1 / 32

ບົດລາຍງານຄວາມຄືບໜ້າຂອງ ແຜນງານພັດທະນາເຂດເນີນສູງພາກເໜືອ ( NUDP )

ບົດລາຍງານຄວາມຄືບໜ້າຂອງ ແຜນງານພັດທະນາເຂດເນີນສູງພາກເໜືອ ( NUDP ). ກອງປະຊຸມວິຊາການ ທີ່ສະພາແຫ່ງຊາດ, ວັນທີ 10 ມີນາ 2014. NUDP ແມ່ນຫຍັງ ?.

ananda
Download Presentation

ບົດລາຍງານຄວາມຄືບໜ້າຂອງ ແຜນງານພັດທະນາເຂດເນີນສູງພາກເໜືອ ( NUDP )

An Image/Link below is provided (as is) to download presentation Download Policy: Content on the Website is provided to you AS IS for your information and personal use and may not be sold / licensed / shared on other websites without getting consent from its author. Content is provided to you AS IS for your information and personal use only. Download presentation by click this link. While downloading, if for some reason you are not able to download a presentation, the publisher may have deleted the file from their server. During download, if you can't get a presentation, the file might be deleted by the publisher.

E N D

Presentation Transcript


  1. ບົດລາຍງານຄວາມຄືບໜ້າຂອງ ແຜນງານພັດທະນາເຂດເນີນສູງພາກເໜືອ (NUDP) ກອງປະຊຸມວິຊາການ ທີ່ສະພາແຫ່ງຊາດ, ວັນທີ 10 ມີນາ 2014

  2. NUDP ແມ່ນຫຍັງ? ແຜນງານພັດທະນາເຂດເນີນສູງພາກເໜືອ(NUDP) ແມ່ນການລິເລີ້ມນໍາໃຊ້ແຜນງານແບບຄົບຊຸດ (PBA) ເຂົ້າໃນການຈັດຕັ້ງປະຕິບັດ ເຊິ່ງແມ່ນຄວາມພະຍາຍາມຂອງ ລັດຖະບານ ສປປ ລາວ ແລະ ຄູ່ຮ່ວມພັດທະນາ ອີງຕາມຖະແຫຼງການຮ່ວມວຽງຈັນ: • ມີການນໍາພາໃນການຈັດຕັ້ງປະຕິບັດໂດຍ ລັດຖະບານເຊິ່ງກະຊວງກະສິກໍາ ແລະ ປ່າໄມ້ ເປັນຈຸດປະສານງານ. • ໄດ້ຮັບການສະໜັບສະໜູນ ຈາກ 4 ຄູ່ຮ່ວມພັດທະນາ. • ນໍາໃຊ້ບັນດາອົງກອນແລະລະບົບການຄຸ້ມຄອງຂອງລັດຖະບານ. • ເປົ້າໝາຍຂອງແຜນງານແມ່ນຢູ່ 3 ແຂວງ ແລະ 9 (10) ເມືອງໃນເຂດພາກເໜືອຂອງ ສປປ ລາວ.

  3. ໃຜເປັນຜູ້ໃຫ້ທຶນແຜນງານ?ໃຜເປັນຜູ້ໃຫ້ທຶນແຜນງານ? NUDP ໄດ້ຮັບການສະໜັບສະໜູນຈາກ: • ລັດຖະບານ ສປປ ລາວ (ບໍ່ແມ່ນເງິນສົດ), • ອົງການຝຣັ່ງເສດເພື່ອການພັດທະນາ (AFD), • ສະຫະພາບເອີຣົບ (EU), • ອົງການຮ່ວມມື ດ້ານການພັດທະນາຂອງປະເທດສະວີດ (SDC) ແລະ; • ກະຊວງຮ່ວມມືທາງດ້ານເສດຖະກິດຂອງປະເທດເຢຍລະມັນ (BMZ) ໂດຍຜ່ານການຈັດຕັ້ງປະຕິບັດໂດຍອົງການ GIZ.

  4. ແຜນງານ ຈັດຕັ້ງປະຕິບັດຢູ່ໃສ? ຂັ້ນທ້ອງຖິ່ນ ກຸ່ມເປົ້າໝາຍທີ່ຈະໄດ້ຮັບຜົນປະໂຫຍດແມ່ນກວມເອົາ 9 (10)ຕົວເມືອງຢູ່ 3 ແຂວງ ຢູ່ທາງພາກເໜືອຂອງ ສປປ ລາວ: • ແຂວງຜົ້ງສາລີ: ເມືອງໃໝ່, ເມືອງຂວາ, ເມືອງສຳພັນ • ແຂວງຫຼວງພະບາງ: ເມືອງປາກແຊງ, ໂພນໄຊ, ເມືອງວຽງຄຳ. • ແຂວງຫົວພັນ: ເມືອງວຽງທອງ (ເມືອງຊອນແລະເມືອງຫ້ຽມ), ເມືອງວຽງໄຊ, ເມືອງຫົວເມືອງ. ຢູ່ແຕ່ລະເມືອງກຳນົດເອົາ 3 ກຸ່ມບ້ານ (ລວມ 27 ກຸ່ມບ້ານ) + 1 ຂັ້ນສູນກາງ ບັນດາກະຊວງ, ອົງກອນ ແລະ ສະຖາບັນທີ່ກ່ຽວຂ້ອງຢູ່ຂັ້ນສູນກາງທີ່ມີໃນປະຈຸບັນ

  5. ໄລຍະການຈັດຕັ້ງປະຕິບັດຂອງແຜນງານ • ເລີ່ມຈັດຕັ້ງປະຕິບັດແຜນງານໃນຕົ້ນປີ 2010 • ໃນເບື້ອງຕົ້ນ, ການຈັດຕັ້ງປະຕິບັດແຜນງານແມ່ນຈະໄດ້ສິ້ນສຸດລົງໃນທ້າຍປີ 2014. • ແຕ່ປະຈຸບັນ, ໄດ້ມີການຕໍ່ອາຍຸຂອງແຜນງານຕື່ມອີກຈົນຮອດເດືອນ ມີນາ 2016 ເພື່ອໃຫ້ສອດຄ່ອງກັບໄລຍະການຈັດຕັ້ງປະຕິບັດແຜນຫ້າປີ ລວມທັງໄລຍະເຊື່ອມຕໍ່ ໄລຍະທີ 2 ຂອງແຜນງານ.

