1 / 26

ບົດສະເໜີກ່ຽວກັບ ການນຳໃຊ ້ ຊຸດແບບຟອມ ເກັບກຳຂໍ້ມູນ ຂອງໂຮງຮຽນ

ບົດສະເໜີກ່ຽວກັບ ການນຳໃຊ ້ ຊຸດແບບຟອມ ເກັບກຳຂໍ້ມູນ ຂອງໂຮງຮຽນ. ໂດຍ: ກົມການເງິນ, ກະຊວງສຶກສາທິການ ແລະ ກິລາ 2013. ຫົວບົດທີ່ສະເໜີ. ຄວາມຈຳເປັນໃນການສ້າງຖານຂໍ້ມູນດ້ານການເງິນຂອງໂຮງຮຽນ ລະບົບການບັນທຶກເກັບກຳຂໍ້ມູນດ້ານການເງິນຂອງໂຮງຮຽນ ແບບຟອມເກັບກຳຂໍ້ມູນຂອງໂຮງຮຽນ. ຖານຂໍ້ມູນດ້ານການເງິນລະດັບໂຮງຮຽນ.

tia
Download Presentation

ບົດສະເໜີກ່ຽວກັບ ການນຳໃຊ ້ ຊຸດແບບຟອມ ເກັບກຳຂໍ້ມູນ ຂອງໂຮງຮຽນ

An Image/Link below is provided (as is) to download presentation Download Policy: Content on the Website is provided to you AS IS for your information and personal use and may not be sold / licensed / shared on other websites without getting consent from its author. Content is provided to you AS IS for your information and personal use only. Download presentation by click this link. While downloading, if for some reason you are not able to download a presentation, the publisher may have deleted the file from their server. During download, if you can't get a presentation, the file might be deleted by the publisher.

E N D

Presentation Transcript


  1. ບົດສະເໜີກ່ຽວກັບການນຳໃຊ້ ຊຸດແບບຟອມເກັບກຳຂໍ້ມູນຂອງໂຮງຮຽນ ໂດຍ: ກົມການເງິນ, ກະຊວງສຶກສາທິການ ແລະ ກິລາ 2013

  2. ຫົວບົດທີ່ສະເໜີ ຄວາມຈຳເປັນໃນການສ້າງຖານຂໍ້ມູນດ້ານການເງິນຂອງໂຮງຮຽນ ລະບົບການບັນທຶກເກັບກຳຂໍ້ມູນດ້ານການເງິນຂອງໂຮງຮຽນ ແບບຟອມເກັບກຳຂໍ້ມູນຂອງໂຮງຮຽນ

  3. ຖານຂໍ້ມູນດ້ານການເງິນລະດັບໂຮງຮຽນຖານຂໍ້ມູນດ້ານການເງິນລະດັບໂຮງຮຽນ ໃນທົ່ວປະເທດມີ: • 16 ແຂວງ + 1 ນະຄອນຫຼວງ • 145 ເມືອງ • ມີໂຮງຮຽນ (ອະນຸບານ, ປະຖົມ, ມັດທະຍົມ, ອາຊີວະ, ສູນ,...) ປະມານ 10,000 ແຫ່ງ ເພື່ອໃຫ້ສາມາດບໍລິຫານຈັດການຂໍ້ມູນໄດ້ຢ່າງມີປະສິດທິ ພາບ ແລະ ປະສິດທິຜົນໃນທົ່ວປະເທດ ຈຳເປັນຕ້ອງສ້າງຖານຂໍ້ມູນທີ່ເຮັດວຽກດ້ວຍລະບົບຄອມພິວເຕີ ທີ່ມີຖານຢູ່ໃນເວບໄຊທ໌ ເທິງອິນເຕີເນັດ

