Presen
saddaasdads
Presen
E N D
Presentation Transcript
ບົດນຳສະເໜີ: ພັດທະນາ ແລະ ຄຸ້ມຄອງລະບົບເຄືອຂ່າຍດ້ວຍ Mikrotikຂອງບໍລິສັດ ລາວເອເຊຍ ຂຽນໂດຍ: ນາງ ອານົງລັກ ພູໄຊ ທ້າວ ສົມພົງ ເພຍລາດ ທ້າວ ສຸລິຍາ ສີສົມສຸກ ອາຈານທີ່ປຶກສາ: ຄຳປະເສີດ ຈັນທຸມພອນ ລາຍເຊັນ:
ຄວາມເປັນມາ ແລະ ເຫດຜົນຂອງການຄົ້ນຄວ້າ • ບໍລິສັດ ລາວເອເຊຍ ສ້າງຕັ້ງຂື້ນໃນວັນທີ 11 ກໍລະກົດ 2016 ເຊິ່ງເປັນເວລາກວ່າ 9 ປີ ຜູ້ກໍ່ຕັ້ງບໍລິສັດແມ່ນ ທ່ານ ສົມສັກ ໄຊຍະວົງ. ເລີ່ມຕົ້ນມີພຽງພະນັກງານກຸ່ມຄົນຈຳນວນຫນ້ອຍ ແຕ່ປັດຈຸບັນເສດຖະກິດໄດ້ມີການຂະຫຍາຍຕົວສົ່ງຜົນໃຫ້ບໍລິສັດຈຳເປັນຕ້ອງເພີ່ມຈຳນວນພະນັກງານອອກເປັນຫລາຍຕຳແຫນ່ງເຮັດໃຫ້ມີຄວາມຕ້ອງ ການໃຊ້ງານລະບົບເຄືອຂ່າຍຫລາຍຂຶ້ນ ເຊິ່ງພວກເຮົາໄດ້ພັດທະນາລະບົບເຄືອຂ່າຍ ແລະ ໄດ້ມີການເພີ່ມຄວາມປອດໄພພາຍໃນບໍລິສັດ. • ດັ່ງນັ້ນ, ພວກເຮົາຈຶ່ງໄດ້ມີແນວຄິດປັບປຸງ ແລະ ຄຸ້ມຄອງລະບົບເຄືອຂ່າຍຂອງອົງກອນໃຫ້ໄປໃນທາງທີ່ດີຂຶ້ນ ໂດຍເລືອກອຸປະກອນເຄືອຂ່າຍເພື່ອໃຊ້ໃນການພັດທະນາລະບົບ, ໃຊ້ຊັບພະຍາກອນຮ່ວມກັນພາຍໃນເຄືອຂ່າຍຂອງບໍລິສັດ, ຕິດຕັ້ງ Firewall ຂອງບໍລິສັັດເຮັດໃຫ້ມີຄວາມປອດໄພຍິ່ງຂື້ນ, ເພື່ອໃຫ້ລະບົບເຄືອຂ່າຍ (Network) ແລະ ລະບົບໄຮ້ສາຍມີປະສິດທິພາບໃນການສື່ສານຂໍ້ມູນ ສະດວກສະບາຍຄວບຄຸມພື້ນທີໃຫ້ບໍລິການໄດ້ຢ່າງມີປະສິດທິພາບ.
ບັນຫາຂອງການຄົ້ນຄວ້າ • ການນຳໃຊ້ອີນເຕີເນັດຍັງມີສາຍດຽວເຮັດໃຫ້ເວລາສາຍໜຶ່ງ Down ຈະບໍ່ມີໂຕຮອງຮັບ ແລະ ຖ້າອິນເຕີເນັດຫຼຸດ ກໍ່ຈະເຮັດໃຫ້ທັງລະບົບບໍ່ສາມາດນຳໃຊ້ເນັດໄດ້. • ການໃຊ້ອີນເຕີເນັດພາຍໃນບໍລິສັດຍັງບໍ່ເປັນລະບຽບ ຍ້ອນການນຳໃຊ້ຢ່າງບໍ່ມີຂອບເຂດຂອງພະນັກງານເຮັດໃຫ້ອິນເຕີເນັດຊ້າ. • ລະບົບຄວາມປອດໄພຍັງບໍ່ດີພໍ ພະນັກງານຍັງສາມາດເຂົ້າໃຊ້ Social Media ໄດ້ຕາມໃຈໃນເວລາເຮັດວຽກ. • ບໍລິສັດຍັງບໍ່ທັນມີ Server ທີ່ເປັນສູນກາງໃນການຈັດເກັບ ແລະ ແຊຣ໌ຂໍ້ມູນ.
