1 / 23

ພ້ອມສະເໝີ ທີ່ຈະຖ່າຍທອດ ປະສົບການທີ່ໄດ້ສຶກສາຢູ່ຍີ່ປຸ່ນໃຫ້ທຸກໆຄົນ!

ພ້ອມສະເໝີ ທີ່ຈະຖ່າຍທອດ ປະສົບການທີ່ໄດ້ສຶກສາຢູ່ຍີ່ປຸ່ນໃຫ້ທຸກໆຄົນ!. ແນະນໍາ JAOL, LSAJ ປະສົບການຂອງການໄປ ສຶກສາ ຢູ່ຍີ່ປຸ່ນ , ໂດຍ ບັນດາໄຊ ລໍວັນໄຊ@JAOL ທີ່ ງານ ສະເໜີກ່ຽວກັບMEXT 2010. ຫົວຂໍ້ໃນມື້ນີ້. ກ່ຽວກັບຂ້ອຍ ເພຶ່ອການໄດ້ໄປສຶກສາຢູ່ ຍີ່ປຸ່ນ ສະມາຄົມອະດີດນັກສຶກສາລາວຈາກຍີ່ປຸ່ນ (JAOL)

netis
Download Presentation

ພ້ອມສະເໝີ ທີ່ຈະຖ່າຍທອດ ປະສົບການທີ່ໄດ້ສຶກສາຢູ່ຍີ່ປຸ່ນໃຫ້ທຸກໆຄົນ!

An Image/Link below is provided (as is) to download presentation Download Policy: Content on the Website is provided to you AS IS for your information and personal use and may not be sold / licensed / shared on other websites without getting consent from its author. Content is provided to you AS IS for your information and personal use only. Download presentation by click this link. While downloading, if for some reason you are not able to download a presentation, the publisher may have deleted the file from their server. During download, if you can't get a presentation, the file might be deleted by the publisher.

E N D

Presentation Transcript


  1. ພ້ອມສະເໝີ ທີ່ຈະຖ່າຍທອດ ປະສົບການທີ່ໄດ້ສຶກສາຢູ່ຍີ່ປຸ່ນໃຫ້ທຸກໆຄົນ! ແນະນໍາ JAOL, LSAJ ປະສົບການຂອງການໄປສຶກສາຢູ່ຍີ່ປຸ່ນ, ໂດຍ ບັນດາໄຊ ລໍວັນໄຊ@JAOL ທີ່ ງານສະເໜີກ່ຽວກັບMEXT2010

  2. ຫົວຂໍ້ໃນມື້ນີ້ • ກ່ຽວກັບຂ້ອຍ • ເພຶ່ອການໄດ້ໄປສຶກສາຢູ່ຍີ່ປຸ່ນ • ສະມາຄົມອະດີດນັກສຶກສາລາວຈາກຍີ່ປຸ່ນ (JAOL) • ສະມາຄົມນັກສຶກສາລາວຢູ່ຍີ່ປຸ່ນ (LSAJ) • ປະສົບການຢູ່ຍີ່ປຸ່ນ

  3. ກ່ຽວກັບຂ້ອຍ • 1989-1992 ໂຮງຮຽນອຸດົມສຶກສາວຽງຈັນ (ມັດທະຍົມສົມບູນວຽງຈັນ) • 1992-1993 ໂຮງຮຽນກຽມໄປຕ່າງປະເທດ • 1994/4-2001/3 ໄດ້ຮັບທຶນການສຶກສາຂອງລັດຖະບານຍີ່ປຸ່ນ (MEXT) • 1994-1995 ຮຽນພາສາຍີ່ປຸ່ນຢູ່ ມະຫາວິທະຍາໄລພາສາສາດໂຕກຽວ • 1995-1999 ສຶກສາປະລີນຍາຕີ ວິສາວະກໍາຄອມພີວເຕີ ມະຫາວິທະຍາໄລຊຶຄຶບະ • 1999-2001 ສຶກສາປະລີນຍາໂທ ວິສາວະກໍາຄອມພີວເຕີ ມະຫາວິທະຍາໄລຊຶຄຶບະ • 2001/4-2004/8 ເປັນວິສາວະກອນຊອບແວ ຢູ່ Fujitsu Ltd • 2004/10–2005/9 ເປັນວິສາວະກອນຊອບແວ-ລະບົບ ຢູ່ Fujisoft Inc • 2005/11–2007/2 ເປັນທີປຶກສາ IT ຢູ່ Accenture Japan Ltd ທາງດ້ານລະບົບທະນາຄານ-ປະກັນໄພ • 2007/3 ກັບປະເທດລາວ • ປັດຈຸປັນ ເປັນ COO ຢູ່ belao Ltd. ເປັນຮອງປະທານ JAOL