  6. ເປົ້າໝາຍຂອງແຜນງານ • ເປົ້າໝາຍລວມ: • ເພື່ອປະກອບສ່ວນລຶບລ້າງຄວາມທຸກຍາກ ແລະ ບັນລຸການພັດທະນາແບບຍືນຍົງ ຢູ່ເຂດເນີນສູງພາກເໜືອຂອງ ສປປ ລາວ. • ເປົ້າໝາຍສະເພາະ • ເພື່ອຄໍ້າປະກັນ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນຜູ້ທຸກຍາກຢູ່ເຂດຈຸດສຸມເນີນສູງ ໂດຍອີງໃສ່ການຄຸ້ມຄອງ-ນຳໃຊ້ທີ່ດິນ ແລະ ຊັບພະຍາກອນທຳ ມະຊາດ ແບບຍືນຍົງ ໂດຍອີງໃສ່ພື້ນຖານ, ຈຸດພິເສດ, ແລະທ່າແຮງຕົວຈິງຂອງແຕ່ລະທ້ອງຖິ່ນ. • ເພືອຄຸ້ມຄອງທຶນການຊ່ວຍເຫຼືອໃຫ້ມີປະສິດຕິຜົນ ໃຫ້ຫຼາຍກ່ວາເກົ່າ.

  7. ການຄຸ້ມຄອງແຜນງານ

  8. ບັນດາຂະແໜງການທີ່ຄຸ້ມຄອງແຜນງານບັນດາຂະແໜງການທີ່ຄຸ້ມຄອງແຜນງານ • ກະຊວງກະສິກໍາ ແລະ ປ່າໄມ້ແມ່ນໜ່ວຍງານຫຼັກໃນການປະສານ ການຈັດຕັ້ງປະຕິບັດ • ກົມແຜນການແລະການຮ່ວມມື ເປັນໃຈກາງໃນການປະສານງານ • ກົມຄຸ້ມຄອງແລະພັດທະນາທີ່ດິນກະສິກຳ ມີໜ້າທີ່ຮັບຜິດຊອບໃນການຈັດຕັ້ງປະຕິບັດອົງປະກອບການຄຸ້ມຄອງທີ່ດິນ • ກົມສົ່ງເສີມກະສິກຳ ແລະ ສະຫະກອນມີໜ້າທີ່ຮັບຜິດຊອບໃນການສ້າງຕັ້ງອົງການຈັດຕັ້ງຊາວກະສິກອນ, ບັນດາອົງປະກອບຕ໋ອງໂສ້ການຕະຫຼາດ ແລະ ວຽກງານສົ່ງເສີມການຜະລິດເປັນສິນຄ້າ. • ສະ​ຖາ​ບັນ​ຄົ້ນຄວ້າກະສິກຳ ​ແລະປ່າ​ໄມ້​ແຫ່ງ​ຊາດ ຮັບຜິດຊອບອົງປະກອບການຄົ້ນຄ້ວາກ່ຽວກັບນະໂຍບາຍ • ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຈັດຕັ້ງປະຕິບັດອົງປະກອບການການວາງແຜນ ແລະຄຸ້ມຄອງທີ່ດິນ • ຄະນະ​ຊີ້​ນຳ​ພັດທະນາ​ຊົນນະບົດ ​ແລະລືບລ້າງ​ຄວາມທຸກ​ຍາກແຫ່ງ​ຊາດ ຮ່ວມກັບ ກະຊວງແຜນການແລະການລົງທຶນ (ກຊຜທ) ຈັດຕັ້ງປະຕິບັດອົງປະກອບການວາງແຜນແລະຄຸ້ມຄອງທ້ອງຖິ່ນ • ກຊຜທ ແລະ ກະຊວງການເງິນ ແມ່ນເປັນທີມງານປະສານງານຂັ້ນສູນກາງ ແລະ ຄະນະຊີ້ນຳຂັ້ນສູນກາງ ໂດຍສະເພາະແມ່ນຊີ້ນຳດ້ານກອບນະໂຍບາຍທາງດ້ານການຮ່ວມມືສາກົນ ເຊິ່ງກ້າວໄປຊູ່ການຈັດຕັ້ງປະຕິບັດແຜນງານແບບຄົບຊຸດ

  9. ການວາງແຜນ ແລະຄຸ້ມຄອງທີ່ດິນ ສະໜັບສະໜູນ ຊຸກຍູ້ການຈັດຕັ້ງຂອງຊາວກະສິກອນ ເນື້ອໃນຂອງແຜນງານ ການເອື້ອອຳນວຍ ໃຫ້ແກ່ການປັບປຸງ ເສດຖະກິດຂອງ ຜູ້ທຸກຍາກ ການວາງແຜນ ແລະ ຄຸ້ມຄອງທ້ອງຖິ່ນ ອົງປະກອບສະເພາະດ້ານ (ຈຸລະພາກ) ສ້າງຄວາມເຂັ້ມແຂງໃຫ້ພາກລັດ ໃນການບໍລິການ ດ້ານກະສິກຳ ການຄໍ້າປະກັນສະບຽງອາຫານ (ສິ້ນສຸດແລ້ວ)

  10. ເນື້ອໃນຂອງແຜນງານ ອົງປະກອບລວມ (ມະຫາພາກ) ການວາງແຜນ ແລະ ຄຸ້ມຄອງທ້ອງຖິ່ນ ອົງປະກອບສະເພາະດ້ານ (ຈຸລະພາກ) ການວາງແຜນ ແລະຄຸ້ມຄອງທີ່ດິນ ການສະສົມບົດຮຽນ ແລະ ການກຳນົດນະໂຍບາຍ ສະໜັບສະໜູນ ຊຸກຍູ້ການຈັດຕັ້ງຂອງຊາວກະສິກອນ ການເອື້ອອຳນວຍ ໃຫ້ແກ່ການປັບປຸງ ເສດຖະກິດຂອງຜູ້ທຸກຍາກ ການຄໍ້າປະກັນສະບຽງອາຫານ (ສິ້ນສຸດ) ສ້າງຄວາມເຂັ້ມແຂງໃຫ້ພາກລັດ ໃນການບໍລິການ ດ້ານກະສິກຳ ສົງເສີມການຈັດຕັ້ງປະຕິບັດ ຖະແຫຼງການຮ່ວມວຽງຈັັນ ພັດທະນາຂີດຄວາມສາມາດ ໃນການຄຸ້ມຄອງແຜນງານທີ່ໄດ້ຮັບ ການຊ່ວຍເຫລືອຈາກສາກົນ ແລະການກະກຽມແຜນງານແບບຄົບຊຸດ