ຈຸດປະສົງຂອງການຄົ້ນຄວ້າຈຸດປະສົງຂອງການຄົ້ນຄວ້າ • ເພີ່ມອິນເຕີເນັດເຂົ້າອີກສາຍເພື່ອເຮັດ Load-Balance ທີ່ມີຜູ້ໃຫ້ບໍລິການອິນເຕີເນັດຫລາຍສາຍ ເຮັດໃຫ້ອິນເຕີເນັດບໍ່ຫຼຸດເວລາສາຍໜຶ່ງ down ຈະມີອີກສາຍຮອງຮັບ. • ສືກສາການກຳນົດການໃຊ້ງານອິນເຕີເນັດ ໂດຍໃຫ້ແຕ່ລະພະແນກມີການໃຊ້ອິນເຕີເນັດທີ່ເປັນລະບຽບ ແລະ ມີປະສິດທິພາບຂື້ນ ໂດຍການກຳນົດ Bandwidth . • ສືກສາການຕິດຕັ້ງ Firewall ປ້ອງກັນການເຂົ້າເຖິງເວັບໄຊທ໌ບໍ່ເຫມາະສົມ ຫຼື ບໍ່ຈຳເປັນໃນເວລາເຮັດວຽກ ແລະ ຮັກສາຄວາມປອດໄພຂອງຂໍ້ມູນໃນບໍລິສັດ. • ເພີ່ມ Server ເພື່ອເຮັດ File server ສຳຮອງຂໍ້ມູນ(Backup),ຈັດເກັບໄຟຮສ່ວນກາງ, ແຊຣ໌ໄຟລ໌ຮ່ວມກັນ ເພື່ອຮອງຮັບການຂະຫຍາຍຕົວຂອງອົງກອນ ແລະ ມີຂໍ້ມູນທີ່ເກັບໄວ້ເປັນສ່ວນກາງເວລາມີບັນຫາ.
ຂອບເຂດຂອງການຄົ້ນຄວ້າ • ສຶກສາຕິດຕັ້ງລະບົບ Load-Balance ໃຫ້ເຄື່ອງລູກຂ່າຍທຸກເຄື່ອງພາຍໃນອົງກອນສາມາດໃຊ້ອິນເຕີເນັດໄດ້ຢ່າງທົ່ວເຖິງ. • ກຳນົດປະລິມານ Bandwidth ທີ່ແຕ່ລະຜູ້ໃຊ້ສາມາດໃຊ້ງານໄດ້ກັນທັງຫມົດພາຍໃນອົງກອນ. • ຕິດຕັ້ງລະບົບ Firwall, ເພື່ອບ໋ອກເວັບໄຊທີ່ບໍ່ຈຳເປັນໃນເວລາເຮັດວຽກ ເຊັ່ນ: Facebook, Youtube, Tiktok ແລະ ອື່ນໆ. • ຕິດຕັ້ງລະບົບ Server ໃຫ້ເປັນພື້ນທີ່ສຳລັບການແຊໄຟລ໌ ຫຼື ກະຈາຍຂໍ້ມູນພາຍໃນອົງກອນ ທີ່ທຸກຄົນພາຍໃນສາມາດເຂົ້າເຖິງໄດ້ ແລະ ເພື່ອສຳຮອງຂໍ້ມູນແບບອັດຕະໂນມັດ.