  4. ເປັນຫຍັງຈິງຢາກໄປສຶກສາຢູ່ຍີ່ປຸ່ນເປັນຫຍັງຈິງຢາກໄປສຶກສາຢູ່ຍີ່ປຸ່ນ • ມິຄວາມສົນໃຈໃນສັງຄົມຍີ່ປຸ່ນ ແລະຢາກດໍາລົງຊິວິດຢູ່ຍີ່ປຸ່ນ • ຢາກສຶກສາຮໍ່າຮຽນພາສາຍີ່ປຸ່ນແລະວັດທະນາທໍາຂອງຍີ່ປຸ່ນ • ການສຶກສາຄົ້ນຄ້ວາຮໍ່າຮຽນໃນຍີ່ປຸ່ນມີລະດັບສູງ • ຢາກເຮັດວຽກກ່ຽວກັບຍີ່ປຸ່ນ • ມີໝູ່ຄູ່ແລະຄອບຄົວແນະນໍາ >>>> ມັກຍີ່ປຸ່ນ ແລະຢາກຮູ້ກ່ຽວກັບຍີ່ປຸ່ນ

  5. ຈະໄປສຶກສາຢູ່ຍີ່ປຸ່ນ ຈະເຮັດແນວໃດ • ກະກຽມຂໍ້ມູນກ່ຽວກັບການໄປສຶກສາຢູ່ຍີ່ປຸ່ນ • ວາງແຜນການກ່ຽວກັບການໄປສຶກສາຢູ່ຍີ່ປຸ່ນ • ປະຕິບັດ 4W2H (Why, Where, When, How long, What, How much) >>>> ຕ້ອງໄດ້ຊອກຫາຂໍ້ມູນ http://www.jasso.go.jp/

  6. ໄລຍະການສຶກສາໃນ ຍີ່ປຸ່ນ • ກຽມພາສາຍີ່ປຸ່ນ : 1ປີ - 2ປີ • ວິທະຍາໄລວິຊາຊີບ : 2ປີ • ວິທະຍາໄລເຕັກໂນໂລຢີ : 2ປີ • ນັກສຶກສາປຣິນຍາຕີ : 4ປີ • ນັກສຶກສາປຣິນຍາໂທ : 2ປີ • ນັກສຶກສາປຣິນຍາເອກ : 3ປີ • ວິທະຍາໄລເຕັກໂນໂລຢີ-ນັກສຶກສາປຣິນຍາຕີ : 2ປີ • ນັກສຶກສາປຣິນຍາຕີ-ນັກສຶກສາປຣິນຍາເອກ : 5ປີ >>>> ພາກຮຽນ 1 ເມສາ - 31 ມິນາ

  7. ຈໍານວນນັກສືກສາລາວໄປຍີ່ປຸ່ນແຕ່ລະປີຈໍານວນນັກສືກສາລາວໄປຍີ່ປຸ່ນແຕ່ລະປີ 2000 2001 2002 2003 2004 2005 2006 2007 ທື່ນຕ່າງໆ ນັກສຶກສາຄົ້ນຄວ້າ(ປະລິນຍາໂທຂື້ນໄປ) *1 4 5 4 3 3 5 5 5 ນັກສຶກສາຄົ້ນຄວ້າ(ເຕັກໂນໂລຢີ, ປະລິນຍາໂທຂື້ນໄປ) *1 2 1 2 1 1 1 1 0 ກິດຈະກໍາຊາວໜຸ່ມອາຊຽນ(AYF:ປະລິນຍາໂທ) 2 2 2 2 2 2 2 1 ໂຄງການຜູ້ນຳຫນຸ່ມ(YLP:ປະລິນຍາໂທ) - 1 2 3 3 3 4 6 ນັກສຶກສາປຣິນຍາຕີ *1 5 5 3 3 1 3 1 1 ນັກສຶກສາ ວິທະຍາໄລເຕັກໂນໂລຢີ *1 9 9 10 11 13 15 14 15 ນັກສຶກສາ ວິທະຍາໄລວິຊາຊີບ *1 6 6 8 10 12 4 3 3 ໂຄງການພັດທະນາຄູ(ລະດັບປະລິນຍາໂທ) *1 2 3 3 3 3 3 3 2 ໂຄງການຍີ່ປຸ່ນສຶກສາ(ລະດັບປະລິນຍາຕີ) *1 - - - - - 0 1 1 ນັກສຶກສາທຶນJDS (ລະດັບປະລິນຍາໂທ ) 20 20 20 20 20 20 25 25 ລວມແຕ່ລະປີ 50 52 54 56 58 56 55 59 *1 ແມ່ນທືນລັດຖະບານຍີ່ປຸ່ນ ຂໍ້ມູນຈາກສະຖານທູດຍີ່ປຸ່ນ