  11. ເນື້ອໃນຂອງແຜນງານ ອົງປະກອບລວມ (ມະຫາພາກ) ການວາງແຜນ ແລະ ຄຸ້ມຄອງທ້ອງຖິ່ນ ອົງປະກອບສະເພາະດ້ານ (ຈຸລະພາກ) ການວາງແຜນ ແລະຄຸ້ມຄອງທີ່ດິນ ການສະສົມບົດຮຽນ ແລະ ການກຳນົດນະໂຍບາຍ ສະໜັບສະໜູນ ຊຸກຍູ້ການຈັດຕັ້ງຂອງຊາວກະສິກອນ ການເອື້ອອຳນວຍ ໃຫ້ແກ່ການປັບປຸງ ເສດຖະກິດຂອງຜູ້ທຸກຍາກ ການຄໍ້າປະກັນສະບຽງອາຫານ (ສິ້ນສຸດ) ສ້າງຄວາມເຂັ້ມແຂງໃຫ້ພາກລັດ ໃນການບໍລິການ ດ້ານກະສິກຳ ພື້ນຖານໂຄງລ່າງກະສິກຳຊົນນະບົດຂະ ໜາດນ້ອຍ ນິເວດກະສິກຳ ສົງເສີມການຈັດຕັ້ງປະຕິບັດ ຖະແຫຼງການຮ່ວມວຽງຈັັນ ພັດທະນາຂີດຄວາມສາມາດ ໃນການຄຸ້ມຄອງແຜນງານທີ່ໄດ້ຮັບ ການຊ່ວຍເຫລືອຈາກສາກົນ ແລະການກະກຽມແຜນງານແບບຄົບຊຸດ

  12. ແຜນງານແບບຄົບຊຸດProgramme Based Approaches (PBA) ແມ່ນຫຍັງ? ອີງໃສ່OECD DAC, ຮູບແບບແຜນງານແບບຄົບຊຸດ (PBA) ແມ່ນປະກອບດ້ວຍຫຼັກການດັ່ງລຸ່ມນີ້: • ມີການນຳພາໂດຍປະເທດ ຫຼື ອົງການທີ່ເປັນເຈົ້າພາບ • ມີແຜນງານ ແລະ ກອບງົບປະມານອັນດຽວ • ມີຂະບວນການເພື່ອການປະສານງານກັບຜູ້ໃຫ້ທຶນຫຼືຄູ່ຮ່ວມພັດທະ ນາ ແລະ ການເຊື່ອມໂຍງທາງດ້ານລະບຽບຫຼັກການ ໃນການລາຍງານ, ງົບປະມານ, ການຄຸ້ມຄອງການເງິນ ແລະ ການຈັດຊື້ຈັດຈ້າງ • ມີຄວາມພະຍາມໃນການເພີ້ມການນໍາໃຊ້ລະບຽບຫຼັກການຂອງ ທ້ອງຖິ່ນ ເຊິ່ງເລີ້ມຕັ້ງແຕ່ການອອກແບບ, ການຈັດຕັ້ງປະຕິບັດ, ການຄຸ້ມຄອງການເງິນ, ແລະ ການຕິດຕາມ ແລະ ປະເມີນຜົນ

  13. ຂໍ້ດີຂອງ PBA • ມີການເຊື່ອມໂຍງລະຫວ່າງນະໂຍບາຍ, ງົບປະມານ, ການຈັດຕັ້ງປະຕິບັດ ແລະ ການຕິດຕາມ-ກວດກາ. • ມີຄວາມເປັນເຈົ້າການຂອງລັດຖະບານທາງດ້ານນະໂຍບາຍ ແລະ ການຈັດສັນຊັບພະຍາກອນ (ແຜນພັດທະນາມີຄວາມສອດຄ່ອງ ແລະ ມີຄວາມກົມກຽວກັບແຜນຍຸດທະສາດຂອງລັດຖະບານ). • ມີການເຊື່ອມໂຍງລະຫວ່າງ: • ແຜນແຫ່ງຊາດ ແລະແຜນຂອງຂະແໜງການ • ງົບປະມານ ແລະ ລາຍຈ່າຍ • ທຶນພາຍໃນປະເທດ ແລະ ທຶນຊ່ວຍເຫຼືອ • ຫຼຸດຜ່ອນຄ່າໃຊ້ຈ່າຍໃນການຄຸ້ມຄອງບໍລິຫານ ເຊິ່ງມີຫຼາຍໂຄງການ/ອົງປະກອບ ທີ່ນໍາໃຊ້ບົບລາຍງານອັນດຽວ,

  14. ສິ່ງທ້າທາຍຂອງ PBA ໃນຂະແໜງກະສິກໍາແລະພັດທະນາຊົນນະບົດ • ຂະແໜງກະສິກໍາແລະພັດທະນາຊົນນະບົດມີຄວາມກວ້າງຂວາງປານໃດ? ເຂດເນີນສູງແມ່ນເຂດທີ່ທຸກຍາກຫຼາຍກ່ວາເຂດທົ່ງພຽງ • ການປະສານງານ – ແລກປ່ຽນແຜນຍຸດທະສາດໃນບັນດາຂະແໜງການ ແລະກະຊວງທີ່ກ່ຽວຂ້ອງ ແມ່ນຄວາມຈຳເປັນອັນພື້ນຖານ. • ລະບົບການຕິດຕາມແລະປະເມີນຜົນ ຍັງຕ້ອງການຂໍ້ມູນເພື່ອເບິ່ງຜົນຂອງການຈັດຕັ້ງປະຕິບັດ ແລະ ປະເມີນຄວາມອາດສາມາດຂອງໜ່ວຍງານຈັດຕັ້ງປະຕິບັດແຜນງານໃນແຕ່ລະໄລຍະ. • ມີຄ່າໃຊ້ຈ່າຍສູງໃນໄລຍະຕົ້ນຂອງການຈັດຕັ້ງປະຕິບັດ (ໂດຍສະເພາະການສ້າງຂີດຄວາມສາມາດໃນການຄຸ້ມຄອງ).