ຜົນຄາດຄະເນທີ່ໄດ້ຮັບ • ການຕອບສະໜອງທີ່ສະຖຽນ ແລະ ໄວຂື້ນ ຕອບໂຈດໃຫ້ຜູ້ໃຊ້ບໍລິການ. • ຂໍ້ມູນພາຍໃນບໍລິສັດມີຄວາມປອດໄພ ແລະ ສະດວກສະບາຍໃນການເກັບຂໍ້ມູນ, ບໍ່ຈຳເປັນຕ້ອງສົ່ງຂໍ້ມູນຜ່ານ Application ເພາະມີ Server ທີ່ເປັນຕົວກາງ ຂໍ້ມູນຈະບໍ່ມີການສູນຫາຍ. • ຖ້າ Router ເຄື່ອງໃດຫນື່ງຢຸດເຮັດວຽກ ຍັງມີລະບົບອີກເຄື່ອງທີ່ຍັງຮອງຮັບ ສະນັ້ນຈະບໍ່ສົງຜົນກະທົບຕໍ່ຜູ້ຊົມໃຊ້. • ສາມາດກຳນົດສິດໃນການເຂົ້າເຖິງຂອງພະນັກງານໃນແຕ່ລະຫນ້າວຽກ. • ທຸກພະແໜກໄດ້ແບ່ງ Bandwidth ຕາມໜ້າວຽກ.
ໄລຍະເວລາ ຫຼື ແຜນການເຮັດບົດຄົ້ນຄວ້າ
ສະເໜີຫົວຂໍ້ ວາງແຜນ ແລະ ພັດທະນາ ຂັ້ນຕອນ ແລະ ວິທີດຳເນີນງານ ນຳສະເໜີຫົວຂໍ້ຕໍ່ບໍລິສັດທີ່ໄປສຳພາດ ແລະ ເກັບກຳຂໍ້ມູນ ນຳມາປັບປຸງປ່ຽນແປງໃຫ້ມີລະບົບທີ່ດີຂື້ນຕາມເປົ້າໝາຍທີ່ຕັ້ງໃວ້ ເກັບກຳຂໍ້ມູນ ທົດລອງໄຊ້ ແລະ ປັບປຸງ ສອບຖາມພະນັກງງານແຕ່ລະພະແນກ ນຳລະບົບມາທົດລອງໃຊ້ເພື່ອຫາຂໍ້ມູນທີ່ບົກພ່ອງແລ້ວນຳໄປແກ້ໄຂໃຫ້ດີຂື້ນ ສຶກສາລະບົບ ສະຫຼຸບຜົນ ທຳຄວາມເຂົ້າໃຈກ່ຽວກັບລະບົບຂອງບໍລິສັດ ແລະ ລະບົບທີ່ພັດທະນາ ການນຳມາປະມວນຜົນປຽບທຽບຈຸດດີ-ຈຸດອ່ອນຂອງລະບົບ ວິເຄາະລະບົບ ປ້ອງກັນບົດ ການຫາຈຸດດີ-ຈຸດອ່ອນຂອງລະບົບແລ້ວນຳມາພັດທະນາໃຫ້ດີຂື້ນ ການຂື້ນມານຳສະເໜີຕໍ່ອາຈານທີ່ເປັນຜູ້ກວດສອບ
ສະຫລຸບລາຍການອຸປະກອນທີ່ເພີ່ມເຂົ້າມາ ແລະ ສະຫລຸບລາຄາ
ຄວາມຕ້ອງການຂອງລະບົບ • Load Balance ນຳໃຊ້ Mikrotik ເພື່ອເພີ່ມຜູ້ໃຫ້ບໍລິການສາຍອິນເຕີເນັດເຂົ້າອີກ 1 ສາຍ ເພື່ອໃຫ້ນຳໃຊ້ອິນເຕີເນັດໄດ້ຢ່າງສະຖຽນລະພາບ, ຫຼຸດ ບັນຫາຊັບພະຍາກອນໃດຊັບພະຍາກອນຫນຶ່ງເຮັດວຽກຫນັກເກີນໄປ ແລະ ເພີ່ມປະສິດທີພາບໃຫ້ກັບລະບົບໂດຍລວມ. • File Server ເຄື່ອງຄອມພິວເຕີມີການແຊໄຟລໄວ້ໃນ Server ທີ່ເປັນສູນກາງ ເພື່ອໃຫ້ສະດວກໃນການໃຊ້ງານ ເນື່ອງຈາກຢູ່ໃນແຕ່ລະພະແນກ ສາມາດດຶງຂໍ້ມູນຈາກເຊີບເວີມາໃຊ້ງານໄດ້ ແລະ ຍັງປະຢັດພື້ນທີ່ໃນການເກັບຂໍ້ມູນເອກະສານຕ່າງໆ. • Block Web ບ໋ອກເວັບໄຊທ໌ທີ່ບໍ່ຈຳເປັນໃນເວລາເຮັດວຽກ ເພື່ອຈຳກັດການເຂົ້າເຖິງເວັບໄຊທ໌. • ກຳນົດ Bandwidth ຄວບຄຸມປະລິມານການໃຊ້ອິນເຕີເນັດ ເພື່ອໃຫ້ການໃຊ້ເຄືອຂ່າຍເປັນໄປໄດ້ຢ່າງມີປະສິດທິພາບ ແລະ ຍຸດຕິທຳ ໂດຍການຈຳກັດຄວາມ ໄວ ຫຼື ປະລິມານຂໍ້ມູນສຳລັບຜູ້ທີ່ໃຊ້ງານແອັບພິເຄເຊິນ ຫຼື ອຸປະກອນ. • ແຍກ VLAN ເພີ່ມຄວາມປອດໄພໃຫ້ສາມາດເຂົ້າເຖິງສະເພາະ VLAN ຕົວເອງ, ລົດຄວາມແອອັດພາຍໃນເຄືອຂ່າຍ ແລະ ແບ່ງກຸ່ມຜູ້ໃຊ້ງານໃຫ້ກັບ ແຕ່ລະພະແນກ.