  8. ການສຶກສາໃນນາມທືນ MEXT ແມ່ນ

  9. ນັກສຶກສາໃນນາມທືນ MEXT ເປັນ?

  10. JAOL ແມ່ນ • ພາສາລາວ : ສະມາຄົມອະດີດນັກສຶກສາລາວຈາກຍີ່ປຸ່ນ • ພາສາອັງກິດ : Japan Alumni of Laos (JAOL) • ພາສາຍີ່ປຸ່ນ: ラオス元日本留学生会 JAOL ແມ່ນອົງກອນທີ່ບໍ່ຫວັງຜົນກຳໄລ ທີ່ປະກອບດ້ວຍກຸ່ມຄົນທີ່ ຮຽນຈົບມາຈາກປະເທດຍີ່ປຸ່ນ. ເຊີ່ງໄດ້ສ້າງຕັ້ງຂື້ນໃນເດືອນ 5 ປີ2003, ໂດຍໄດ້ຮັບອະນຸຍາດຈາກລັດຖະບານ. JAOLເປັນ ສະມາຊິກລວມໝູ່ຂອງສະມາຄົມມິດຕະພາບ ລາວ-ຍີ່ປຸ່ນທີ່ມີກອງ ເລຂາປະຈຳຢູ່ພະແນກມິດຕະພາບ ກົມພົວພັນມະຫາຊົນຄະນະ ພົວພັນການຕ່າງປະເທດສູນກາງພັກ. ມີສະມັກຊິກຢູ່ 200 ກ່ວາຄົນ.

  11. ຈຸດປະສົງຂອງ JAOL ແມ່ນ (1) ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ແລະ ສັງຄົມລາວ ໂດຍນຳໄຊ້ຄວາມຮູ້ແລະ ປະສົບການ ທີ່ໄດ້ຮຽນມາຈາກປະເທດຍີ່ປຸ່ນ. (2)ເພື່ອເປັນການປະກອບສ່ວນເຂົ້າໃນແລກປ່ຽນຂໍ້ມູນຂ່າວສານ ລະຫວ່າງ ລາວ-ຍີ່ປຸ່ນ / ຍີ່ປຸ່ນ-ລາວ. ສະໜັບສະໜູນ ແລະ ໃຫ້ຂໍ້ມູນທີ່ເປັນປະໂຫຍດຕໍ່ຄົນຮຸ່ນຫຼັງ. (3) ເພື່ອເປັນການເພີ່ມໂອກາດໄຫ້ແກ່ສະມາຄົມຄົນຍີ່ປຸ່ນ ກໍ່ຄືຄົນຍີ່ປຸ່ນທີ່ຢູ່ໃນ ລາວໃຫ້ໄດ້ມີໂອກາດຫຼາຍຂື້ນໃນການແລກປ່ຽນປະສົບການ, ຄວາມຮູ້ ແລະ ຄວາມສາມາດເພື່ອນຳໃຊ້ເຂົ້າໃນການພັດທະນາປະເທດລາວ. (4) ເພື່ອເປັນການເພີ່ມຄວາມເຂົ້າໃຈເຊິ່ງກັນແລະກັນ ແລະ ສ້າງສາຍສຳພັນ ອັນດີລະຫວ່າງສອງຊາດ ລາວ-ຍີ່ປຸ່ນ ໃຫ້ແໜ້ນແຟ້ນຍີ່ງຂື້ນ.