  4. ຖານຂໍ້ມູນດ້ານການເງິນລະດັບໂຮງຮຽນ (ຕໍ່) ໃນລະບົບຖານຂໍ້ມູນນີ້.... • ໂຮງຮຽນເປັນຜູ້ຕື່ມ ແບບຟອມສັງລວມຂໍ້ມູນງົບປະມານ-ລາຍຈ່າຍ ທັງໝົດຂອງໂຮງຮຽນສົ່ງໃຫ້ຫ້ອງການສຶກສາທິການ ແລະ ກິລາເມືອງ • ເມືອງເປັນຜູ້ສັງລວມຂໍ້ມູນຂອງທຸກໂຮງຮຽນໃນຂອບເຂດຮັບຜິດຊອບຂອງຕົນ ປ້ອນຂໍ້ມູນແບບອອນລາຍ ເຂົ້າໃນຖານຂໍ້ມູນ ທີ່ມີຖານຢູ່ເທິງເວບໄຊທ໌ ໃນລະບົບອິນເຕີເນັດ • ແຂວງ ສາມາດຄຸ້ມຄອງບໍລິຫານ, ຕິດຕາມ, ກວດກາ ແລະ ປະເມີນຜົນ ບົນຖານຂໍ້ມູນ ຈາກລະດັບ ເມືອງ ຈົນເຖິງ ລະດັບໂຮງຮຽນແບບອອນລາຍ ໄດ້ຕະຫຼອດເວລາ • ສູນກາງ (ກົມການເງິນ) ສາມາດຄຸ້ມຄອງບໍລິຫານ, ຕິດຕາມ, ກວດກາ ແລະ ປະເມີນຜົນ ບົນຖານຂໍ້ມູນ ແບບອອນລາຍ ຈາກລະດັບແຂວງ, ເມືອງ ຈົນເຖິງ ລະດັບໂຮງຮຽນ ໄດ້ຕະຫຼອດເວລາ

  5. ຊຸດແບບຟອມເກັບກຳຂໍ້ມູນຂອງໂຮງຮຽນຊຸດແບບຟອມເກັບກຳຂໍ້ມູນຂອງໂຮງຮຽນ ກົມການເງິນ ໄດ້ພັດທະນາຊຸດແບບຟອມເກັບກຳຂໍ້ມູນຂອງໂຮງຮຽນ ປະກອບມີ 2 ແບບຟອມຫຼັກ: ແບບຟອມເກັບກຳຂໍ້ມູນທົ່ວໄປ ແບບຟອມເກັບກຳຂໍ້ມູນດ້ານງົບປະມານ-ລາຍຈ່າຍ

  6. I. ແບບຟອມເກັບກຳຂໍ້ມູນທົ່ວໄປ

  7. ຕົວຢ່າງແບບຟອມເກັບກຳຂໍ້ມູນທົ່ວໄປຕົວຢ່າງແບບຟອມເກັບກຳຂໍ້ມູນທົ່ວໄປ

  8. ການຕື່ມແບບຟອມເກັບກຳຂໍ້ມູນທົ່ວໄປການຕື່ມແບບຟອມເກັບກຳຂໍ້ມູນທົ່ວໄປ ໃຫ້ຕື່ມຂໍ້ມູນ ຫຼື ໝາຍກາກະບາດ ໃສ່ຕາມຄວາມເໝາະສົມກັບຂໍ້ມູນຕົວຈິງຂອງໂຮງຮຽນ ໃນ 6 ຫົວຂໍ້: • ປະເພດຂອງໂຮງຮຽນ • ທີ່ຕັ້ງຂອງໂຮງຮຽນ • ຜູ້ບໍລິຫານໂຮງຮຽນ • ບຸກຄະລາກອນ • ນັກຮຽນ • ການສະໜັບສະໜູນຈາກພາຍນອກ

  9. ການຕື່ມແບບຟອມເກັບກຳຂໍ້ມູນທົ່ວໄປການຕື່ມແບບຟອມເກັບກຳຂໍ້ມູນທົ່ວໄປ • ປະເພດຂອງໂຮງຮຽນ ໃນທີ່ນີ້ໃຫ້ໝາຍ ຫຼື ຕື່ມຂໍ້ມູນກ່ຽວກັບພາກຮຽນ, ສົກຮຽນ ຊື່ ແລະ ລະຫັດໂຮງຮຽນ, ບ້ານ, ເມືອງ, ແຂວງ ຂໍ້ມູນເຫຼົ່ານີ້ສາມາດເບິ່ງໄດ້ຈາກ ແບບຟອມເກັບກຳຂໍ້ມູນສະຖິຕິ ຂອງໂຮງຮຽນ