ແຜນຜັງອາຄານ ແລະ ໂຄງຮ່າງ (Logical Diagram)
ຕາຕະລາງສະແດງການກຳນົດສິດເຂົ້າໃຊ້ງານຂອງ File Server
ຫມາຍເຫດ: R (Read) ຫມາຍເຖິງ ສາມາດອ່ານ ແລະ ເບິ່ງຂໍ້ມູນຂອງໄຟລ໌ນັ້ນໄດ້. W (Write) ຫມາຍເຖິງ ສາມາດແກ້ໄຂ, ບັນທຶກ, ສ້າງ ແລະ ລົບຂໍ້ມູນໃນໄຟລ໌ນີ້ໄດ້. X (Execute) ຫມາຍເຖິງ ສາມາດ run ໄຟລ໌ໄດ້ ແລະ ເຂົ້າ folder ນັ້ນໄດ້. (-) ບໍ່ສາມາດເຮັດຫຍັງໄດ້. Public: ທຸກຄົນສາມາດເຂົ້າໃຊ້ງານໄຟ໌ໄດ້ຢ່າງເຕັມທີ່. Users Home: ແມ່ນ User ທຸກຄົນຈະມີ directory ສ່ວນຕົວຂອງໃຜລາວ ມີແຕ່ຕົນເອງເທົ່ານັ້ນທີ່ສາມາດໃຊ້ງານໄດ້. ສິດໃນການເຂົ້າໃຊ້ງານ File Server
ການກໍານົດສິດໃນການເຂົ້າໃຊ້ງານ Website
ສະຫຼຸບຜົນການຄົ້ນຄວ້າ • ຫຼັງຈາກຜ່ານການສຶກສາຄົ້ນຄວ້າອອກແບບ ແລະ ພັດທະນາລະບົບຄຸ້ມຄອງເຄືອຂ່າຍດ້ວຍ Mikrotik ຫຼາຍພໍສົມຄວນ ຈຶ່ງສະແດງໃຫ້ເຫັນວ່າຂໍ້ສະເໜີທີ່ພວກເຮົາໄດ້ອອກແບບວາງແຜນໄປທັງໝົດ ຂອງບໍລິສັດລາວເອເຊຍ ທີ່ໄດ້ສະເໜີກັບທາງບໍລິສັດ ບໍລິສັດມີຄວາມສົນໃຈໄອເດຍໂຄງການພັດທະນາປັບປຸງລະບົບພາຍໃນອົງກອນເປັນຢ່າງຍິງ ເພື່ອເປັນການຕໍ່ຍອດຂອງທຸລະກິດ. • ເຖີງແມ່ນວ່າລະບົບເຄື່ອຂ່າຍທີ່ພວກເຮົາປັບປຸງພັດທະນາຄົ້ນຄວ້າຂື້ນມາຈະຍັງບໍ່ທັນໄດ້ຄົບສົມບູນຕາມທີ່ພວກເຮົາຕ້ອງການກໍ່ຕາມ ແຕ່ລະບົບ ກໍ່ຍັງສາມາດຈະອໍານວຍຄວາມສະດວກໃຫ້ແກ່ບໍລິສັດລາວເອເຊຍ ໜ້ອຍກໍ່ຫຼາຍພໍສົມຄວນ. ເພາະບໍລິສັດມີແຜນທີ່ກຳລັງຈະພັດທະນາຂະຫຍາຍບໍລິສັດທີ່ກຳລັງປັບປຸງ ເພີ່ມການບໍລິການໃຫ້ລູກຄ້າສາມາດເຂົ້າເຖິງໄດ້ງ່າຍ ຈາກລະບົບເດີມທີ່ມີຢູ່ • ນອກຈາກນັ້ນ, ນອກຈາກນັ້ນ, ພວກຂ້າພະເຈົ້າຍັງມີຄວາມພາກພູມຫຼາຍທີ່ໄດ້ສຶກສາຄົ້ນຄວ້າກຽ່ວກັບລະບົບເຄືອຂ່າຍ ຂອງບໍລິສັດ ເຊິ່ງໄດ້ເຮັດໃຫ້ພວກຂ້າພະເຈົ້າໄດ້ຮັບບົດຮຽນອັນລໍາຄາຫຼາຍໆຢ່າງຈາກການໄປຊອກ ຫາຄົ້ນຄວ້າຂໍ້ມູນຕ່າງໆມາໃຊ້ໃນການຂຽນບົດຄັ້ງນີ້ ແລະ ຍັງມີຄວາມພູມໃຈຫຼາຍທີ່ມີໂອກາດໄດ້ຊ່ວຍໃຫ້ທາງພະນັກງານ ແລະ ແຂກທີ່ເຂົ້າມາພົວພັນວຽກ ຫຼື ບໍລິການທີ່ຈະເພີ່ມເຂົ້າມານັ້ນມີຄວາມສະດວກສະບາຍຫຼາຍຂຶ້ນກວ່າເກົ່າ.
ຕີລາຄາ ຈຸດດີ - ຈຸດອ່ອນ ຂອງການຄົ້ນຄວ້າລະບົບເດີມກ່ອນພັດທະນາ • ຈຸດດີ • ໃຊ້ງານໄດ້ຈິງໃນລະດັບມາດຕະຖານ. • ບໍ່ຊັບຊ້ອນສຳຫຼັບຜູ້ໃຊ້ງານທົ່ວໄປໃຫ້ສາມາດເຂົ້າໃຈລະບົບໄດ້ງ່າຍ. • ຈຸດອ່ອນ • ບໍ່ມີການແຍກຜູ້ໃຊ້ຕາມຜະແໜກ ຫຼື VLAN. • ບໍ່ສາມາດຈຳກັດຄວບຄຸມ Bandwidth ໄດ້ ສົ່ງຜົນໃຫ້ internet ຊ້າເມື່ອມີຜູ້ໃຊ້ງານຫຼາຍພະແນກ. • ບໍ່ມີລະບົບຮັກສາຄວາມປອດໄພ ເຊັ່ນ : Firewall ຫຼື ການບ໋ອກເວັບເຮັດໃຫ້ພະນັກງານສາມາດເຮັດວຽກສ່ວນຕົວໄດ້ຢ່າງອິດສະຫລະ ນອກເໜືອຈາກວຽກໃນອົງກອນມອບໝາຍ. • ການກໍານົດ IP ບໍ່ເປັນລະບຽບ ເຮັດໃຫ້ເກີດປັນຫາ IP ຊໍ້າ. • ຜູ້ໃຊ້ງານສາມາດເຂົ້າເຖິງຂໍ້ມູນກັນໄດ້ງ່າຍ ຂາດການຄວບຄຸມສິດ. • ບໍ່ມີລະບົບ File-Server ພາຍໃນອົງກອນ. • ຖ້າຫາກມີຂໍ້ຜິດພາດເກີດຂື້ນແມ່ນຕ້ອງໄດ້ເສຍເວລາຫາຈຸດບົກຜ່ອງ. • ສາຍ LAN ຍັງກະຈາຍລາກຕາມພື້ນ ພັນກັນມົ່ວໄປໝົດ. • ຂາດຄວາມສະຖຽນ ບາງທີລະບົບ Down ເມື່ອມີຜູ້ໃຊ້ງານຫຼາຍ.