  15. ຜົນສໍາເລັດອັນສໍາຄັນ (1) ອົງປະກອບ B1: ການວາງແຜນ ແລະຄຸ້ມຄອງທີ່ດິນ • ສໍາເລັດການວາງແຜນການນຳໃຊ້ທີ່ດິນແບບມີສ່ວນຮ່ວມໃນ 86 ບ້ານ ຂອງຈໍານວນ 231 ບ້ານເປົ້າໝາຍທັງໝົດຂອງ NUDP ໃນ 9 ເມືອງ. • ສຳເລັດການຈົດທະບຽນທີ່ດິນໃນ 22 ບ້ານ. • ໄດ້ມອບໃບຕາດິນຈໍານວນ 1014 ໃບ ບັນດາບ້ານທີ່ຢູ່ໃນ 2 ເມືອງເປົ້າໝາຍຂອງ NUDP. • ໄດ້ເຜີຍແຜ່ນິຕິກໍາໃຫ້ແກ່ຊຸມຊົນໃນ 181 ບ້ານຂອງຈໍານວນ 229 ບ້ານເປົ້າໝາຍຂອງ NUDP ໃນ 9 ເມືອງ.

  16. ຜົນສໍາເລັດອັນສໍາຄັນ (2) ອົງປະກອບ B2: ການວາງແຜນ ແລະ ຄຸ້ມຄອງທ້ອງຖິ່ນ ກ) ການວາງແຜນພັດທະນາບ້ານ ແລະ ກຸ່ມບ້ານ. • ສຳເລັດການວາງແຜນພັດທະນາບ້ານໃນເຂດເປົ້າໝາຍຂອງແຜນງານ ທັງໝົດ 229 ບ້ານ. • ສໍາເລັດການສ້າງແຜນພັດທະນາກຸ່ມບ້ານ (ເມືອງລະ 1 ກຸ່ມບ້ານໃນ 9 ເມືອງເປົ້າໝາຍ).

  17. ຜົນສໍາເລັດອັນສໍາຄັນ (3) ອົງປະກອບ B2: ການວາງແຜນ ແລະ ຄຸ້ມຄອງທ້ອງຖິ່ນ ຂ) ການສ້າງຂີດຄວາມສາມາດ. • ຄູ່ມືການວາງແຜນແບບມີສ່ວນຮ່ວມໄດ້ຖືກສ້າງຂຶ້ນຮ່ວມກັບກະຊວງແຜນການ ແລະ ການລົງທຶນໂດຍຜ່ານຄະນະກໍາມະການປະສານງານຂອງຫຼາຍອົງການ. • ການຝຶກອົບຮົມໃນການນໍາໃຊ້ຄູ່ມືການຄຸ້ມຄອງບໍລິຫານແຜນງານໄດ້ຕອບສະໜອງໃຫ້ ພ/ງ ຂັ້ນແຂວງ, ຂັ້ນເມືອງ ແລະ ກຸ່ມບ້ານ. ແຕ່ລະຄັ້ງມີຜູ້ເຂົ້າຮ່ວມຝຶກອົບຮົມຫຼາຍກ່ວາ 100 ຄົນ. • ຂີດຄວາມສາມາດໄດ້ຮັບການປັບປຸງ ໂດຍການຕອບສະໜອງອຸປະກອນສຳລັບວຽກງານການວາງແຜນ ໃຫ້ຂັ້ນເມືອງ, ຂັ້ນແຂວງ ແລະ ຂັ້ນສູນກາງ. • ຖານຂໍ້ມູນແຫ່ງຊາດກ່ຽວກັບແຜນພັດທະນາບ້ານ ແລະ ກຸ່ມບ້ານໄດ້ສ້າງຂຶ້ນຮ່ວມກັບຄະນະຊີ້ນຳພັດທະນາຊົນນະບົດ ແລະ ລືບລ້າງຄວາມທຸກຍາກແຫ່ງຊາດ.

  18. ຜົນສໍາເລັດອັນສໍາຄັນ (4) ໄດ້ມີການພັດທະນາບັນດາລະບົບຕ່າງໆແລະ ຂີດຄວາມສາມາດ: • ໄດ້ສ້າງບັນດາລະບຽບການ ດ້ານການຄຸ້ມຄອງການເງິນ ແລະ ການຄຸ້ມຄອງແຜນງານ. • ໄດ້ຈັດການຝຶກອົບຮົມທີ່ເປັນທາງການຫຼາຍກວ່າ 30 ຄັ້ງໃຫ້ແກ່ ພ/ງ ຂັ້ນແຂວງ ແລະ ຂັ້ນເມືອງທາງດ້ານການຄຸ້ມຄອງແຜນງານ ແລະ ການເງິນ. • ມາຮອດປະຈຸບັນນີ້, ລັດຖະກອນ ແລະ ພ/ງ ໂຄງ ຫຼາຍກ່ວາ 360 ຄົນໄດ້ຮັບການຝຶກອົບຮົມ.