  10. ການຕື່ມແບບຟອມເກັບກຳຂໍ້ມູນທົ່ວໄປການຕື່ມແບບຟອມເກັບກຳຂໍ້ມູນທົ່ວໄປ 2. ທີ່ຕັ້ງຂອງໂຮງຮຽນ ໃນທີ່ນີ້ໃຫ້ໝາຍ ຫຼື ຕື່ມຂໍ້ມູນກ່ຽວກັບທີ່ຕັ້ງຂອງໂຮງຮຽນ ວ່າ ຢູ່ໃນ ຫຼື ນອກເຂດເທດສະບານ, ແຄມທາງໃຫ່ຍ ຫຼື ທາງຮ່ອມ, ແລະ ຢູ່ຫ່າງຈາກຫ້ອງການສຶກສາທິການ ແລະ ກິລາເມືອງ ຈັກກິໂລແມດ

  11. ການຕື່ມແບບຟອມເກັບກຳຂໍ້ມູນທົ່ວໄປການຕື່ມແບບຟອມເກັບກຳຂໍ້ມູນທົ່ວໄປ 3. ຜູ້ບໍລິຫານໂຮງຮຽນ ໃນທີ່ນີ້ໃຫ້ໝາຍ ຫຼື ຕື່ມຂໍ້ມູນກ່ຽວກັບຜູ້ບໍລິຫານໂຮງຮຽນ ເຊັ່ນ ຜູ້ສັ່ງການແມ່ນໃຜ, ຂໍ້ມູນຕ່າງໆ ຂອງຜູ້ອຳນວຍການໂຮງຮຽນ

  12. ການຕື່ມແບບຟອມເກັບກຳຂໍ້ມູນທົ່ວໄປການຕື່ມແບບຟອມເກັບກຳຂໍ້ມູນທົ່ວໄປ 4. ບຸກຄະລາກອນ ໃນທີ່ນີ້ໃຫ້ໝາຍ ຫຼື ຕື່ມຂໍ້ມູນກ່ຽວກັບຈຳນວນຄູອາຈານທັງໝົດ ແລະ ຈຳນວນທີ່ເປັນເພດຍິງ ໂດຍແຍກເປັນ ພະນັກງານລັດ ແລະ ພະນັກງານສັນຍາຈ້າງ

  13. ການຕື່ມແບບຟອມເກັບກຳຂໍ້ມູນທົ່ວໄປການຕື່ມແບບຟອມເກັບກຳຂໍ້ມູນທົ່ວໄປ 5. ນັກຮຽນ ໃນທີ່ນີ້ໃຫ້ໝາຍ ຫຼື ຕື່ມຂໍ້ມູນກ່ຽວກັບນັກຮຽນ ເຊັ່ນຈຳນວນນັກຮຽນທັງໝົດ, ນັກຮຽນເພດຍິງ, ຈຳນວນນັກຮຽນຄ້າງຫອງ, ປະລະການຮຽນ, ອັດຕາສ່ວນນັກຮຽນ ຕໍ່ ຊຸດປື້ມແບບຮຽນ

  14. ການຕື່ມແບບຟອມເກັບກຳຂໍ້ມູນທົ່ວໄປການຕື່ມແບບຟອມເກັບກຳຂໍ້ມູນທົ່ວໄປ 6. ການສະໜັບສະໜູນຈາກພາຍນອກ ໃນກໍລະນີທີ່ ໂຮງຮຽນໄດ້ຮັບການຊ່ວຍເຫຼືອຈາກໂຄງການ ຫຼື ອົງການການຈັດຕັ້ງສາກົນຕ່າງໆ ເຊັ່ນ ໂຄງການສຶກສາເພື່ອທຸກຄົນ (FTI), ໂຄງການຊີດ (CIED) ຂອງອົງການJICA), ອົງການ ຢູນີເຊບ (UNICEF), ອົດສະເອດ (AusAID), GIZ, ທະນາຄານໂລກ (WB), ທະນາຄານພັດທະນາອາຊີ (ADB) ຫຼື ອົງການຈັດຕັ້ງສາກົນທີ່ບໍ່ຂື້ນກັບລັດຖະບານ (INGO) ...