ຕີລາຄາ ຈຸດດີ - ຈຸດອ່ອນ ຂອງການຄົ້ນຄວ້າລະບົບໃໝ່ທີ່ພັດທະນາ • ຈຸດດີ • ແຍກຜູ້ໃຊ້ຕາມ VLAN ຕາມຝ່າຍ ເຊັ່ນ: ຝ່າຍບັນຊີ ແລະ ຝ່າຍຂາຍເປັນຕົ້ນ. • ສາມາດຈັດສັນກຳນົດ Bandwidth ໃຫ້ແຕ່ລະຜະແໜກຢ່າງເໝາະສົມຕາມໃຊ້ງານ. • ມີ Firewall ແລະ ລະບົບຄວາມປອດໄພອື່ນໆ ປ້ອງກັນການເຂົ້າເຖິງ Website ທີ່ບໍ່ຈໍາເປັນ. • ກໍານົດ IP ໄດ້ແບບມີລະບຽບ ເຊັ່ນ: Static ຫຼື Dynamic. • ກຳນົດສິດເຂົ້າເຖິງຂໍ້ມູນຕາມລະດັບໄດ້ (Admin ແລະ User). • ມີ File Server ແລະ Website ພາຍໃນອົງການ. • ສາມາດຂະຫຍາຍລະບົບໄດ້ງ່າຍ ໂດຍບໍ່ຕ້ອງປ່ຽນໂຄງສ້າງຫຼາຍ. • ໃຊ້ Mikrotik ຕົວດຽວຄວບຄຸມໄດ້ທັງໝົດ ປະຫຍັດຄ່າໃຊ້ຈ່າຍ. • ລະບົບສະຖຽນ ແລະ ຮອງຮັບຜູ້ໃຊ້ຈໍານວນຫຼາຍໄດ້. • ຈຸດອ່ອນ • ຕ້ອງມີຄວາມຮູ້ທາງເຕັກນິກໃນການຕິດຕັ້ງ ແລະ ຕັ້ງຄ່າ Mikrotik. • ຜູ້ດູແລລະບົບຈໍາເປັນຕ້ອງໄດ້ຝຶກອົບຮົມ. • ຫາກລະບົບເກີດປັນຫາອາດຈໍາເປັນຕ້ອງໃຫ້ຜູ້ຊ່ຽວຊານເຂົ້າຊ່ວຍ. • ການປັບປຸງ ຫຼື ອັບເກຣດລະບົບ ຈໍາເປັນຕ້ອງໃຊ້ທັກສະດ້ານ Network. • ຕ້ອງໄດ້ຈໍາລອງລະບົບ ຍ້ອນອຸປະກອນມີມູນຄ່າສູງ ການເກັບຂໍ້ມູນບາງສ່ວນອາດຍັງຂາດຕົກບົກຜ່ອງ ການນໍາສະເໜີຂໍ້ມູນຍັງບໍ່ຄົບຖ້ວນສົມບູນເທົ່າທີ່ຄວນ. • ການປັບປຸງເຄື່ອຂ່າຍຍັງບໍ່ທັນໄດ້ນໍາເອົາໄປໃຊ້ງານໃນໂຕຈິງ.