  19. ຜົນສໍາເລັດອັນສໍາຄັນ (5) ຜົນສໍາເລັດອັນສໍາຄັນ(5) ອົງປະກອບ B.3 ການສະໜັບສະໜູນ ຊຸກຍູ້ການຈັດຕັ້ງຂອງຊາວກະສິກອນ • ກຸ່ມຊາວກະສິກອນຈໍານວນ 94 ກຸ່ມໄດ້ສ້າງຕັ້ງຂຶ້ນໃນ 9 ເມືອງ ແລະ ມີຫຼາຍກວ່າ 2,200 ຄົວເຮືອນໄດ້ເຂົ້າຮ່ວມ: • ກຸ່ມຊາວກະສິກອນທີ່ເນັ້ນໃສ່ການຕະຫຼາດທີ່ມີຄວາມເຂັ້ມແຂງ ມີ (52 ກຸ່ມ; 1,646 ຄົວເຮືອນ) ແລະ ກຸ່ມປູກໝາກແໜ່ງມີ (23 ກຸ່ມ; 877 ຄົວເຮືອນ) ແລະ ກຸ່ມປູກກາເຟ (21 ກຸ່ມ; 689 ຄົວເຮືອນ). • ການລ້ຽງສັດ: ການລ້ຽງໄກ່, ແບ້ ແລະ ໝູ ມີ (33 ກຸ່ມ; 359 ຄົວເຮືອນ); ການປູກພືດອາຫານຫຼັກ (ເຂົ້າ): ມີ 9 ກຸ່ມ ແລະ 97 ຄົວເຮືອນ. • ໄດ້ຝຶກອົບຮົມດ້ານການສ້າງຕັ້ງກຸ່ມຊາວກະສິກອນໃຫ້ ພ/ງຫ້ອງການ ກະສິກຳ ແລະ ປ່າໄມ້ເມືອງ ແລະ ຫ້ອງການທີ່ກ່ຽວຂ້ອງ ໃນ3ແຂວງ, ມີຜູ້ເຂົ້າຮ່ວມຫຼາຍກ່ວາ 100 ຄົນ. ອົງປະກອບ B.3 ການສະໜັບສະໜູນ ຊຸກຍູ້ການຈັດຕັ້ງຂອງຊາວກະສິກອນ • ກຸ່ມຊາວກະສິກອນຈໍານວນ 94 ກຸ່ມໄດ້ສ້າງຕັ້ງຂຶ້ນໃນ 9 ເມືອງ ແລະ ມີຫຼາຍກວ່າ 2,200 ຄົວເຮືອນໄດ້ເຂົ້າຮ່ວມ: • ກຸ່ມຊາວກະສິກອນທີ່ເນັ້ນໃສ່ການຕະຫຼາດທີ່ມີຄວາມເຂັ້ມແຂງ ມີ (52 ກຸ່ມ; 1,646 ຄົວເຮືອນ) ແລະ ກຸ່ມປູກໝາກແໜ່ງມີ (23 ກຸ່ມ ; 877 ຄົວເຮືອນ) ແລະ ກຸ່ມປູກກາເຟ (21 ກຸ່ມ ; 689 ຄົວເຮືອນ); • ການລ້ຽງສັດ: ການລ້ຽງໄກ່, ແບ້ ແລະ ໝູ ມີ (33 ກຸ່ມ ; 359 ຄົວເຮືອນ); ການປູກພືດອາຫານຫຼັກ (ເຂົ້າ): ມີ 9 ກຸ່ມ ແລະ 97 ຄົວເຮືອນ. • ໄດ້ຝຶກອົບຮົມດ້ານການສ້າງຕັ້ງກຸ່ມຊາວກະສິກອນໃຫ້ ພ/ງຫ້ອງການ ກະສິກຳ ແລະ ປ່າໄມ້ເມືອງໃນ 2 ແຂວງ, ມີຜູ້ເຂົ້າຮ່ວມ 69 ທ່ານ.

  20. ຜົນສໍາເລັດອັນສໍາຄັນ (6) ອົງປະກອບ B.4 ສະໜັບສະໜູນການພັດທະນາເສດຖະກິດຂອງປະຊາຊົນຜູ້ທຸກຍາກໃນເຂດພູດອຍ. • ສໍາເລັດການຝຶກອົບຮົມດ້ານຕ໋ອງໂສ້ການຕະຫຼາດ ແລະການປະເມີນດ້ານການຕະຫຼາດແບບວ່ອງໄວໃຫ້ພ/ງ ພະແນກກະສິກຳ ແລະ ປ່າໄມ້ແຂວງ, ຂະແໜງສົ່ງເສີມກະສິກຳ ແລະ ສະຫະກອນ ປະຈໍາແຂວງ ແລະ ພ/ງ ພະ​ແນ​ກອຸດສາຫະກໍາ ​ແລະ ການ​ຄ້າ​ແຂວງ (37 ທ່ານ) ໃນ 3 ແຂວງ. • ສໍາເລັດການສຶກສາຕ໋ອງໂສ້ການຕະຫຼາດແບບຮີບດ່ວນ 3 ຄັ້ງ ໃນ 3 ແຂວງ; • ສໍາເລັດການສຶກສາຕ໋ອງໂສ້ການຕະຫຼາດໃນເມືອງໂພນໄຊ (ສາລີ). • ສໍາເລັດການສຶກສາຕ໋ອງໂສ້ການຕະຫຼາດ 3 ຄັ້ງໃນແຂວງຜົງສາລີ (ໝາກແໜ່ງ; ແຂມ; ຍານ). • ສໍາເລັດການຝຶກອົບຮົມການເຮັດສັນຍາສອງສົ້ນໃນ 3 ແຂວງ, ມີຜູ້ເຂົ້າຮ່ວມ 70 ຄົນ. • ສຶກສາສັນຍາສອງສົ້ນ 14 ສັນຍາ (ກໍາລັງດໍາເນີນຢູ່). • ເລີ່ມສ້າງຕັ້ງຄະນະກໍາມະການໃນການສ້າງສັນຍາສອງສົ້ນ ເປັນເຈົ້າການໂດຍອຳນາດການປົກຄອງເມືອງ ໂດຍການສະໜັບສະໜູນຂອງແຜນງານ.