  15. II. ແບບຟອມເກັບກຳຂໍ້ມູນ ດ້ານງົບປະມານ-ລາຍຈ່າຍຂອງໂຮງຮຽນ

  16. ແຫຼ່ງງົບປະມານຂອງໂຮງຮຽນແຫຼ່ງງົບປະມານຂອງໂຮງຮຽນ ໃນປະຈຸບັນງົບປະມານໃນການດຳເນີນງານຂອງໂຮງຮຽນແມ່ນມາຈາກ 2 ແຫຼ່ງຕົ້ນຕໍຄື: • ງົບປະມານຂອງລັດ (ເງິນບໍລິຫານໂຮງຮຽນ) • ການປະກອບສ່ວນຂອງຊຸມຊົນ ແລະ ອື່ນໆ • ການປະກອບສ່ວນຂອງຊຸມຊົນ • ການສະໜັບສະໜູນຈາກອົງການຈັດຕັ້ງສາກົນຕ່າງໆ • ລາຍຮັບທີ່ໂຮງຮຽນຫາໄດ້ເອງ

  17. ແຫຼ່ງງົບປະມານຂອງໂຮງຮຽນແຫຼ່ງງົບປະມານຂອງໂຮງຮຽນ 1. ງົບປະມານຂອງລັດ (ເງິນບໍລິຫານໂຮງຮຽນ) ໝາຍເຖິງເງິນບໍລິຫານໂຮງຮຽນທີ່ລັດສະໜອງໃຫ້ ສຳລັບການໃຊ້ຈ່າຍບໍລິຫານປົກກະຕິພາກ 12 ຕາມລາຍການທີ່ໄດ້ກຳນົດໄວ້. • ຄິດໄລ່ອີງຕາມຈຳນວນນັກຮຽນຕົວຈິງຂອງສົກຮຽນກ່ອນ • ຈ່າຍເປັນ 2 ຄັ້ງ, ຄັ້ງລະ 50% ຂອງຈຳນວນເງິນ

  18. ແຫຼ່ງງົບປະມານຂອງໂຮງຮຽນແຫຼ່ງງົບປະມານຂອງໂຮງຮຽນ 2. ການປະກອບສ່ວນຂອງຊຸມຊົນ ແລະ ອື່ນໆ • ການປະກອບສ່ວນຂອງຊຸມຊົນ ເຊັ່ນ: • ຄອບຄົວ/ສະມາຄົມພໍ່ແມ່ນັກຮຽນ, ຊຸມຊົນອ້ອມແອ້ມໂຮງຮຽນ • ບຸກຄົນ, ປະຊາຊົນທົ່ວໄປ • ອົງກອນທຸລະກິດ, ອົງການຈັດຕັ້ງພາຍໃນຕ່າງໆ • ການສະໜັບສະໜູນຈາກອົງການຈັດຕັ້ງສາກົນຕ່າງໆເຊັ່ນ: • ອົດສະເອດ (AusAID), ໄຈກາ (JICA), ຈີໄອແຊດ (GIZ) • ຢູນີເຊບ, ອີຢູ, ທະນາຄານໂລກ, ທະນາຄານພັດທະນາອາຊີ • ອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດຖະບານ (INGO) ຕ່າງໆ • ໂຄງການຊ່ວຍເຫຼືອຈາກສາກົນ ອື່ນໆ • ລາຍຮັບທີ່ໂຮງຮຽນຫາໄດ້ເອງ: • ກິດຈະກຳສ້າງລາຍຮັບເຊັ່ນ ການຜະຫຼິດ ແລະ ຈຳໜ່າຍສິນຄ້າຫັດຖະກຳ, ກະສິກຳ... • ການປະມູນຮ້ານຂາຍເຄື່ອງ, ຮ້ານອາຫານໃນສະຖານທີ່ໂຮງຮຽນ....

  19. ແຫຼ່ງງົບປະມານຂອງໂຮງຮຽນແຫຼ່ງງົບປະມານຂອງໂຮງຮຽນ ການປະກອບສ່ວນຂອງຊຸມຊົນ ແລະ ພາກສ່ວນອື່ນໆ ເປັນລາຍຮັບທີ່ ບໍ່ຄົງທີ່, ອາດຈະໄດ້ມາໃນຮູບແບບຕ່າງໆ ເຊັ່ນ: • ເປັນເງິນສົດ • ເປັນວັດຖຸ • ເປັນແຮງງານ ຫຼື ການບໍລິການ ໝາຍເຫດ ການປະກອບສ່ວນທີ່ບໍ່ແມ່ນເງິນແມ່ນໃຫ້ປະເມີນມູນຄ່າເປັນຈຳນວນ ເງິນຕາມລາຄາຕົວຈິງໃນທ້ອງຖິ່ນ ແລະ ຕ້ອງມີການຈົດບັນທຶກເຂົ້າ ໃນບັນຊີລາຍຮັບ-ລາຍຈ່າຍຂອງໂຮງຮຽນຢ່າງຄົບຖ້ວນ ແລະຈະແຈ້ງ