ຜົນຄາດຄະເນທີ່ໄດ້ຮັບ ຕໍ່ອົງກອນ ຕໍ່ຜູ້ຄົ້ນຄວົ້າ ສາມາດນຳເອົາລະບົບທີ່ເຮົາພັດທະນາ ແລະ ປັບປຸງໄປພັດທະນາຕໍ່ຍອດເພື່ອໃຫ້ເກີດປະສິດທິພາບຫຼາຍຂື້ນໃນອານາຄົດ. ຮູ້ໃນການນຳໃຊ້ອຸປະກອນ Mikrotik ແລະ ເຂົ້າໃຈກ່ຽວກັບປະໂຫຍດຂອງ File Server ຫລາຍຂື້ນ . ຮູ້ບັນຫາທີ່ເກີດຂືຶ້ນໃນການນຳໃຊ້ລະບົບເກົ່າ ແລະ ໃຫມ່. ໄດ້ຮຽນຮູ້ກ່ຽວກັບອຸປະກອນຄອມພິວເຕີ, ການອອກແບບ ແລະ ຕິດຕັ້ງລະບົບເຄືອຂ່າຍ. ແນວທາງການແກ້ໄຂກັບບັນຫາທີ່ເກີດກັບລະບົບເຄືອຂ່າຍຫຼາຍຂຶ້ນ. ຮູ້ຈັກ ແລະ ເຂົ້າໃຈການເຮັດວຽກເປັນກຸ່ມ. • ການຕອບສະໜອງທີ່ສະຖຽນ ແລະ ໄວຂື້ນ ຕອບໂຈດໃຫ້ຜູ້ໃຊ້ບໍລິການ. • ຂໍ້ມູນພາຍໃນບໍລິສັດມີຄວາມປອດໄພ ແລະ ສະດວກສະບາຍໃນການເກັບຂໍ້ມູນ, ບໍ່ຈຳເປັນຕ້ອງສົ່ງຂໍ້ມູນຜ່ານ Application ເພາະມີ Server ທີ່ເປັນຕົວກາງ ຂໍ້ມູນຈະບໍ່ມີການສູນຫາຍ. • ຖ້າ Router ເຄື່ອງໃດຫນື່ງຢຸດເຮັດວຽກ ຍັງມີລະບົບອີກເຄື່ອງທີ່ຍັງຮອງຮັບ ສະນັ້ນຈະບໍ່ສົງຜົນກະທົບຕໍ່ຜູ້ໃຫ້ບໍລິການ. • ສາມາດກຳນົດສິດໃນການເຂົ້າເຖິງຂອງພະນັກງານໃນແຕ່ລະຫນ້າວຽກ. • ມີລະບົບພັດທະນາທີ່ມີປະສິດທິຜົນໃນອົງກອນ. • ທຸກພະແໜກສາມາດໃຊ້ Bandwidth ໄດ້ຢ່າງເອກະພາບກັນ.
ຂໍ້ຄົງຄ້າງ • ໃນອານາຄົດພາຍໜ້າຖ້າມີໂອກາດພວກເຮົາຢາກສຶກສາພັດທະນາລະບົບໃຫ້ຫຼາຍຂື້ນກວ່ານີ້ ໂດຍນຳໃຊ້ຕົ້ນທືນໃນການນຳອຸປະກອນເຂົ້າມານຳໃຊ້ໃຫ້ໜ້ອຍທີ່ສຸດຈະເປັນໄປໄດ້ ເຊິ່ງປະຈຸບັນເຮົານຳໃຊ້ອຸປະກອນຍັງເປັນຂອງນອກທີ່ຍັງມີລາຄາທີ່ສູງ ແລະ ມີຄວາມສ່ຽງທີ່ຈະເຮັດຜິດພາດ • ປະຈຸບັນຫຼາຍໆອົງກອນໄດ້ມີການສືກສາການນຳໃຊ້ອຸປະກອນມາຈາກທາງບໍລິສັດ Huawei ເຊິ່ງຫາໄດ້ງ່າຍ ແລະ ມີລາຄາຖືກ, ເຊິ່ງເປັນສິ່ງທີ່ໜ້າສົນໃຈໃນການພັດທະນາພາຍໃນພາກໜ້າ
ແນວທາງໃນການພັດທະນາໃນອານາຄົດ ແລະ ຂໍ້ສະເໜີແນະນຳສຳຫລັບນັກສຶກສາລຸ້ນນ້ອງ ຫຼື ນັກຄົ້ນຄວ້າທີ່ສຶກສາແນວທາງພັດທະນາແບບດຽວກັບບົດ • ໃນອານາຄົດຖ້າຫາກມີຄົນສົນໃຈຢາກແນະນຳໃຫ້ນຳໃຊ້ອຸປະກອນ Mikrotik ຈິງ ເພື່ອງ່າຍຕໍ່ການທົດລອງ ຫຼື ທົດສອບແລະ ນຳໃຊ້ກັບ ຊອບແວທີ່ກ່ຽວຂ້ອງເຂົ້າໃນການໃຊ້ງານ ຖ້າເປັນໄປໄດ້ໃຫ້ສຶກສານຳໃຊ້ເຄື່ອງຂອງແບນຫົວເວີຍເຊິ່ງມີລາຄາທີ່ຖືກກວ່າຫຼາຍຈະໄດ້ປະຫຍັດງົບປະມານໄດ້ບໍ່ໜ້ອຍກໍ່ຫຼາຍພໍສົມຄວນ
ຈົບໃນການພີເຊັ້ນ ຂໍຂອບໃຈ