  21. ຜົນສໍາເລັດອັນສໍາຄັນ(7) ຜົນສໍາເລັດອັນສໍາຄັນ (7) ອົງປະກອບ B.5. ສ້າງຄວາມເຂັ້ມແຂງໃຫ້ພາກລັດ ໃນການບໍລິການດ້ານກະສິກຳ • ພ/ງ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ 61 ທ່ານ ໄດ້ເຂົ້າຮ່ວມການຝຶກອົບຮົມ 2 ຊຸດ ທາງດ້ານເຕັກນິກການປູກເຂົ້າກ້າກີບດຽວ/ການປູກເຂົ້າໄຮ່ແລະ ການລ້ຽງສັດ. • ການຝຶກອົບຮົມອື່ນໆແລະ ວຽກງານສົ່ງເສີມດ້ານການປູກຜັກປອດສານເຄມີ, ການປູກກາເຟ, ໝາກເກົາ, ການບໍາລຸງຮັກສາລະບົບຊົນລະປະທານ, ການປູກພືດແບບປະສົມປະສານ, ກະສິກໍານິເວດ, ການເຮັດຝຸ່ນບົ່ມ, ການເຮັດນໍ້າສະກັດຊີວະພາບ ແລະ ຢາສະໝູນໄພປ້ອງກັນກໍາຈັດສັດຕູພືດ, ການຂະຫຍາຍພັນໄມ້ໃຫ້ໝາກ ແລະ ການຕັດ​ແຕ່ງກິ່ງງ່າ, ການປູກໝາກແຕງລາຍ ແລະ ຖົ່ວເຫຼືອງ. • ທີ່ແຂວງຫຼວງພະບາງ, ໄດ້ຕອບສະໜອງ ພໍ່-ແມ່ພັນໄກ່ໃຫ້ຊາວກະສິກອນຜູ້ທຸກຍາກກວ່າໝູ່ໃນບ້ານເປົ້າໝາຍເພື່ອເລີ່ມປະຕິບັດກິດຈະກໍາ. • ໄດ້ປັບປຸງສູນບໍລິການເຕັກນິກໃນທຸກເມືອງເປົ້າໝາຍ. • ໃຫ້ການສະໜັບສະໜູນກິດຈະກໍາສວນຄົວໂຮງຮຽນທີ່ແຂວງຫຼວງພະບາງ. ອົງປະກອບ B.5. ສ້າງຄວາມເຂັ້ມແຂງໃຫ້ພາກລັດ ໃນການບໍລິການດ້ານກະສິກຳ • ພ/ງ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ແລະ ຄອບຄົວຕົວແບບ ຫຼາຍກ່ວາ200ຄົນ ໄດ້ເຂົ້າຮ່ວມການຝຶກອົບຮົມ ທາງດ້ານເຕັກນິກ(ເຊັ່ນ: ການປູກເຂົ້າກ້າກີບດຽວ/ການປູກເຂົ້າໄຮ່ແລະ ການລ້ຽງສັດ). • ການຝຶກອົບຮົມອື່ນໆແລະ ວຽກງານສົ່ງເສີມດ້ານການປູກຜັກປອດສານເຄມີ, ການປູກກາເຟ, ໝາກເກົາ, ການບໍາລຸງຮັກສາລະບົບຊົນລະປະທານ, ການປູກພືດແບບປະສົມປະສານ, ກະສິກໍານິເວດ, ການເຮັດຝຸ່ນບົ່ມ, ການເຮັດນໍ້າສະກັດຊີວະພາບ ແລະ ຢາສະໝູນໄພປ້ອງກັນກໍາຈັດສັດຕູພືດ, ການຂະຫຍາຍພັນໄມ້ໃຫ້ໝາກ ແລະ ການຕັດ​ແຕ່ງກິ່ງງ່າ, ການປູກໝາກແຕງລາຍ ແລະ ຖົ່ວເຫຼືອງ. • ທີ່ແຂວງຫຼວງພະບາງ, ໄດ້ຕອບສະໜອງ ພໍ່-ແມ່ພັນໄກ່ໃຫ້ຊາວກະສິກອນຜູ້ທຸກຍາກກວ່າໝູ່ໃນບ້ານເປົ້າໝາຍເພື່ອເລີ່ມປະຕິບັດກິດຈະກໍາ. • ໄດ້ສ້າງແລະປັບປຸງສູນບໍລິການເຕັກນິກໃນທຸກເມືອງເປົ້າໝາຍ. • ໃຫ້ການສະໜັບສະໜູນກິດຈະກໍາສວນຄົວໂຮງຮຽນທີ່ແຂວງຫຼວງພະບາງ.

  22. ຜົນສໍາເລັດອັນສໍາຄັນ (8) ຜົນສໍາເລັດອັນສໍາຄັນ(8) ອົງປະກອບ B6.ການຄໍ້າປະກັນສະບຽງອາຫານ(ໄດ້ສຳເລັດອົງປະກອບນີ້ ໃນເດືອນ ທັນວາ 2011). • ສໍາເລັດໂຄງການໂຄງລ່າງຂະໜາດນ້ອຍ 35 ໂຄງການ (51 ບ້ານໄດ້ຮັບຜົນປະໂຫຍດ)(ການສະໜອງນໍ້າສະອາດ 47%, ເສັ້ນທາງເຂົ້າຫາບ້ານ 22%, ລະບົບຊົນລະປະທານ 31%). • ພ/ງ ໂພສະນາການ 47 ທ່ານໄດ້ຮັບການຝຶກອົບຮົມ. • ພ/ງ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ 32 ທ່ານໄດ້ຮັບການຝຶກອົບຮົມວຽກງານສົ່ງເສີມການປູກພືດຜັກສວນຄົວ. • ພ/ງ ສົ່ງເສີມວຽກງານໂພສະນາການປະຈໍາບ້ານຈໍານວນ 142 ທ່ານໄດ້ຮັບການຝຶກອົບຮົມ. • 1060 ຄົວເຮືອນໄດ້ຮັບແນວພັນຜັກ. • 29 ບ້ານໄດ້ຮັບການຝຶກອົບຮົມໃນການຄວບຄຸມໜູ; 18 ບ້ານໄດ້ຮັບຢ່າສະມຸນໄພກໍາຈັດໜູ. ອົງປະກອບ B6.ການຄໍ້າປະກັນສະບຽງອາຫານ(ໄດ້ສຳເລັດອົງປະກອບນີ້ ໃນເດືອນ ທັນວາ 2011). • ສໍາເລັດໂຄງການໂຄງລ່າງຂະໜາດນ້ອຍ 35 ໂຄງການ (51 ບ້ານໄດ້ຮັບຜົນປະໂຫຍດ)(ການສະໜອງນໍ້າສະອາດ 47%, ເສັ້ນທາງເຂົ້າຫາບ້ານ 22%, ລະບົບຊົນລະປະທານ 31%). • ພ/ງ ໂພສະນາການ 47 ທ່ານໄດ້ຮັບການຝຶກອົບຮົມ. • ພ/ງ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ 32 ທ່ານໄດ້ຮັບການຝຶກອົບຮົມວຽກງານສົ່ງເສີມການປູກພືດຜັກສວນຄົວ. • ພ/ງ ສົ່ງເສີມວຽກງານໂພສະນາການປະຈໍາບ້ານຈໍານວນ 142 ທ່ານໄດ້ຮັບການຝຶກອົບຮົມ. • 1060 ຄົວເຮືອນໄດ້ຮັບແນວພັນຜັກ. • 29 ບ້ານໄດ້ຮັບການຝຶກອົບຮົມໃນການຄວບຄຸມໜູ; 18 ບ້ານໄດ້ຮັບຢ່າສະມຸນໄພກໍາຈັດໜູ.

