫາກອອກຈາກວຽກງານຫຼືພົ້ນຈາກໜ້າທີ່ໄປ ແນ່ນອນຜູ້ບໍລິຫານຕ້ອງຫາທາງເພື່ອສໍາພາດຜູ້ນັ້ນເພື່ອໃຫ້ຮູ້ເຖິງຂໍ້ ຂັດຂ້ອງຫຼືຄວາມບົກຜ່ອງຂອງອົງກອນວ່າມີອັນໃດແດ່ ເພື່ອຈະໄດ້ມີ ທິດທາງນໍາໄປປັບປຸງແກ້ໄຂໃນຕໍ່ໜ້າໃຫ້ດີຂຶ້ນ.

  4. 4. ຈຸດມຸ່ງໝາຍຂອງການລາອອກຈາກງານ: ການລາອອກຈາກງານມີເຫດຜົນດັ່ງນີ້: + ການລາອອກຈາກງານເພື່ອປະກອບອາຊີບອື່ນ + ການລາອອກຈາກງານເພື່ອອອກໄປເຮັດວຽກຢູ່ໃນໜ່ວຍງານອື່ນ + ການລາອອກຈາກງານເພື່ອພັກຜ່ອນຮັກສາສຸຂະພາບຮ່າງກາຍ + ການລາອອກຈາກງານເພື່ອສຶກສາຕໍ່ + ການລາອອກຈາກງານເພື່ອເປັນນັກບວດ + ການລາອອກຈາກງານເພື່ອເຫດຜົນສ່ວນຕົວ + ການລາອອກຈາກງານຍ້ອນຜູ້ບໍລິຫານຫຼືຜູ້ຈ້າງໃຊ້ອິດທິພົນບີບ ບັງຄັບຫຼືຂໍຮ້ອງໃຫ້ລາອອກ.

  5. 5. ກໍລະນີໃນການໄລ່ອອກຈາກງານ: ການໄລ່ອອກຈາກງານເປັນການເລີກຈ້າງບຸກຄະລາກອນ ໃນກໍລະນີທີ່ບຸກຄະລາກອນໄດ້ກະທໍາຄວາມຜິດຕໍ່ລະບຽບວິໄນຢ່າງຮ້າຍແຮງຄືກໍລະນີດັ່ງນີ້: - ມີການສໍ້ໂກງຕໍ່ໜ້າທີ່ ຫຼືກະທໍາຄວາມຜິດທາງອາຍາໂດຍເຈດຕະ ນາໃຫ້ແກ່ຜູ້ຈ້າງ - ມີເຈຕະນາເຮັດໃຫ້ຜູ້ຈ້າງໄດ້ຮັບຄວາມເສຍຫາຍ. - ຝ່າຝືນຂໍ້ບັງຄັບ ຫຼືລະບຽບກ່ຽວກັບການເຮັດວຽກຫຼືຄໍາສັ່ງທີ່ຖືກ ຕາມລະບຽບຂອງນາຍຈ້າງ. - ປະລະໜ້າທີ່ເປັນເວລາຫຼາຍວັນຕິດຕໍ່ກັນໂດຍບໍ່ມີເຫດຜົນເທົ່າທີ່ ຄວນ. - ປະໝາດເລີ່ນເລີ້ເປັນສາຍເຫດໃຫ້ຜູ້ຈ້າງໄດ້ຮັບຄວາມເສຍຫາຍ ຢ່າງຮ້າຍແຮງ. - ໄດ້ຮັບໂທດຈໍາຄຸກຕາມຄໍາພິພາກສາເຖິງທີ່ສຸດໃຫ້ຈໍາຄຸກ.