  20. ການຕື່ມແບບຟອມເກັບກຳຂໍ້ມູນ ດ້ານງົບປະມານ-ລາຍຈ່າຍຂອງໂຮງຮຽນ ໃນຕົ້ນປີ ຫຼື ຕົ້ນພາກຮຽນ ໂຮງຮຽນອາດຈັດກອງປະຊຸມວາງແຜນພັດທະນາໂຮງຮຽນ ຮ່ວມກັບ ຄພສບ ເພື່ອ: • ກຳນົດແຫຼ່ງງົບປະມານ ແຜນງົບປະມານ • ກຳນົດກິດຈະກຳ ແຜນລາຍຈ່າຍ ຈາກນັ້ນ ໂຮງຮຽນດຳເນີນງານຕາມແຜນການທີ່ວາງໄວ້ ເມື່ອເຖິງທ້າຍພາກຮຽນ ຫຼື ທ້າຍປີໂຮງຮຽນຈະ: • ສະຫຼຸບສັງລວມ ລາຍຈ່າຍຕົວຈິງ • ສະຫຼຸບສັງລວມ ລາຍຮັບ-ລາຍຈ່າຍ, ຜິດດ່ຽງ (ຍອດຍົກໄປພາກຮຽນໜ້າ) ໝາຍເຫດ: ສຳລັບຍອດຍົກໄປພາກຮຽນໜ້າ ອາດມີຄ່າເປັນ + ຖ້າມີເງິນຄົງເຫຼືອ, ເທົ່າ 0 ຖ້າໃຊ້ງົບປະມານຈົນໝົດ ແລະສາມາດມີຄ່າເປັນ ລົບ (-) ຖ້າໃຊ້ເກີນງົບ, ໝາຍວ່າ ອາດມີການໃຊ້ລ່ວງໜ້າ ຫຼື ຄ້າງເປັນໜີ້ໄວ້

  21. ການຕື່ມແບບຟອມເກັບກຳຂໍ້ມູນ ດ້ານງົບປະມານ-ລາຍຈ່າຍຂອງໂຮງຮຽນ ໃນແບບຟອມເກັບກຳຂໍ້ມູນດ້ານງົບປະມານ-ລາຍຈ່າຍ ຂອງແຕ່ລະພາກຮຽນ ຈະປະກອບມີ 4 ພາກຄື: • ແຜນງົບປະມານ • ແຜນລາຍຈ່າຍງົບປະມານ • ລາຍການໃຊ້ຈ່າຍຕົວຈິງ • ສັງລວມລາຍຮັບ-ລາຍຈ່າຍ

  22. ການຕື່ມແບບຟອມເກັບກຳຂໍ້ມູນ ດ້ານງົບປະມານ-ລາຍຈ່າຍຂອງໂຮງຮຽນ • ແຜນງົບປະມານ ໃນຕອນຕົ້ນພາກຮຽນ, ໂຮງຮຽນອາດມີເງິນຍອດຍົກມາຈາກພາກຮຽນກ່ອນ ຢູ່ແລ້ວຈຳນວນໜຶ່ງ. ຈາກນັ້ນໂຮງຮຽນຈະວາງແຜນວ່າ ສຳລັບພາກຮຽນນີ້ ຈະໄດ້ງົບປະມານຈາກລັດ, ຈາກຊຸມຊົນ ແລະ ອື່ນໆ ມາເພີ່ມເຕີມເທົ່າໃດ. ຍອດຍົກມາຈາກພາກຮຽນກ່ອນ: ຈຳນວນເງິນຜິດດ່ຽງ (ເງິນຄົງເຫຼືອ) ຈາກພາກຮຽນກ່ອນ ແຜນງົບປະມານສຳລັບພາກຮຽນນີ້: ສັງລວມມາຈາກແຜນພັດທະນາໂຮງຮຽນ ລວມ:ໝາຍເຖິງລວມຍອດຈຳນວນເງິນໃນແຜນງົບປະມານ