  23. ຜົນສໍາເລັດອັນສໍາຄັນ (9) ອົງປະກອບໂຄງລ່າງຂະໜາດນ້ອຍເພີ່ມເຕີມ: • ຍ້ອນເຫັນໄດ້ເຖິງຜົນສຳເລັດ ແລະ ປະສິດຕິຜົນຂອງພື້ນຖານໂຄງລ່າງ ຂະໜາດນ້ອຍ, BMZ ໄດ້ຕອບສະໜອງທຶນເພີ່ມເຕີມ500,000 ຢູໂຣ ໃຫ້ເມືອງເປົ້າໝາຍ ໃນທ້າຍປີ 2012 ແລະກໍ່ສ້າງສຳເລັດໃນປີ 2013. • ໄດ້ກໍ່ສ້າງພື້ນຖານໂຄງລ່າງຂະໜາດນ້ອຍຈໍານວນ 22 ໂຄງການ (ເຊັ່ນ: ຊົນລະປະທານຂະໜາດນ້ອຍ, ນໍ້າລິນ ແລະ ທາງຊອຍ) ລວມທັງໝົດໄດ້ສຳເລັດ 53 ໂຄງການ.

  24. ຜົນສໍາເລັດອັນສໍາຄັນ (10) ອົງປະກອບ C.1 ພັດທະນາຂີດຄວາມສາມາດ ໃນການຄຸ້ມຄອງແຜນງານທີ່ໄດ້ຮັບ ການຊ່ວຍເຫລືອຈາກສາກົນ ແລະການກະກຽມແຜນງານແບບຄົບຊຸດ • ພະນັກງານລະດັບການນຳ ໃນລະດັບ ລັດຖະມົນຕີຊ່ວຍ, ຫົວໜ້າແລະຄະນະກົມ ໄດ້ໄປທັດສະນະສຶກສາ ຢູ່ປະເທດ: ກໍາປູເຈຍ, ເຄັນຢາ ແລະ ສສ ຫວຽດນາມ ເພື່ອເພື່ອແລກປ່ຽນບົດຮຽນໃນການດ້ານປະສິດທິຜົນຂອງການຊ່ວຍເຫຼືອ ແລະການຈັດຕັ້ງປະຕິບັດແຜນງານແບບຄົບຊຸດ. • ສໍາເລັດການທົບທວນຄືນບັນດາເງື່ອນໄຂຂອງແຜນງານແບບຄົບຊຸດ ສຳລັບການພັດທະນາເຂດເນີນສູງ ຢູ່ໃນ ສປປ. ລາວແລະ ໄດ້ນໍາສະເໜີເປັນຄັ້ງທຳອິດ ຕໍ່ກອງປະຊຸມໜ່ວຍງານຂະແໜງການຍ່ອຍເພື່ອການພັດທະນາເຂດເນີນສູງ ໃນເດືອນພຶດສະພາ 2013. • ສຳເລັດປຶກສາຫາລື ແລະ ກະກຽມແຜນເພື່ອຮ່າງລະບຽບການແລະຂໍ້ແນະນຳໃນການສ້າງແຜນງານແບບຄົບຊຸດ - ກຊຜທ.

  25. ຜົນສໍາເລັດອັນສໍາຄັນ (11) ອົງປະກອບ C.2 ສົງເສີມການຈັດຕັ້ງປະຕິບັດ ຖະແຫຼງການຮ່ວມວຽງຈັັນ • ໜ່ວຍງານຂະແໜງການກະສິກໍາແລະພັດທະນາຊົນນະບົດ ແລະ ຂະແໜງການຍ່ອຍເພື່ອພັດທະນາເຂດເນີນສູງ ໄດ້ມີການຈັດຕັ້ງປະຕິບັດຢ່າງເປັນປົກກະຕິໂດຍມີການດຳເນີນກອງປະຊຸມ 3 ຄັ້ງຕໍ່ປີ ທັງສອງລະດັບ. • ມີການປຶກສາຫາລືສະເພາະດ້ານນະໂຍບາຍໃນກອງປະຊຸມໜ່ວຍງານຂະແໜງການແລະຂະແໜງການຍ່ອຍດັ່ງກ່າວ. • ກອງປະຊຸມໜ່ວຍງານຂະແໜງການຍ່ອຍເພື່ອການພັດທະນາເຂດເນີນສູງ ຂັ້ນແຂວງໄດ້ຈັດຂຶ້ນເປັນປົກກະຕິ ຕິດຕໍ່ກັນເປັນປີທີ 3 ໂດຍອີງຕາມຄວາມຕ້ອງການ ແລະຄວາມເປັນເຈົ້າການຂອງທ້ອງຖິ່ນ (ບົດຮຽນທີ່ເດັນກ່ວາໝູ່ຢູ່ແຂວງຜົ້ງສາລີ). • ຍຸດທະສາດການພັດທະນາເຂດເນີນສູງ ໄດ້ຖືກຮ່າງຂຶ້ນ ເພື່ອໃຊ້ເປັນພື້ນຖານໃນການອອກແບບແຜນງານແບບຄົບຊຸດ ເພື່ອຈະນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດ.

  26. ຜົນສໍາເລັດອັນສໍາຄັນ (12) ອົງປະກອບ C.3ການສະສົມບົດຮຽນ ແລະ ການກຳນົດນະໂຍບາຍ • ທຶນຄົ້ນຄວ້ານະໂຍບາຍດ້ານກະສິກໍາ, ກອບເນື້ອໃນຈຸດສຸມຂອງການສຶກສາຄົ້ນຄວ້າ ໄດ້ຮັບການສ້າງຕັ້ງຂຶ້ນພາຍໃຕ້ກົນໄກ AgriNet. • ສຳເລັດການຄົ້ນຄວ້າໃນ 6 ຫົວຂໍ້ ທີ່ເລັ່ງໃສ່ການຄໍ້າປະກັນສະບຽງອາຫານແລະໂພສະນາການ, ການຜະລິດໃນເຂດເນີນສູງທີ່ສ້າງລາຍຮັບໃຫ້ແກ່ປະຊາຊົນ, ບົດບາດແມ່ຍິງໃນວຽກກະສິກຳ. • ບົດສະເໜີການຄົ້ນຄວ້າ ລົງເລິກດ້ານວິຊາການ 3ຫົວຂໍ້ ໂດຍຜ່ານກອງທຶນຄົ້ນຄວ້າກະສິກຳລາວ (LARF/NAFRI) ໄດ້ຮັບການອະນຸມັດເພື່ອຈັດຕັ້ງປະຕິບັດໃນສົກປີ 2013-14. • ບົດສະເໜີການຄົ້ນຄວ້າ 10ຫົວຂໍ້ (ສົກປີ 2013-14) ໂດຍຜ່ານການເປີດກ້ວາງແຂ່ງຂັນ ໄດ້ຮັບການອະນຸມັດແລະເລີ້ມການສຶກສາ. • ສຳເລັດການກະກຽມການເປີດກ້ວາງການແຂ່ງຂັນສໍາລັບງວດສອງ (ສົກປີ 2014-2015).

