250 likes | 2.62k Views
ບົດລາຍງານ ວິຊາ : ເສດຖະກິດໂລກ ສອນໂດຍ ອຈ . ນິວັນ ສາຍນາວົງ ຫົວຂໍ້ : ປະຊາຄົມເສດຖະກິດອາຊຽນ AEC ຂຽນໂດຍ : ທ້າວ. ເພັງ ວາງ ທ້າວ. ຟ້າມ ວັນຕຽນ ທ້າວ. ອຸດົມ ເຫີມ ທ້າວ. ໃຈແຊນ ເຈຍ ສົກສຶກສາ 2012 – 2013. ປະຊາຄົມເສດຖະກິດອາຊຽນ.
E N D
ບົດລາຍງານ ວິຊາ : ເສດຖະກິດໂລກ ສອນໂດຍ ອຈ . ນິວັນ ສາຍນາວົງ ຫົວຂໍ້ : ປະຊາຄົມເສດຖະກິດອາຊຽນ AEC ຂຽນໂດຍ : ທ້າວ. ເພັງ ວາງ ທ້າວ. ຟ້າມ ວັນຕຽນ ທ້າວ. ອຸດົມ ເຫີມ ທ້າວ. ໃຈແຊນ ເຈຍ ສົກສຶກສາ 2012 – 2013
ປະຊາຄົມເສດຖະກິດອາຊຽນ 1 . ຄວາມໝາຍ ແລະ ຄວາມເປັນມາຂອງອາຊຽນ ASEAN ສະມາຄົມບັນດາປະຊາຊາດອາຊີອາຄະເນ (ອາຊຽນ) ໄດ້ຖຶກສ້າງຕັ້ງຂື້ນໃນວັນທີ08 ສິງຫາ ປີ 1967 ທີ່ບາງກອກ. ເຊີ່ງແບ່ງອອກເປັນ 6 ປະເທດອາຊຽນເກົ້າຄື ອິນໂດເນເຊຍ ມາເລເຊຍ ບຣູໄນ ສິງກະໂປ ຟີລີປີນ ແລະ ປະເທດໄທ ແລະປະເທດສະມາຊິກອາຊຽນໃໝ່ປະກອບມີ 4 ປະເທດຄື ຫວຽດນາມ ລາວ ມຽ້ນມາ ແລະ ກໍາປູເຈຍ.
1.1 ຈຸດປະສົງຂອງການສ້າງຕັ້ງອາຊຽນ ສະມາຄົມປະຊາຊາດອາຊີອາຄະເນ (ASEAN) ສ້າງຕັ້ງຂຶ້ນ ເພື່ອສ້າງຄວາມສັນຕິພາບໃນພູມີພາກອາຊີຕາເວັນອອກຊຽງໃຕ້ອັນນຳມາຊີ່ງສະຖຽນລະພາບທາງການເມືອງ ຄວາມຈະເລີນກ້າວໜ້າທາງເສດຖະກິດ ສັງຄົມ ແລະວັດທະນະທຳ. ຈຸດປະສົງຫຼັກໆຂອງອາຊຽນແມ່ນມີດັ່ງຕໍ່ໄປນີ້: • ເສີມສ້າງການພັດທະນາດ້ານເສດຖະກິດ ສັງຄົມ ແລະວັດທະນະທຳຂອງພູມີພາກ
ຮັກສາສະຖຽນລະພາບທາງດ້ານລາຄາ ແລະ ຄວາມໝັ່ນຄົງຂອງພູມີພາກ • ໃຊ້ເປັນເວທີໃນການແກ້ໄຂຂໍ້ຂັດແຍງໃນພູມີພາກ 2 . ປະຊາຄົມເສດຖະກິດອາຊຽນ 2.1 ຄວາມໝາຍຂອງປະຊາຄົມເສດຖະກິດອາຊຽນ (AEC)
AEC ຫຍໍ້ມາຈາກພາສາອັງກິດວ່າ Asean Economics Community ຄືການລວມຕົວທາງດ້ານເສດຖະກິດຂອງອາຊຽນເພື່ອຈະມີຜົນປະໂຫຍດທາງດ້ານເສດຖະກິດຮ່ວມກັນຈະມີຮູບແບບຄ້າຍຄືກັນກັບກຸ່ມ Euro Zone ຈະເຮັດໃຫ້ມີຜົນປະໂຫຍດ ອໍານາດຕໍ່ລອງຕ່າງໆ ກັບຄູ່ຄ້າໄດ້ຫຼາຍຂື້ນ ແລະ ການສົ່ງອອກ ແລະ ນໍາເຂົ້າຂອງຊາດໃນອາຊຽນກໍຈະເສລີຍົກເວັ້ນສິນຄ້າບາງຊະນິດທີ່ແຕ່ລະປະເທດອາດຈະຂໍໄວ້ບໍ່ຫຼຸດພາສີນໍາເຂົ້າເອີ້ນວ່າສິນຄ້າອອນໄຫວ.