  6. 6. ການໃຫ້ຄ່າຕອບແທນແກ່ບຸກຄົນເມື່ອພົ້ນອອກຈາກວຽກງານ: ບຸກຄົນທີ່ເຮັດວຽກໃຫ້ແກ່ອົງກອນມາເປັນໄລຍະເວລາອັນດົນນານ ແລະໄດ້ສ້າງປະໂຫຍດໃຫ້ແກ່ອົງກອນຕະຫຼອດມາເມື່ອເຖິງເວລາທີ່ຕ້ອງອອກຈາກງານໄປ, ບໍ່ວ່າຈະລາອອກເອງ ຫຼື ອີງຕາມລະບຽບຂອງອົງກອນເຊັ່ນ: ມີອາຍຸກະສຽນທີ່ຄົບຕາມລະບຽບພັກບໍານານ, ເວົ້າສະເພາະຢູ່ໃນອົງກອນທີ່ມີຖານະໝັ້ນຄົງຈະມີການໃຫ້ຜົນຕອບແທນແກ່ພະນັກງານຂອງຕົນແຕກຕ່າງກັນໄປ. ເພື່ອເປັນເງິນລາງວັນຕອບແທນຄຸນງາມ ຄວາມດີໃຫ້ພະນັກງານ, ໃນລະບົບພະນັກງານສັງກັດລັດຈະມີການໃຫ້ເງິນບໍາເນັດ ແລະບໍານານ, ແຕ່ໃນພາກເອກະຊົນອາດຈະໃດໜຶ່ງການໃຫ້ເງິນບໍາເນັດ ຫຼືໃຫ້ເປັນເງິນສະສົມເທື່ອດຽວ, ຢູ່ໃນອົງກອນໃດ ຫຼື ບໍລິສັດໃດທີ່ສາມາດຈູງໃຈໃຫ້ບຸກຄະລາກອນເຮັດວຽກງານຢູ່ກັບອົງກອນຈົນເຖິງອາຍຸບໍານານສະແດງໃຫ້ເຫັນວ່າ ເປັນຄວາມສໍາເລັດໃນການຈ້າງງານຂອງຝ່າຍຊັບພະຍາກອນມະນຸດ ໃນອົງກອນທີ່ສາມາດສ້າງການຈູງໃຈໃຫ້ບຸກຄະລາກອນມີຄວາມຈົງຮັກພັກດີຕໍ່ອົງກອນ ແລະກໍ່ເປັນຄວາມມຸ້ງຫວັງອັນສູງສົ່ງຂອງອົງກອນທີ່ ຈະໃຫ້ພະນັກງານທຸກຄົນມີຄວາມຈົງຮັກພັກດີຕໍ່ອົງກອນຕະຫຼອດໄປ.

  7. 6.1 ບໍາເນັດ ບໍານານຂອງພາກລັດ: ກ) ບໍາເນັດ: 1. ຄວາມໝາຍ : ບໍາເນັດ ໝາຍເຖິງ ເງິນຄ່າຕອບແທນຜົນງານຂອງພະນັກງານທີ່ໄດ້ປະກອບສ່ວນໃຫ້ກັບອົງກອນຈົນເຖິງມື້ອອກໂດຍຈ່າຍເປັນຄັ້ງດຽວ. 2. ເງື່ອນໄຂ ແລະສູດຄິດໄລ່ເງິນບໍາເນັດຂອງ ສປປ ລາວ ( ພາກລັດ ): - ໄດ້ຮັບເງິນເດືອນຕາມຊັ້ນຜູ້ກ່ຽວເພີ່ມໜຶ່ງເດືອນ. - ໄດ້ຮັບເງິນອຸດໜູນ 75% ຕາມຈໍານວນປີການຂອງຜູ້ກ່ຽວ. - ໄດ້ຮັບເງິນອຸດໜູນລູກຜູ້ບໍ່ທັນພົ້ນກະສຽນຜູ້ລະ 12 ເດືອນ (ຕາມຈໍາ ນວນລູກທີ່ເຄີຍຮັບຜ່ານມາ) ຕົວຢ່າງ: ທ່ານ (ກ) ເຂົ້າການເດືອນ 12 -1973 ອອກການເດືອນ 12/1993 ລວມອາຍຸການໄດ້ 20 ປີ, ເງິນເດືອນຕາມຊັ້ນເວລາອອກການ 500 000 ກີບ ແລະລູກບໍ່ທັນພົ້ນກະສຽນ 3 ຄົນ ຈະໄດ້ຮັບເງິນດັ່ງນີ້: • ເງິນເດືອນ 1 ເດືອນຕາມຊັ້ນ = 500 000 ກີບ = ອາຍຸການ 20 ປີ x 500 000 ກີບ x 75% = 7 500 000 ກີບ

  8. ລູກ 3 ຄົນ x 18 000 ກີບ = 680 000 ກີບ ດັ່ງນັ້ນ, ທ່ານ (ກ) ແລະລູກ 3 ຄົນ ຈະໄດ້ຮັບເງິນອຸດໜູນທັງໝົດ: 500 000 ກີບ + 7 500 000 ກີບ + 680 000 ກີບ = 8 648 000 ກີບ 3. ສູດຄິດໄລ່ເງິນບໍາເນັດຂອງປະເທດໄທ: ບໍາເນັດ = ເງິນເດືອນສຸດທ້າຍ x ປີການ ຂ) ບໍານານ: 1. ຄວາມໝາຍ: ບໍານານໝາຍເຖິງ ເງິນຄ່າຕອບແທນຄຸນງາມຄວາມດີຂອງ ພະນັກງານທີ່ໄດ້ປະກອບ ສ່ວນໃຫ້ກັບອົງກອນ ແລະມີອາຍຸການບໍ່ຕໍ່າກວ່າ 25 ປີ ຂຶ້ນໄປ, ຈ່າຍໃຫ້ເປັນລາຍເດືອນຕະຫຼອດຊີວິດ. 2. ສູດຄິດໄລ່ເງິນບໍານານ: 2.1 ສູດຂອງສປປ ລາວ:

  9. ຂັ້ນຕອນທີ 1: ອຸດໜູນເທື່ອທໍາອິດກ່ອນອອກບໍານານປົກກະຕິ, ການຄິດໄລ່ຕົວຈິງຄື: ເງິນເດືອນ ເດືອນສຸດທ້າຍປີການ 500 000 x 15% X 25 + ເງິນເດືອນ ເດືອນສຸດທ້າຍຕື່ມ 1 ເດືອນ ເງິນອຸດໜູນເທື່ອທໍາອິດ = 2 375 000 ກີບ ຂັ້ນຕອນທີ 2: ເງິນເດືອນ ເດືອນສຸດທ້າຍ 500 000 ກີບ x 90% = 450 000 ກີບ 100

  10. ເງື່ອນໄຂ: + ອາຍຸການຕ້ອງ 25 ປີຂຶ້ນໄປ, ຖ້າອາຍຸກະສຽນບໍ່ຮອດ 60 ປີສໍາລັບຜູ້ຊາຍແລະ 55 ສໍາລັບຜູ້ຍິງແຕ່ອາຍຸການເຖິງແລ້ວຈະເພີ່ມ 1% ຕໍ່ປີຈົນຮອດອາຍຸກະສຽນຕາມລະບຽບການແຕ່ບໍ່ໃຫ້ກາຍ 90%. + ພະນັກງານເຮັດການແຕ່ປີ 1955 – 1975 ສໍາລັບເພດຊາຍກໍານົດໃຫ້ອອກບໍານານອາຍຸ 55 ປີແລະເພດຍິງ 50 ປີ = 90%. + ພະນັກງານແຕ່ປີ 1975 ຈົນຮອດປະຈຸບັນສໍາລັບເພດຊາຍໃຫ້ອອກບໍານານອາຍຸ 60 ປີແລະເພດຍິງອາຍຸ 55 ປີ = 90%. 2.2 ສູດບໍານານຂອງປະເທດໄທ: ກໍລະນີທີ 1: ບໍານານ = ເງິນເດືອນເດືອນສູດທ້າຍ x ປີການ 50 ( ປີການບໍ່ຕໍ່າກວ່າ 25 ປີ ) ກໍລະນີທີ 2: ບໍານານ = ເງິນເດືອນເດືອນສູດທ້າຍ x ປີການ 55 ( ປີການບໍ່ຕໍ່າກວ່າ 15 ປີ )

  11. ທິດສະດີລະບົບໃນການບໍລິຫານຊັບພະຍາກອນມະນຸດທິດສະດີລະບົບໃນການບໍລິຫານຊັບພະຍາກອນມະນຸດ III I II ປັດໄຈນໍາອອກ (ຜົນໄດ້ຮັບສຸດທ້າຍຂອງHRM) ປັດໄຈນໍາເຂົ້າ ( ຈຸດລິເລີ່ມໃນວຽກງານ HRM) ຂະບວນການຂອງວຽກງານ HRM • ຄວາມສາມາດຂອພະນັກງານທີ່ສ້າງອອກມາມີຄຸນນະພາບດີ-ເກັ່ງຫຼືບໍ່? • ພະນັກງານມີຄວາມເພິ່ງພໍໃຈບໍ່​? • ຜົນຜະລິດມີປະສິດຕິພາບ-ປະສິດຕິຜົນບໍ່? • ຖ້າຜົນໄດ້ຮັບສຸດທ້າຍບໍ່ດີສະແດງວ່າຂັ້ນຕອນ 1 ແລະ 2 ບໍ່ດີເຊັ່ນ: ການຊອກຫາ, ຄັດເລືອກ, ຝຶກອົບຮົມພັດທະນາແລະຊີ້ນໍານໍາພາບໍ່ດີ • - ການວາງແຜນ • ການຊອກຫາ • ການຄັດເລືອກ • ການບັນຈຸ • - ການໃຫ້ຄໍາແນະນໍາກ່ອນ • ການຝຶກອົບຮົມ • ການໃຫ້ຄ່າຕອບແທນ • ການພັດທະນາ • ການໃຫ້ຄໍາປຶກສາ ຂໍ້ມູນຢ້ອນກັບ (ປັບປຸງຄືນໃໝ່)

More Related