  27. ສິ່ງທ້າທາຍ ແລະ ບາດກ້າວຕໍ່ໄປ

  28. ເລັ່ງການຈັດຕັ້ງປະຕິບັດກິດຈະກໍາພາກສະໜາມແລະການໃຫ້ການບໍລິການແກ່ຊາວກະສິກອນເລັ່ງການຈັດຕັ້ງປະຕິບັດກິດຈະກໍາພາກສະໜາມແລະການໃຫ້ການບໍລິການແກ່ຊາວກະສິກອນ • ຕ້ອງໄດ້ເລັ່ງການນໍາເອົາຜົນປະໂຫຍດມາໃຫ້ບັນດາຊາວກະສິກອນໃນໄລຍະສັ້ນແລະໄລຍະກາງ. • ການຈັດຕັ້ງປະຕິບັດແຜນງານແບບຄົບຊຸດ ໃນເບຶ້ອງຕົ້ນແມ່ນຮຽກຮ້ອງເຖິງການສ້າງຂີດຄວາມສາມາດໃຫ້ແກ່ ພະນັກງານໃນທຸກລະດັບ ແມ່ນເປັນວຽກຕໍ່ເນື່ອງ ແລະຕ້ອງໃຊ້ເວລາ ເຊິ່ງມັນຕິດພັນກັບການແບ່ງຄວາມຮັບຜິດ ຊອບແລະມອບຄວາມເປັນເຈົ້າການໃຫ້ແກ່ທ້ອງຖິ່ນ.

  29. ການສ້າງຂີດຄວາມສາມາດທາງດ້ານການຄຸ້ມຄອງ, ການເງິນແລະ ວິຊາການ ຂັ້ນເມືອງ • ໄດ້ມີຄວາມພະຍາຍາມສ້າງຂີດຄວາມສາມາດໂດຍເລີ້ມຈາກການເຜີຍແຜ່ຄວາມຮູ້ແລະຄວາມເຂົ້າໃຈ ຕໍ່ເປົ້າໝາຍຂອງແຜນງານ, ບັນດາກິດຈະກໍາ ແລະ ລະບຽບການຕ່າງໆ. • ຍັງມີຄວາມຈຳເປັນທີ່ຈະຕ້ອງສືບຕໍ່ຝຶກອົບຮົມທາງດ້ານລະບຽບການຄຸ້ມຄອງແຜນງານ ໃຫ້ແກ່ພະນັກງານຂັ້ນເມືອງ ແລະ ຂັ້ນແຂວງຕື່ມອີກ. • ສືບຕໍ່ຝຶກອົບຮົມ ດ້ານວິຊາການແລະການເຮັດຕົວຈິງໃນສູນບໍລິການ ແລະພື້ນທີ່ການຜະລິດ ໃນຂັ້ນເມືອງແລະຂັ້ນບ້ານ.

  30. ການປັບປຸງກົນໄກການປະສານງານການປັບປຸງກົນໄກການປະສານງານ ການປະສານງານໂດຍສະເພາະແມ່ນການປະສານ: • ແຜນໄຕມາດ ໃນລະດັບສູນກາງ • ແຜນປະຈຳເດືອນໃນລະດັບແຂວງ • ແຜນປະຈຳອາທິດ ຫຼືສອງອາທິດໃນລະດັບເມືອງ ການປະສານງານກັບບັນດາອົງປະກອບ/ໂຄງການເພີ້ມເຕີມ: • ໂຄງການນິເວດກະສິກໍາ ຈັດຕັ້ງປະຕິບັດໂດຍກົມຄຸ້ມຄອງແລະພັດທະນາທີ່ດິນກະສິກຳ ແລະ ອົງການຄົ້ນຄ້ວາຝຣັງເສດ (CIRAD) • ອົງປະກອບພື້ນຖານໂຄງລ່າງຂະໜາດນ້ອຍ (ທຶນເພີ້ມເຕີມຈາກ AFD) ຈັດຕັ້ງປະຕິບັດໂດຍ ກປ ແຂວງແລະເມືອງ ເຊິ່ງອາດຈະຮ່ວມມືກັບອົງການ GIZ ການປະສານກັບບັນດາໂຄງການທີ່ຈັດຕັ້ງປະຕິບັດໃນພື້ນທີ່ດຽວກັນ ເຊັ່ນ: ໂຄງການກ່ຽວກັບການປ່ຽນແປງສະພາບດິນຟ້າອາກາດຂອງໂລກ ໂດຍການສະໜັບສະໜູນຂອງ EU, ອື່ນໆ.

  31. ຍຸດທະສາດການພັດທະນາເຂດເນີນສູງບາດກ້າວຕໍ່ໄປຍຸດທະສາດການພັດທະນາເຂດເນີນສູງບາດກ້າວຕໍ່ໄປ • ການອະນຸມັດຍຸດທະສາດການພັດທະນາເຂດເນີນສູງ ໂດຍມີສ່ວນຮ່ວມຈາກບັນດາກະຊວງທີ່ກ່ຽວຂ້ອງ (ຄາດວ່າໃນປີ 2014). • ຮ່າງແຜນດໍາເນີນງານ ແລະ ແຜນການລົງທຶນເພື່ອຈັດຕັ້ງປະຕິບັດ. • ກະກຽມການນໍາໃຊ້ແຜນງານແບບຄົບຊຸດໃນການຈັດຕັ້ງປະຕິບັດຍຸດທະສາດການພັດທະນາເຂດເນີນສູງ (ພາຍໃນປີ 2014-2015): • ສ້າງຕັ້ງທີມງານສະເພາະກິດ (ໂດຍມີລັດຖະບານ ແລະ ບັນດາຄູ່ຮ່ວມພັດທະນາ) ເພື່ອກະກຽມການຈັດຕັ້ງປະຕິບັດຍຸດທະສາດການພັດທະນາເຂດເນີນສູງ. • ສົມທົບທຶນເພື່ອຈັດຕັ້ງປະຕິບັດຍຸດທະສາດການພັດທະນາເຂດເນີນສູງ. • ຮ່າງບັນດາແຜນງານ/ໂຄງການພ້ອມດ້ວຍແຜນເງິນ ເພື່ອຈັດຕັ້ງປະຕິບັດຍຸດທະສາດ(2015).

  32. ຂໍຂອບໃຈ

More Related