2.2 ຄວາມເປັນມາຂອງ AEC ກອງປະຊຸມສຸດຍອດອາຊຽນຄັ້ງທີ 8 ໃນປີ 2002 ທີ ປະເທດກຳປູເຈຍໄດ້ຕົກລົງໃຫ້ອາຊຽນກໍານົດທິດທາງດໍາເນີນງານເພື່ອມຸ່ງໄປສູ່ການເປັນປະຊາຄົມເສດຖະກິດອາຊຽນໂດຍເລັ້ງການຮ່ວມກຸ່ມໃນສາຂາອຸດສະຫະກໍາ ແລະ ບໍລິການທີ່ມີຄວາມອາດສາມາດຂອງອາຊຽນໂດຍສະເພາະອຸດສະຫະກຳສີນຄ້າອຸປະໂພກ ແລະ ບໍລິໂພກເຊິ່ງເປັນສີນຄ້າທີ່ອາຊຽນມີການຄ້າລະຫວ່າງກັນຫຼາຍທີ່ສຸດ ແລະອຸດສະຫະກຳເອເລັກໂຕຣນິກທີ່
ເປັນອຸດສະຫະກຳທີມີເປີເຊັນການສົ່ງອອກສູງຂອງອາຊຽນໃນຂະນະດຽວກັນອາຊຽນຕ້ອງປັບປຸງຂະບວນການດຳເນີນງານພາຍໃນຂອງອາຊຽນໃຫ້ມີປະສິດທິພາບຫຼາຍຂື້ນ.ເປັນອຸດສະຫະກຳທີມີເປີເຊັນການສົ່ງອອກສູງຂອງອາຊຽນໃນຂະນະດຽວກັນອາຊຽນຕ້ອງປັບປຸງຂະບວນການດຳເນີນງານພາຍໃນຂອງອາຊຽນໃຫ້ມີປະສິດທິພາບຫຼາຍຂື້ນ. 2.3 ເປົ່າໝາຍຂອງ AEC ການລວມຕົວທາງດ້ານເສດຖະກິດຂອງບັນດາປະເທດ ປະເທດອາຊີຕາເວັນອອກຊຽງໃຕ້ເພື່ອຂະຫຍາຍໂຄງສ້າງທາງ ດ້ານການຕະຫຼາດໃຫ້ມີຂະໜາດໃຫຍ່ຂຶ້ນເພື່ອເປັນຕະຫຼາດແລະ ແຫຼ່ງການຜະລິດລວມກັນມີການເຄື່ອນຍ້າຍສິນຄ້າ
4 ເປົ່າໝາຍຂອງ AEC ບໍລິການ ການລົງທຶນ ເງິນທຶນ ແລະແຮງງານມີສີມືຢ່າງເສລີ.
2.4 ແນວທາງດຳເນີນງານເພຶ່ອນຳໄປສູ່ການເປັນ AEC ໃນປີ 2015 ຈະມີການຫຼຸດພາສີລະຫວ່າງກັນໃຫ້ເຫຼືອ 0% ສໍາລັບປະເທດສະມາຊິກອາຊຽນ ແລະ ຍົກເລີກຂໍ້ຈໍາກັດການປະກອບການສິນຄ້າການບໍລິການຂອງອາຊຽນໃນປີ 2020 ພາຍໃຕ້ຂໍ້ຕົກລົງດ້ານການຄ້າການບໍລິການອາຊຽນ(AFAS) ການເປີດໃຫ້ມີຫານລົງທຶນເສລີໃນອາຊຽນ ແລະໃຫ້ການປະຕິບັດຮູບແບບດຽວກັນຕໍ່ນັກລົງທຶນອາຊຽນພາຍໃນປີ 2010 ພາຍໃຕ້ເຂດການລົງທຶນເສລີອາຊຽນ (AIA)ເປັນຕົ້ນ
ຈຸດພິເສດຂອງແຕ່ລະປະເທດໃນອາຊຽນມີດັ່ງນີ້:ຈຸດພິເສດຂອງແຕ່ລະປະເທດໃນອາຊຽນມີດັ່ງນີ້: • ພະມ້າສາຂາຜະລິດຕະພັນກະສິກຳ ແລະ ສາຂາປະມົງ • ມາເລເຊຍສາຂາຜະລິດຕະພັນຢາງ ແລະ ສາຂາສິ່ງທໍ່ • ອິນໂດເນເຊຍສາຂາຜະລິດລົດຍົນ ແລະ ສາຂາໄມ້ • ຟີລີປີນສາຂາເອເລັກໂທຣນິກ • ສິງກະໂປສາຂາເທັກໂນໂລຊີການສື່ສານ ແລະ ສາທາ ລະນະສຸກ • ໄທສາຂາການທ່ອງທຽ່ວ ແລະ ສາຂາການບິນ • ຫວຽດນາມສາຂາໂລຈີສະຕິກ (Logistic)