  23. ການຕື່ມແບບຟອມເກັບກຳຂໍ້ມູນ ດ້ານງົບປະມານ-ລາຍຈ່າຍຂອງໂຮງຮຽນ II. ແຜນລາຍຈ່າຍງົບປະມານ ເມື່ອມີຕົວເລກລວມຍອດເງິນງົບປະມານໃນແຜນແລ້ວ ໂຮງຮຽນສາມາດ ຈັດສັນງົບປະມານສຳລັບກິດຈະກຳຕ່າງໆ ທີ່ວາງແຜນໄວ້ແລະ ສ້າງເປັນແຜນລາຍຈ່າຍງົບປະມານ ລວມຍອດແຜນລາຍຈ່າຍ (ທີ່ທາສີໄວ້) ຈະຕ້ອງເທົ່າກັບ ລວມຍອດ ແຜນງົບປະມານ (ທີ່ທາສີໄວ້) ໃນຕາຕະລາງທີ I ຂ້າງເທິງ ລາຍການທີ່ບໍ່ອະນຸຍາດໃຫ້ໃຊ້ເງິນບໍລິຫານ ຂອງລັດ ຈະໝາຍກາກະບາດ ໄວ້ (ສາມາດໃຊ້ເງິນຊຸມຊົນ) (ຄຳອະທິບາຍຂອງແຕ່ລະລາຍການໃຊ້ຈ່າຍແມ່ນໃຫ້ເບິ່ງໃນເອກະສານຄຳແນະນຳ)

  24. ການຕື່ມແບບຟອມເກັບກຳຂໍ້ມູນ ດ້ານງົບປະມານ-ລາຍຈ່າຍຂອງໂຮງຮຽນ III. ລາຍການໃຊ້ຈ່າຍຕົວຈິງ ໃນຕາຕະລາງນີ້ ໂຮງຮຽນຈະຕື່ມຂໍ້ມູນລາຍການໃຊ້ຈ່າຍຕົວຈິງທັງໝົດທີ່ເກີດຂຶ້ນໃນພາກຮຽນ ໂດຍສັງລວມຈາກປື້ມບັນຊີລາຍຮັບ- ລາຍຈ່າຍປະຈຳວັນ ແລະ ປື້ມບັນຊີໃຫຍ່ຂອງໂຮງຮຽນ (ຄຳອະທິບາຍຂອງແຕ່ລະລາຍການໃຊ້ຈ່າຍແມ່ນໃຫ້ເບິ່ງໃນເອກະສານຄຳແນະນຳ)

  25. ການຕື່ມແບບຟອມເກັບກຳຂໍ້ມູນ ດ້ານງົບປະມານ-ລາຍຈ່າຍຂອງໂຮງຮຽນ IV. ສັງລວມລາຍຮັບ-ລາຍຈ່າຍ ຍອດຍົກມາຈາກພາກຮຽນກ່ອນ: ຈຳນວນເງິນຄົງເຫຼືອ ຈາກພາກຮຽນກ່ອນ ລາຍຮັບຕົວຈິງທີ່ໄດ້ຮັບໃນພາກຮຽນນີ້: ເງິນທີ່ໄດ້ຮັບຕົວຈິງທັງໝົດໃນພາກຮຽນນີ້ ລວມຍອດງົບປະມານທີ່ມີຕົວຈິງ: ເງິນໄດ້ຮັບຕົວຈິງທັງໝົດ + ຍອດຍົກມາຈາກພາກຮຽນກ່ອນ ລວມຍອດລາຍຈ່າຍຕົວຈິງ: ມູນຄ່າລວມການໃຊ້ຈ່າຍຕົວຈິງ ໃນຕາຕະລາງທີ III ຂ້າງເທິງ ຜິດດ່ຽງ (ຍອດຍົກໄປພາກຮຽນໜ້າ): ເງິນຄົງເຫຼືອ ທີ່ຈະຍົກຍອດໄປພາກຮຽນໜ້າ

  26. Thank You!!

More Related