  12. ສະມາຊິກຂອງ JAOL ຈໍານວນສະມາຊິກ ອັດຕາສ່ວນ ຂອງການເຮັດ ວຽກປະຈຸບັນ ອັດຕາສ່ວນ ຂອງທືນຕ່າງໆ

  13. ກິດຈະກໍາຂອງ JAOL ກິດຈະກຳແມ່ນຈະມີການປ່ຽນແປງໃນແຕ່ລະປີແຕ່ຈະກວມເອົາເປົ້າໝາຍທີ່ ໄດ້ວາງອອກ, ເຊິ່ງເນັ້ນໜັກໃສ່ໃຫ້ບັນດາສະມາຊິກດຳເນີນການເຄື່ອນໄຫວ ໂດຍມີເປົ້າໝາຍດັ່ງຕໍ່ໄປນີ້: (1) ກິດຈະກຳພາຍໃນ ເພື່ອເພີມພູນຄວາມສາມັກຄີລະຫວ່າງບັນດາສະມາຊິກດ້ວຍກັນ. (2) ກິດຈະກຳເພື່ອສັງຄົມ ເພື່ອຜົນປະໂຫຍດຂອງສັງຄົມລາວ. (3) ກິດຈະກຳມິດຕະພາບລາວ-ຍີ່ປຸ່ນ ເພື່ອເພີ່ມພູນສາຍພົວພັນມິດຕະພາບລະຫວ່າງ ລາວ-ຍີ່ປຸ່ນ.

  14. JAOL (ກິດຈະກຳພາຍໃນ)

  15. JAOL (ກິດຈະກຳເພື່ອສັງຄົມ)

  16. JAOL (ກິດຈະກຳມິດຕະພາບລາວ-ຍີ່ປຸ່ນ)

  17. LSAJ ແມ່ນ ໃນແຕ່ລະປີຈະມີນັກສຶກສາລາວໄປສຶກສາຢູ່ຍີ່ປຸ່ນ ປະມານ 60 ຄົນ,ໃນ ຫລາຍສາຂາວິຊາ, ຕັ້ງແຕ່ລະດັບວິຊາຊີບຈົນເຖິງປະລິນຍາເອກ,ດ້ວຍທຶນ ຂອງກະຊວງສຶກສາຂອງຍີ່ປຸ່ນ(MEXT), ທືນJICA, ທຶນJDS, ທຶນAYF, ທຶນຂອງບັນດາອົງການຈັດຕັ້ງສາກົນ, ທຶນຂອງບັນດາສະມາຄົມຕ່າງໆຂອງ ຍີ່ປຸ່ນ ແລະ ທຶນສ່ວນຕົວ. ນັກສຶກສາລາວຢູ່ຍີ່ປຸ່ນໄດ້ເຕົ້າໂຮມກັນ ແລະໄດ້ຈັດຕັ້ງສະມາຄົມນັກສຶກສາ ລາວຢູ່ຍີ່ປຸ່ນ(LSAJ:Lao Student Association in Japan), ໂດຍຂື້ນ ກັບສະຖານທູດລາວປະຈຳປະເທດຍີ່ປຸ່ນ. LSAJໄດ້ແບ່ງເປັນ 6ເຂດຄື : ເຂດຄັນໂຕ, ຈູບຶ, ໂກເບ, ໂອຊາກາ, ກິວຊິວ, ໂຕໂຮຄຶ. ແລະປະຈຸບັນມີ ສະມາຊິກປະມານ 350 ກ່ວາຄົນ.