2.5 ຈຸດແຂງ ແລະ ຈຸດອອນຂອງການລວມຕົວເປັນ AEC • ຈຸດແຂງຂອງ AEC • ຂະຫຍາຍໂອກາດທາງດ້ານການຄ້າ ແລະ ການລົງທຶນໃນພູມີພາກ • ເກີດການໃຊ້ຊັບພະຍາກອນຢ່າງມີປະສິດທິພາບ • ເສີມສ້າງອໍານາດຕໍ່ລອງ ແລະ ເພີ່ມຂີດຄວາມສາມາດໃນການແຂ່ງຂັນ • ຍົກລະດັບຄຸນນະພາບຊີວິດແລະຄວາມເປັນຢູ່ຂອງຊາວອາຊຽນໃຫ້ດີຂື້ນ • ເປັນແຫຼ່ງດຶງດູດດ້ານການທ່ອງທຽ່ວທີ່ສໍາຄັນຂອງໂລກ • ສາມາດເຄືອນຍ້າຍແຮງງານໃນພູມີພາກໄດ້ຢ່າງເສລີ • ມີລະບບົບເສດຖະກິດແບບເສລີ ແລະ ເປີດກວ້າງ • ເປັນປະຊາຄົມແຫ່ງການຕິດຕໍ່ເຊຶ່ອມໂຍງໃນພູມີພາກ
ຈຸດອ່ອນຂອງAEC • ກົດລະບຽບທີ່ແຕ່ກຕ່າງກັນແລະມີການປຽ່ນແປງຢູ່ສະເໝີອາດເຮັດໃຫ້ມີຄວາມແຕ່ກຕ່າງກັນດ້ານຕົ້ນທືນ • ລະບົບສາທາລະນະປະໂພກຂັ້ນພື້ນຖານຂອງບາງປະເທດຍັງຢູ່ລະຫວ່າງການພັດທະນາເຊັ່ນເສັ້ນທາງການຄົມມະນາຄົມອາດເຮັດໃຫ້ຕົ້ທືນທີ່ສູງຂອງຜູ້ປະກອອຍການ • ຄວາມແຕ່ກຕ່າງດ້ານວັດທະນະທໍາ ເສດຖະກິດ ການເມືອງ ແລະ ສັງຄົມ • ສີນຄ້າທີ່ຜະລິດເພື່ອສົງອອກໄປຍັງພູມີພາກອາຊຽນສ່ວນໃຫຍ່ຈະແຂ່ງຂັນກັນເອງ • ບັນຫາຄົນວ່າງງານ (ແຮງງານຂາດທັກສະ) • ຜູ້ປະກອບການຍັງຂາດທັກສະ ຂາດຄວາມເຂົ້າໃຈໃນດ້ານກົດມາຍສັບສິນທາງປັນຍາ ອາດເຮັດໃຫ້ສີນຄ້າດູດລອກລຽ່ນແບບທັ້ງຮູບລັກສະນະ ລິຂະສິດ ແລະເຄື່ອງໝາຍການຄ້າ.
2.5 ການກຽມຄວາມພ້ອມໃນການເປັນ AEC • ພາກລັດ • ກໍານົດຍຸດທະສາດໂດຍຄຳນຶງເຖິງປະໂຫຍດຂອງຄົນສ່ວນໃຫຍ່ເປັນຫຼັກແລະທິດທາງໃນການພັດທະນາປະເທດໃນພາບລວມ. • ມີແນວທາງແກ້ໄຂປັນຫາສໍາລັບຄົນທີ່ໄດ້ຮັບຜົນກະທົບເຊັ່ນ: • ຈັດຕັ້ງກອງທຶນເພື່ອຊ່ວຍເຫຼື່ອກຸ່ມທີ່ໄດ້ຮັບຜົນກະທົບ ຈາກການເປີດເສລີ
ມີການມາດຕະການປ້ອງກັນສຸກເສີນມີການມາດຕະການປ້ອງກັນສຸກເສີນ • ປັບປຸງພັດທະນາລະບົບມາດຕະຖານສິນຄ້າ • ພາກເອກະຊົນ • ເພີ່ມຄວາມສາມາດໃນການແຂ່ງຂັນ • ດໍາເນີນຍຸດທະສາດທາງການຕະຫຼາດໃນເຊີງລຸກ • ນໍາເອົາເທັກໂນໂລຊີທີ່ທັນສະໄໝມາໃຊ້ • ພັດທະນາແລະສ້າງຄວາມສໍາພັນກັບພາກເອກະຊົນ ລະຫວ່າງປະເທດສະມາຊິກອື່ນ • ສຶກສາແລະຕິດຕາມກົດລະບຽບຂໍ້ຕົກລົງຕ່າງໆທີ່ກຽ່ວຂ້ອງ • ການເຂົ້າໄປລົງທຶນຫຼືຮ່ວມລົງທຶນກັບປະເທດສະມາຊິກ
ຂໍຂອບໃຈ! Thanks You!