  18. LSAJ ແມ່ນ LSAJມີຈຸດປະສົງເພຶ່ອເຕົ້າໂຮມນັກສືກສາລາວທີ່ກຳລັງສຶກສາຢູ່ປະເທດຍີ່ປຸ່ນ, ນຳພາອົບລົມນັກສຶກສາດ້ວຍກັນ ໃຫ້ມີຄວາມສາມັກຄີຊື່ງກັນ ແລະກັນ, ມີນ້ຳ ໃຈຮັກຊາດ, ປົກປັກຮັກສາ ແລະເຜີຍແຜ່ວັດທະນະທຳອັນດີງາມຂອງຊາດ ລາວເຮົາ, ພ້ອມທັງຊ່ວຍເຫລືອກັນສຶກສາຮ່ຳຮຽນໃຫ້ໄດ້ຮັບຜົນສຳເລັດ ແລະ ຊ່ວຍເຫລືອຊີ້ນຳທິດທາງປັບປຸງຊີວິດການເປັນຢູ່ຂອງສະມາຊີກໃຫ້ເຫມາະ ກັບສະພາບຂອງປະເທດຍີ່ປຸ່ນ. LSAJມີກິດຈະກຳພົບປະສັງສັນກັນໃນໂອກາດວັນບຸນສຳຄັນຂອງຊາດແລະ ບຸນປະເພນີຕ່າງໆ ກັບສະຖານທູດລາວ ແລະຄົນລາວຢູ່ຍີ່ປຸ່ນ, ມີກິດຈະກຳ ເຜີຍແຜ່ວັດທະນະທຳຂອງລາວໃຫ້ແກ່ຄົນຍີ່ປຸ່ນ ແລະຄົນຕ່າງປະເທດໃນໂຮງ ຮຽນ ແລະສະຖານທີຕ່າງໆ. ແລະກິດຈະກໍາອື່ນໆ.

  19. ກິດຈະກຳຂອງ LSAJ

  20. ກິດຈະກຳຂອງ LSAJ

  21. ປະສົບການຢູ່ຍີ່ປຸ່ນ(ການສຶກສາ)ປະສົບການຢູ່ຍີ່ປຸ່ນ(ການສຶກສາ) • ຊີວິດທົ່ວໄປ • ຕ້ອງຕົກກັບເວລາ • ທຸກຢ່າງຕ້ອງໄວໆ • ແຄບແຕ່ມີປະໂຫຍດສູງ • ບໍ່ລົບກວນຜູ້ອື່ນ, ມັກຍ້ອງຜູ້ອື່ນ • ຢູ່ຕາມກົດ, ເຮີກັນຕາມຂະບວນ • ລະບົບຮຸ່ນອ້າຍເອື້ອນນ້ອງທີ່ເຂັ້ມແຂງ • ການສຶກສາຮໍ່າຮຽນ • ຮຽນດ້ວຍໂຕເອງ • ປື້ມ-ຫ້ອງສະໝຸດ-ໝູ່ຄູ່ຄຶອາຈານຜູ້ທີ 2 • ການເຮັດວຽກ • ລູກຄ້າຄຶພະເຈົ້າ • ບໍ່ມີຄໍາວ່າເຮັດບໍ່ໄດ້ • ອື່ນໆ

  22. ຄົນທີ່ເໝາະສົມທີ່ຈະສຶກສາຢູ່ຍີ່ປຸ່ນຄົນທີ່ເໝາະສົມທີ່ຈະສຶກສາຢູ່ຍີ່ປຸ່ນ • ມີຄວາມກະຕື້ລື້ລົນທີ່ຈະພັດທະນາໂຕເອງ • ສຶກສາຮໍ່າຮຽນດ້ວຍໂຕເອງແລະຄວາມຜິດພາດ • ໜ່ອມໜໍ່ຖອມໂຕ • ມີມາລະຍາດທາງສັງຄົມທີ່ເຄັ່ງຂັດ • がんばりや = Ganbariya ຄົນທີ່ພະຍາຍາມບຸກບືນ • ຮັກແພງຊ່ວຍເຫລືອກັນໃນໝູ່ຄະນະ

  23. ບ່ອນຕິດຕໍ່ຫາ JAOL • ສາມາດໃຫ້ຄໍາປຶກສາກ່ຽວກັບ • ວິທິການສຶກສາຮໍ່າຮຽນໃນລະບົບຍີ່ປຸ່ນ • ການດໍາລົງຊິວິດແລະປະສົບການຢູ່ຍີ່ປຸ່ນໃນແບບນັກສຶກສາ • ແລະອື່ນໆກ່ຽວກັບການສຶກສາຢູ່ຍີ່ປຸ່ນ • ​ບ່ອນຕິດຕໍ່ທາງອີນຕາເນັດ • ສະມາຄົມ​ອະດິດນັກ​ສຶກສາລາ​ວ​ຈາກ​​ຍີ່​ປຸ່ນ • Homepage : http://jaol-group.org/ • Email : info@jaol-group.org

More Related